ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ

ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ - 222 6 - ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ
ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ - kitchen vibe - ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ

     ກອງທັບອິດສະລາແອນ ຢືນຢັນວ່າ: ປະຕິບັດການໂຈມຕີທາງອາກາດໃນທ້າຍອາທິດຜ່ານມາ ສາມາດຂ້າໜຶ່ງໃນສະມາຊິກຄົນສໍາຄັນທາງທະຫານຂອງກຸ່ມຮາມັດ ແຕ່ຍັງບໍ່ແມ່ນລະດັບຜູ້ບັນຊາການ.

     ວັນທີ 15 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ກອງທັບອິດສະລາແອນອອກຖະແຫລງການວ່າ: ປະຕິບັດການໂຈມຕີທາງອາກາດຢູ່ຄ້າຍຜູ້ລີ້ໄພອັລ ມາວາຊີ ໃກ້ກັບເມືອງຂ່ານ ຢູນິສ ທາງຕອນໃຕ້ຂອງເຂດກາຊາ ໃນວັນທີ 13 ກໍລະກົດຜ່ານມາ ສາມາດສັງຫານທ່ານ ຣາຟາ ຊາລາເມ ຜູ້ຊ່ວຍຂອງທ່ານ ໂມຮໍາເໝັດ ເດອິບ ຜູ້ນໍາກອງພົນນ້ອຍອັລ-ກອດຊໍາ ເຊິ່ງເປັນກອງກໍາລັງຕິດອາວຸດຂອງກຸ່ມຮາມັດ ແຕ່ບໍ່ມີການກ່າວເຖິງທ່ານ ເດອິບ.

ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ
ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ

      ທັງນີ້, ມີຜູ້ເສຍຊີວິດຫລາຍກວ່າ 90 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫລາຍກວ່າ 300 ຄົນ ຈາກການໂຈມຕີດັ່ງກ່າວຂອງກອງທັບອິດສະລາແອນ ເຊິ່ງຖືເປັນເຂດມະນຸດສະທໍາ ຮຽກສຽງປະນາມຢ່າງໜັກຈາກຫລາຍຝ່າຍ. ສ່ວນແຫລ່ງຂ່າວໃນກອງພົນນ້ອຍອັລ-ກອດຊໍາ ຢືນຢັນວ່າ: ທ່ານ ເດອິບ ລອດຊີວິດ, ແຕ່ອິດສະລາແອນຍັງບໍ່ຢືນຢັນຂໍ້ມູນສ່ວນນີ້.

      ເຖິງຢ່າງໃດກໍຕາມ, ຖ້າມີການຢືນຢັນວ່າ: ທ່ານ ເດອິບ ເສຍຊີວິດ ຈະຖືເປັນສະມາຊິກລະດັບສູງສຸດຂອງກຸ່ມຮາມັດ ເຊິ່ງເສຍຊີວິດຈາກປະຕິບັດການໂຈມຕີທາງທະຫານຂອງອິດສະລາແອນ ນັບແຕ່ສົງຄາມຢູ່ເຂດກາຊາເລີ່ມຂຶ້ນ ໃນວັນທີ 7 ຕຸລາ 2023.

     ຂະນະທີ່ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ກ່າວວ່າ: ປະຕິບັດການທາງທະຫານຂອງກອງທັບອິດສະລາແອນ ຄືການເພີ່ມແຮງກົດດັນໃຫ້ກຸ່ມຮາມັດເຂົ້າສູ່ການເຈລະຈາຢຸດຍິງຢ່າງຈິງຈັງ, ແຕ່ອີກຝ່າຍພັດຮຽກຮ້ອງການປ່ຽນແປງເງື່ອນໄຂການຢຸດຍິງຢ່າງໜ້ອຍ 29 ຂໍ້ ລວມທັງການທີ່ລັດຖະບານຂອງເຂດກາຊາໃນອະນາຄົດຕ້ອງມາຈາກກຸ່ມຊາວປາແລັສຕິນທີ່ມີຄວາມເປັນກາງ.

     ຜູ້ນໍາອິດສະລາແອນກ່າວເຖິງໜຶ່ງໃນເງື່ອນໄຂຂອງຕົນເອງວ່າ: ອິດສະລາແອນຍັງຕ້ອງສາມາດຄວບຄຸມຊາຍແດນທາງຕອນໃຕ້ຂອງເຂດກາຊາ ເຊິ່ງຕິດກັບອີຢິບ ໂດຍໃຫ້ເຫດຜົນວ່າ: ເພື່ອປ້ອງກັນການລັກລອບລໍາລຽງອາວຸດຂ້າມຊາຍແດນໃຫ້ກຸ່ມຮາມັດ, ແຕ່ລັດຖະບານໄຄໂຣສະແດງຄວາມບໍ່ພໍໃຈ ເນື່ອງຈາກເປັນການກ່າວຫາວ່າ ອີຢິບກ່ຽວຂ້ອງກັບເລື່ອງນີ້.

     ນອກຈາກນັ້ນ, ມີລາຍງານວ່າ: ກອງທັບອິດສະລາແອນປະຕິບັດການໂຈມຕີທາງອາກາດສ້າງຄວາມເສຍຫາຍໃຫ້ແກ່ໂຮງຮຽນແຫ່ງໜຶ່ງ ຕັ້ງຢູ່ພາຍໃນຄ້າຍຜູ້ລີ້ໄພນິໄຊຣັດ ທາງຕອນກາງຂອງເຂດກາຊາ ໃນວັນທີ 14 ກໍລະກົດຜ່ານມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກປະມານ 80 ຄົນ.

ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ - 4 - ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ
ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ - 3 - ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ
ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ - 5 - ອິດສະລາແອນຢືນຢັນສັງຫານແກນນໍາສາຍທະຫານຮາມັດຢູ່ກາຊາ ແຕ່ຍັງບໍ່ແມ່ນຜູ້ບັນຊາການ