ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”

- kitchen vibe - ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”

- maxresdefault 1 - ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”

ສະໜາມ​ບິນ​ສາກົນ​ຊາງ​ຢີ​ຂອງ​ສິງກະ​ໂປ​ເປີດ​ໃຫ້​ບໍລິການອາຄານ​ຜູ້​ໂດຍສານ​ໝາຍ​ເລກ 4 ທີ່​ບໍລິການ​ທັງ​ໝົດ​ເປັນ “ອັດຕະ​ໂນ​ມັດ” ດ້ວຍ​ລະບົບ​ຄອມ​ພິວ​ເຕີ ນັບ​ແຕ່​ການ​ເຊັກ​ອິນ​ໄປ​ຈົນ​ເຖິງ​ການກວດປີ້​ໂດຍສານ​ກ່ອນ​ຂຶ້ນ​ເຮືອບິນ.

- Visit Laos Visit SALANA BOUTIQUE HOTEL - ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”

 

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ປະ​ເທດ​ສິງກະ​ໂປ ​ໃນ​ວັນ​ທີ 31 ຕຸລາ​ວ່າ: ສະໜາມ​ບິນ​ສາກົນ​ຊາງ​ຢີ​ເປີດ​ໃຫ້​ບໍລິການ​ອາຄານ​ຜູ້​ໂດຍສານ​ໝາຍ​ເລກ 4 ຢ່າງ​ເປັນ​ທາງ​ການ ດ້ວຍ​ບໍລິການ​ອັດຕະ​ໂນ​ມັດ​ເຕັມ​ຮູບ​ແບບ ບໍ່​ວ່າ​ຈະ​ເປັນ​ການ​ເຊັກ​ອິນ​ທີ່​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ຈົດ​ຈຳ​ໃບ​ໜ້າ, ການ​ຝາກ​ກະ​ເປົາ​ເດີນທາງ​ດ້ວຍ​ລະບົບ​ຄອມ​ພິວ​ເຕີ ​ແລະ ການກວດ​ໜັງສື​ເດີນທາງ​ອັດຕະ​ໂນ​ມັດ ຕະຫລອດ​ຮອດ​ການກວດ​ປີ້​ໂດຍສານ​ກ່ອນ​ຂຶ້ນ​ເຮືອບິນ ​ໂດຍ​ລັດຖະບານ​ສິງກະ​ໂປ​ທຸ້ມງົບປະມານ 985 ລ້ານ​ໂດ​ລາ​ສິງກະ​ໂປ ​ໃນການ​ກໍ່ສ້າງ​ອາຄານ​ຜູ້​ໂດຍສານ​ແຫ່ງ​ນີ້ ທີ່​ມີ​ການ​ຄາດ​ຄະ​ເນ​ວ່າ​ຈະ​ຮອງ​ຮັບ​ຜູ້​ໂດຍສານ​ໄດ້ 16 ລ້ານ​ຄົນ​ຕໍ່​ປີ. ຂະນະ​ທີ່​ຖ້ຽວ​ບິນ​ປະຖົມມະ​ເລີກທີ່​ເຂົ້າຈອດ​ຢູ່​ອາຄານ​ຜູ້​ໂດຍສານ​ໝາ​ຍ​ເລກ 4 ຄື​ຖ້ຽວ​ບິນ​ຈາກ​ຮົງ​ກົງ​ຂອງ​ສາຍ​ການບິນ​ຄາຣ​ເທ​ ປາຊີ​ຟິກ.

- 4bvg6ztq - ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”

​ສຳນັກ​ຂ່າວ​ເອ​ເອຟພີລະ​ບຸ​ວ່າ: ສະໜາມ​ບິນ​ສາກົນ​ຊາງ​ຢີຕ້ອງ​​ນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ໃໝ່ໆ​ມາ​ໃຊ້ ​ເນື່ອງ​ຈາກ​ຕະຫລາດ​ຖ້ຽວ​ບິນ​ໄລຍະ​ໄກ​ມີ​ການ​ແຂ່ງຂັນ​ຢ່າງ​ຮຸນ​ແຮງ ​ໂດຍ​ຕ້ອງ​ແຂ່ງຂັນ​ກັບ​ສະໜາມ​ບິນ​ທີ່​ເປັນ​ສູນ​ກາງ​ການ​ເດີນທາງ ຄື​ດູ​​ໄບ, ຮົງ​ກົງ. ຂະນະ​ດຽວ​ກັນ ຕ້ອງ​ແຂ່ງຂັນ​ກັບ​ສະໜາມ​ບິນ​ໃນ​ພາກພື້ນດຽວ​ກັນ ຄື​ບາງ​ກອກ, ກົວ​ລາ​ລຳ​ເປີ ​ໃນ​ການ​ດຶງ​ດູດ​ຜູ້​ໂດຍສານ​ຊາວ​ຈີນ​ທີ່​ເດີນທາງ​ເຂົ້າມາ​ເພີ່ມ​ຂຶ້ນ.

- d3oqg4o8 - ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”

- 4 - ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”
- 5 - ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”
- 3 - ສະໜາມບິນສິງກະໂປເປີດໃຫ້ບໍລິການ “ເທີມີນໍອັດສະລິຍະ”