5 ປີຕໍ່ໜ້າ ເມືອງໝື່ນ ຈະຜະລິດ ແລະ ຈຳໜ່າຍແຮ່ທາດ ໃຫ້ໄດ້ 254,000 ໂຕນ, ເປັນເງິນ 118,2 ຕື້ກີບ

ຂ່າວ ເມືອງໝື່ນ ແຂວງວຽງຈັນ ລາຍງານວ່າ: ໃນໄລຍະ 5 ປີຜ່ານຫ້ອງການ ພະລັງານ ແລະ ບໍ່ແຮ່ ເມືອງໝື່ນ ສາມາດຂຸດຄົ້ນ-ປຸງແຕ່ງ ແຮ່ທາດ ໄດ້ທັງໝົດ 433,418 ກວ່າໂຕນ, ເປັນເງິນຫຼາຍກວ່າ 100 ຕື້ກີບ, ສາມາດປະຕິບັດໄດ້ເກີນແຜນເກືອບ 135% ແລະ ຈຳໜ່າຍໄດ້ຫຼາຍກວ່າ 318,460 ໂຕນ, ເປັນເງິນ 157,2 ຕື້ກວ່າກີບ ເກີນແຜນຫຼາຍກວ່າ 72%, ຄາດວ່າອີກ 5 ປີຕໍ່ໜ້າຈະຜະລິດ ແລະ ຈຳໜ່າຍແຮ່ທາດ ໃຫ້ໄດ້ 254,000 ໂຕນ, ເປັນເງິນຫລາຍກວ່າ 118 ຕື້ກີບ.
ຄຽງຄູ່ກັນນີ້້ ໃນໄລຍະ 5 ປີຜ່ານມາ ທົ່ວເມືອງໝື່ນ ມີຕາຂ່າຍໄຟຟ້າແຮງກາງ 107,69 ກິໂລແມັດ, ຕາຂ່າຍແຮງຕ່ຳ 127,36 ກິໂລແມັດ, ໝໍ້ແບ່ງໄຟ 94 ໜ່ວຍ, ກຳລັງຕິດຕັ້ງ 14,300 ກິໂລວັດ, ມີໝໍ້ນັບໄຟທັງໝົດ 8,110 ໜ່ວຍ, ຈຳໜ່າຍພະລັງງານທັງໝົດຫລາຍກວ່າ 96 ລ້ານ ກິໂລວັອດໂມງ ເປັນເງິນ 47,3 ຕື້ກວ່າກີບ, ທັງໝົດນີ້ ແມ່ນການລາຍງາານຂອງ ທ່ານ ສຸພິດ ອິນທະໂພທອງ ກຳມະການພັກເມືອງ ເລຂາໜ່ວຍພັກ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງໝື່ນ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ I ລາຍງານໃນກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງໝື່ນ ໃນວັນທີ 25 ມິຖຸນາ 2024 ນີ້.
