ເດືອນສິງຫາ ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແກ້ໄຂໃໝ່ໃຫ້ຖືກຈຸດຂຶ້ນກວ່າເກົ່າ

ເດືອນສິງຫາ ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແກ້ໄຂໃໝ່ໃຫ້ຖືກຈຸດຂຶ້ນກວ່າເກົ່າ - 3254 - ເດືອນສິງຫາ ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແກ້ໄຂໃໝ່ໃຫ້ຖືກຈຸດຂຶ້ນກວ່າເກົ່າ
ເດືອນສິງຫາ ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແກ້ໄຂໃໝ່ໃຫ້ຖືກຈຸດຂຶ້ນກວ່າເກົ່າ - kitchen vibe - ເດືອນສິງຫາ ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແກ້ໄຂໃໝ່ໃຫ້ຖືກຈຸດຂຶ້ນກວ່າເກົ່າ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດ 2024 ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ ເຂົ້າຮ່ວມ.

ທ່ານ ສົມກຽດ ພະສີ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ຊ່ວຍໂຄສົກລັດຖະບານ ໄດ້ຖະແຫລງຂ່າວ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກໍລະກົດ 2024 ວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງນິຕິກໍາ ຄື:

ເດືອນສິງຫາ ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແກ້ໄຂໃໝ່ໃຫ້ຖືກຈຸດຂຶ້ນກວ່າເກົ່າ - Visit Laos Visit SALANA BOUTIQUE HOTEL - ເດືອນສິງຫາ ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແກ້ໄຂໃໝ່ໃຫ້ຖືກຈຸດຂຶ້ນກວ່າເກົ່າ

1. ຮ່າງດໍາລັດ ວ່າດ້ວຍນິຄົມອຸດສາຫະກໍາ;

2. ຮ່າງດໍາລັດ ວ່າດ້ວຍການສຶກສາກ່ອນໄວຮຽນ;

3. ຮ່າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ;

4. ຮ່າງດໍາລັດ ວ່າດ້ວຍນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດ ຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ.

ຜ່ານການຄົ້ນຄວ້າປຶກສາຫາລື, ກອງປະຊຸມເຫັນດີດ້ານຫລັກການຮັບຮອງເອົາ 4 ຮ່າງນິຕິກໍາດັ່ງກ່າວ ແລະ ມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ.

ສຳລັບວຽກຈຸດສຸມຂອງລັດຖະບານ ແຕ່ນີ້ຮອດທ້າຍເດືອນສິງຫາ ແມ່ນສືບຕໍ່ສຸມໃສ່ປະຕິບັດແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ຕາມມະຕິ ສະບັບເລກທີ 08/ລບ, ລົງວັນທີ 24 ກໍລະກົດ 2024 ແລະ ໃຫ້ບັນດາກະຊວງ ນຳເອົາມະຕິດັ່ງກ່າວໄປຜັນຂະຫຍາຍເປັນແຜນວຽກຕົວຈິງ, ມອບຄວາມຮັບຜິດຊອບຈະແຈ້ງ ແລະ ມີກໍານົດເວລາປະຕິບັດແລ້ວລາຍງານຄືນຕາມແບບແຜນເຮັດວຽກແບບບຸກທະລຸທີ່ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປະຈຳປີ 2024, ໃນນັ້ນວຽກຕົວຈິງຮີບດ່ວນຈໍານວນໜຶ່ງທີ່ຕ້ອງໄດ້ສຸມໃສ່ ຄື:

1/. ສຸມໃສ່ກະກຽມເນື້ອໃນ ແລະ ເຂົ້າຮ່ວມ ລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລຂາທິການສູນກາງພັກ ໂດຍສະເພາະ ກະກຽມລາຍງານກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ມາດຕະການແກ້ໄຂໃໝ່ ເພື່ອແກ້ໄຂ 6 ບັນຫາເຄັ່ງຮ້ອນ, ບຸກບືນປະຕິບັດໃຫ້ບັນລຸ 9 ຄາດໝາຍສູ້ຊົນ ໂດຍເອົາໃຈໃສ່ 5 ວິທີເຮັດວຽກແບບບຸກທະລຸ ເພື່ອແກ້ໃຫ້ຖືກຈຸດ ແລະ ຈັດຕັ້ງປະຕິບັດໃຫ້ແຂງແຮງຂຶ້ນກວ່າເກົ່າ.

2/. ຮີບຮ້ອນຈັດສັນງົບປະມານການລົງທຶນຂອງລັດ ປະຈໍາປີ 2025 ໃຫ້ທັນໄດ້ລາຍງານຕໍ່ກອງປະຊຸມຄະນະປະຈຳສະພາ ແຫ່ງຊາດ ໃນເດືອນກັນຍາ ກ່ອນຈະນຳເຂົ້າສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງ.

3/. ໃຫ້ກະຊວງກ່ຽວຂ້ອງກະກຽມດ້ານເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈຳສະພາແຫ່ງຊາດ ທີ່ຈັດຂຶ້ນໃນເດືອນສິງຫາ 2024.

4/. ສືບຕໍ່ກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ໃຫ້ດີເອົາໃຈໃສ່ຮັບປະກັນດ້ານບຸກຄະລາກອນຄູ, ອາຄານສະຖານທີ່ສຶກສາ, ການປະກາດເປີດຮັບນັກຮຽນ-ນັກສຶກສາເຂົ້າຮຽນໃນຊັ້ນຕ່າງໆ, ລວມທັງ ສືບຕໍ່ແກ້ໄຂບັນຫາທີ່ຕິດພັນກັບສະຖາບັນການສຶກສາ ເປັນຕົ້ນ ບັນຫາການຂາດແຄນຄູ, ການປະລະການຮຽນ ແລະ ອື່ນໆ ຕາມມະຕິ 09/ລບ ໃຫ້ໄດ້ຮັບຜົນດີ.

5/. ສືບຕໍ່ຕິດຕາມ, ຊຸກຍູ້ການຜະລິດລະດູຝົນ ໃຫ້ບັນລຸຕາມແຜນການ, ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດສະພາບການປ່ຽນແປງຂອງດິນຟ້າອາກາດ ເພື່ອກະກຽມຮັບມືກັບໄພທຳມະຊາດທີ່ອາດຈະເກີດຂຶ້ນ ທີ່ຈະກະທົບຕໍ່ການຜະລິດ, ຊັບສິນ, ຊີວິດຂອງປະຊາຊົນ ນັບທັງການບໍລິຫານຈັດການນ້ຳ ຢູ່ບັນດາອ່າງເກັບນ້ຳຊົນລະປະທານ, ເຂື່ອນໄຟຟ້າຕ່າງໆ ໃຫ້ມີຄວາມປອດໄພ.

6/. ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເດີນທາງໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ຂອງການນໍາຂັ້ນສູງ ໃນເດືອນສິງຫາ ແລະ ສືບຕໍ່ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເປັນປະທານອາຊຽນ 2024 ຂອງ ສປປ ລາວ.

ຂ່າວ: ກົມປະຊາສຳພັນ ຫສນຍ

ເດືອນສິງຫາ ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແກ້ໄຂໃໝ່ໃຫ້ຖືກຈຸດຂຶ້ນກວ່າເກົ່າ - 5 - ເດືອນສິງຫາ ລັດຖະບານ ຈະເລັ່ງແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ແກ້ໄຂໃໝ່ໃຫ້ຖືກຈຸດຂຶ້ນກວ່າເກົ່າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!