ເປັນຕົວຢ່າງທີ່ດີ..! ໄທລີກ ສັ່ງປິດສະໜາມຫ້າມແຟນບານເຂົ້າຊົມຕະຫຼອດເດືອນມີນານີ້ ເພື່ອປ້ອງກັນCOVID-19
March 2, 2020 - 1:17 PM


ສະມາຄົມກີລາບານເຕະແຫ່ງປະເທດໄທ ໄດ້ມີການປະຊຸມດ່ວນ ເພື່ອຫາລືເລື່ອງມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອໄວຣັສ COVID-19 ເປັນຄັ້ງທີ່ 2 ,ໂດຍໄດ້ລົງມະຕິໃຫ້ຍົກລະດັບປ້ອງກັນຈາກເກົ່າຄື: ເຝົ້າລະວັງ ແລະ ຄັດກອງ, ໃຫ້້ເປັນ ການແຂ່ງຂັນແບບປິດ.


ພ້ອມນີ້ ສະມາຄົມກີລາບານເຕະແຫ່ງປະເທດໄທໄດ້ ໃຫ້ກີລາບານເຕະລະດັບສະໂມສອນ ທຸກລາຍການທີ່ແຂ່ງຂັນ ຕ້ອງແຂ່ງຂັນແບບປິດ (ຫ້າມແຟນບານເຂົ້າຊົມ) ເຊີ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ່ 7 ມີນານີ້ເປັນຕົ້ນໄປ




ແຕ່ເຖີງຢ່າງໃດກໍ່ຕາມ ຍັງຈະມີການຖ່າຍທອດສົດໃຫ້ໄດ້ຊົມເຊັ່ນເດີມ ແລະ ຈະມີການປະກາດລາຍລະອຽດອີກຄັ້ງວ່າບຸກຄົນໃດທີ່ສາມາດເຂົ້າພາຍໃນສະໜາມໄດ້ ໃນຊ່ວງລະຫວ່າງທີມີການແຂ່ງຂັນແບບປິດດັ່ງກ່າວ.



