ເຈົ້າໜ້າທີ່ເມືອງນານທຳລາຍຢາຂ້າຫຍ້າ 274 ລິດ

ເຊົ້າວັນທີ 27 ຕຸລານີ້, ຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ນານ ແຂວງຫລວງພະບາງສົມ ທົບກັບພາກສ່ວນກ່ຽວຂ້ອງ ຈັດ ພິທີທຳລາຍຢາຂ້າຫຍ້າທີ່ນຳເຂົ້າ ບໍ່ຖືກຕ້ອງຈຳນວນ 274 ລິດໂດຍ ການຕົກລົງຂອງທ່ານ ເຈົ້າເມືອງ ພາຍຫລັງຫ້ອງການກະສິກຳ ແລະ ປ່າໄມ້ເມືອງນານ ໄດ້ສົມ ທົບ ກັບພາກສ່ວນກ່ຽວຂ້ອງລົງ ເກັບ ກຳ ແລະ ກວດກາຢູ່ບັນດາ ບໍລິສັດ ສວນກ້ວຍຂອງຈີນ ແລະ ຫ້າງ ຮ້ານຕ່າງໆພາຍໃນເມືອງ ນານ ໃນຜ່ານມາ ແລະ ທາງເຈົ້າ ໜ້າ ທີ່ຕິດຕາມກວດກາຄຸ້ມ ຄອງ ສິ່ງແວດລ້ອມເມືອງນານ ໄດ້ເອີ້ນ ເອົາຜູ້ກະທຳຜິດມາສຶກສາໂອ ລົມ, ຕັກເຕືອນ.
+ ການຄ້າເມືອງສັງທອງຈູດທຳລາຍສິນຄ້າໝົດອາຍຸ
+ ແຂວງອັດຕະປືທຳລາຍຢາເສບຕິດຈຳນວນຫລາຍ
ຢາຂ້າຫຍ້າ ດັ່ງ ກ່າວປະເພດ, ຫລາຍຊະນິດທີ່ ນຳເຂົ້າມາບໍ່ຖືກຕ້ອງໂດຍສະ ເພາະປະເພດທີ່ເປັນ ສານເຄມີຖ້າ ຫາກຖືກນຳໃຊ້ແລ້ວກໍລ້ວນແຕ່ ມີຜົນກະທົບຕໍ່ລະບົບນິເວດ, ສິ່ງ ແວດລ້ອມເປັນອັນຕະລາຍຕໍ່ ສຸຂະພາບຂອງຄົນທີ່ຢູ່ໃກ້ຄຽງ, ຜູ້ນຳໃຊ້ໂດຍກົງ ແລະ ເຖິງຂັ້ນ ເສຍຊີວິດຖ້າຫາກບໍ່ມີວິທີປ້ອງ ກັນທີ່ຖືກຕ້ອງ.