ເປີດບໍລິສັດລິ້ງເຄບປີຕໍລາວເສີມການຜະລິດ ແລະ ສົ່ງອອກຜະລິດຕະພັນໄມ້ເກດສະໜາ

- DSC 7530 copy - ເປີດບໍລິສັດລິ້ງເຄບປີຕໍລາວເສີມການຜະລິດ ແລະ ສົ່ງອອກຜະລິດຕະພັນໄມ້ເກດສະໜາ
- kitchen vibe - ເປີດບໍລິສັດລິ້ງເຄບປີຕໍລາວເສີມການຜະລິດ ແລະ ສົ່ງອອກຜະລິດຕະພັນໄມ້ເກດສະໜາ

ວັນທີ 27 ຕຸລານີ້, ຢູ່ບ້ານ ດົງສ້າງຫິນ ເມືອງໄຊທານີ ນະ ຄອນຫລວງວຽງຈັນ, ໄດ້ຈັດ ພິທີເປີດບໍລິສັດ ລິ້ງ ເຄບປີຕໍລາວ (Link Capital laos) ຈຳກັດ, ໂດຍການເຂົ້າຮ່ວມຂອງທ່ານ ລຽນ ທິແກ້ວ ລັດຖະມົນຕີກະ ຊວງກະສິກຳ ແລະ ປ່າໄມ້, ມີ ທ່ານ ໂດມີນິກໂກ ເອກອັກຄະ ລັດຖະທູດ ສິງກະໂປ ປະຈຳ ລາວ, ທ່ານ ເດນນີ້ ຊົງ ຜູ້ອຳນວຍ ການ ບໍລິສັດ ລິ້ງ ເຄບປີຕໍລາວ ຈຳກັດ ແລະ ຄູຮ່ວມທຸລະກິດ ທີ່ມາ ຈາກປະເທດສິງກະໂປ, ຈີນ, ອົດ ສະຕາລີ, ຍີ່ປຸ່ນ, ພ້ອມດ້ວຍພາກ ສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

 

- Visit Laos Visit SALANA BOUTIQUE HOTEL - ເປີດບໍລິສັດລິ້ງເຄບປີຕໍລາວເສີມການຜະລິດ ແລະ ສົ່ງອອກຜະລິດຕະພັນໄມ້ເກດສະໜາ

+ ບໍລິສັດລາວຊຳຊຸງມອບອຸປະກອນການສຶກສາໃຫ້ ນັກຮຽນປະຖົມໜອງເຂັງ ເມືອງໄຊທານີ

+ ພີທີທີລາວມີສິດເຕັມຕົວໃນການເປັນຕົວແທນຈຳໜ່າຍຄາເຟ່ອາເມຊອນທົ່ວປະເທດ

ທ່ານ ເດນນີ້ ຊົງ ຜູ້ອຳນວຍ ການ ບໍລິສັດ ກ່າວວ່າ: ບໍລິສັດ ລິ້ງ ເຄບປີຕໍລາວ ໄດ້ຮັບການເຫັນ ດີຈາກລັດຖະບານລາວ ແລະ ສິງກະໂປ ໃຫ້ເປີດໂຮງງານ ທີ່ຜະ ລິດສິນຄ້າແປຮູບຈາກໄມ້ເກດ ສະໜາທີ່ມີຢູ່ລາວ ເພື່ອສົ່ງອອກ ສູ່ຕະຫລາດໂລກ, ເປັນຜະລິດ ຕະພັນຈາກ ສປປ ລາວ, ເຊິ່ງ ການສ້າງໂຮງງານດັ່ງກ່າວ, ຈະ ໃຊ້ເວລາ 18 ເດືອນ ແລະ ກຽມ ຄວາມພ້ອມ ໃນການດຳເນີນທຸ ລະກິດກ່ຽວກັບໄມ້ເກດສະໜາ, ເພື່ອເພີ່ມມູນຄ່າ ແລະ ຊ່ວຍໃຫ້ GDP ຂອງລາວຂະຫຍາຍຕົວ ແລະ ຂະຫຍາຍການຮ່ວມມື ທາງດ້ານການຄ້າ ລະຫວ່າງ ລັດ ຖະບານລາວ ແລະ ສິງກະໂປ, ກໍຄືໃນກຸ່ມປະເທດສະມາຊິກອາຊຽນນັບມື້ຂະຫຍາຍຕົວ ນອກນີ້, ຍັງເປັນການສ້າງອາຊີບ ແລະ ສ້າງລາຍຮັບດີຂຶ້ນ, ເພື່ອຍົກ ລະດັບມາດຕະຖານ ແລະ ຄຸນນະ ພາບການດຳລົງຊີວິດຂອງປະ ຊາຊົນລາວ.

ທ່ານ ລຽນ ທິແກ້ວ ກ່າວ ວ່າ: ໃນນາມລັດຖະບານລາວ ແລະ ຂະແໜງການທີ່ກ່ຽວຂ້ອງ ຂໍສະແດງຄວາມຊົມເຊີຍຕໍ່ ຄວາມພະຍາຍາມ ໃນການເປີດ ໂຕບໍລິສັດດັ່ງກ່າວຈະອຳນວຍ ຄວາມສະດວກ ໃຫ້ແກ່ການ ເຄື່ອນໄຫວຂອງບໍລິສັດດັ່ງກ່າວ, ເພື່ອໃຫ້ບັນລຸຕາມເປົ້າໝາຍ ທີ່ວາງໄວ້.

 

- DSC 7530 copy 1024x683 - ເປີດບໍລິສັດລິ້ງເຄບປີຕໍລາວເສີມການຜະລິດ ແລະ ສົ່ງອອກຜະລິດຕະພັນໄມ້ເກດສະໜາ

 

- 3 - ເປີດບໍລິສັດລິ້ງເຄບປີຕໍລາວເສີມການຜະລິດ ແລະ ສົ່ງອອກຜະລິດຕະພັນໄມ້ເກດສະໜາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!