Google ປັບການສະແດງຜົນການຄົ້ນຫາໂດຍອີງຈາກພື້ນທີ່ປັດຈຸບັນຂອງຜູ້ຄົ້ນຫາເປັນຫຼັກ

ປົກກະຕິແລ້ວເວລາພິມຄົ້ນຫາຂໍ້ມູນຈາກ Google ຜົນທີ່ສະແດງນັ້ນ Google ຈະຮວບຮວມຂໍ້ມູນທີ່ກ່ຽວຂ້ອງຈາກທົ່ວໂລກມາສະແດງ, ແຕ່ຕໍ່ຈາກນີ້ Google ຈະໃຊ້ວິທີການສະແດງຜົນການຄົ້ນຫາໂດຍອີງຕາມປະເທດທີ່ເຮົາຢູ່ແທນ ທັງໃນບໍລິການ Google search ແລະ Google map ເພື່ອໃຫ້ຜູ້ຄົ້ນຫາໄດ້ຂໍ້ມູນທີ່ກົງຕາມຄວາມຕ້ອງການຫຼາຍທີ່ສຸດ ເຊິ່ງແມ່ນວ່າເຮົາຈະປ່ຽນໂດເມນຂອງ Google ໃຫ້ເປັນອີກປະເທດໜຶ່ງແລ້ວກໍຕາມ ແຕ່ Google ຍັງຄົງສະແດງຜົນເປັນປະເທດທີ່ເຮົາຢູ່ປັດຈຸບັນເຊັ່ນ: ເມື່ອເຂົ້າໄປຄົ້ນຫາຂໍ້ມູນໃນ www.google.com.au ແຕ່ຜູ້ຄົ້ນຫາຍັງຢູ່ໃນປະເທດຈີນ ຜົນຈະຍັງສະແດງສະເພາະຂໍ້ມູນທີ່ກ່ຽວຂ້ອງໃນປະເທດຈີນເທົ່ານັ້ນ ນອກຈາກເຮົາຈະໄປຢູ່ປະເທດອິນເດຍຜົນຈຶ່ງຈະສະແດງຂໍ້ມູນເປັນຂອງປະເທດອິນເດຍ.
ໂດຍການປ່ຽນແປງໃນຄັ້ງນີ້ອາດຈະເບິ່ງຂັດໃຈສໍາລັບຜູ້ທີ່ຕ້ອງການຄົ້ນຫາຂໍ້ມູນຈາກຫຼາຍໆແຫຼ່ງ ແຕ່ Google ໄດ້ອອກມາບອກວ່າ ໃນການອັບເດດຄັ້ງນີ້ ກໍເພື່ອຕ້ອງການມອບປະສົບການໃນການຄົ້ນຫາຂໍ້ມູນໃຫ້ກົງກັບຜູ້ໃຊ້ຫຼາຍທີ່ສຸດ ໂດຍຈະສະແດງຜົນດ້ວຍການອີງໃສ່ຈາກພື້ນທີ່ຂອງຜູ້ໃຊ້ເປັນຫຼັກນັ້ນເອງ ເຊິ່ງສະແດງຜົນຄວບຄຸມທັງໃນເວັບມືຖື, ແອັບພິເຄຊັ່ນຂອງ Google ແລະ ໃນຄອມພິວເຕີ.
ແນວໃດກໍຕາມ ຫາກຜູ້ໃຊ້ຕ້ອງການຂໍ້ມູນສະເພາະປະເທດທີ່ເຮົາຕ້ອງການໃນຂະນະທີ່ເຮົາບໍ່ໄດ້ຢູ່ໃນປະເທດນັ້ນ ກໍສາມາດເຮັດໄດ້ໂດຍການເລືອກທີ່ເມນູ Setting ຈາກນັ້ນເລືອກປະເທດທີ່ເຮົາຕ້ອງການຄົ້ນຫາ ເພື່ອຕັ້ງຄ່າໃຫ້ເປັນພື້ນທີ່ທີ່ຕ້ອງການໃຫ້ສະແດງຂໍ້ມູນ ໂດຍຊື່ປະເທດທີ່ເຮົາຕັ້ງຄ່າໄວ້ນັ້ນຈະສະແດງໃຫ້ເຮົາເຫັນບໍລິເວນດ້ານລຸ່ມມຸມຊ້າຍຂອງໜ້າຈໍ.