ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

- 2D2h kIgqAa QNLcKKLEWG91vHXCaWVc - ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ
- kitchen vibe - ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

ການສະຫຼຸບບັ້ນດຳເນີນຊີ ວິດການເມືອງ ປັບປຸງປົວແປງ ພາຍໃນພັກ ຂອງອົງຄະນະພັກ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນ ວັນທີ 30 ຕຸລາ ຜ່ານມາ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳ ມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ, ສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາ ພັກແຂວງ ເຈົ້າແຂວງ ຄຳມ່ວນ, ພ້ອມດ້ວຍບັນດາສະຫາຍໃນ ຄະນະປະຈຳ, ພັກແຂວງ, ເລຂາ ພັກເມືອງ ແລະ ຄະນະພັກຮາກ ຖານພະແນກການອ້ອມຂ້າງ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.

 

- Visit Laos Visit SALANA BOUTIQUE HOTEL - ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ
- Visit Laos Visit SALANA BOUTIQUE HOTEL - ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

- 23130701 546372519043312 3952302067007203594 n 300x200 - ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

+ ແຂວງຄຳມ່ວນໄດ້ຮັບຜົນກະທົບຫລາຍສົມຄວນ ຈາກໄພນ້ຳຖ້ວມເມື່ອກາງເດືອນນີ້

+ ເມືອງສັງທອງດຳເນີນກອງປະຊຸມຄະນະບໍລິຫານງານພັກເມືອງປະຈຳໄຕມາດ III

ສະຫາຍ ເລຂາພັກແຂວງ ໄດ້ລາຍງານການ ຕີລາຄາ ດ້ານ ດີ, ດ້ານອ່ອນ ແລະ ຜົນໄດ້ຮັບ ຂອງການດຳເນີນຊີວິດການ ເມືອງປັບປຸງປົວແປງພາຍໃນພັກ ໃນຜ່ານມານີ້ວ່າ: ທົ່ວແຂວງຄຳ ມ່ວນມີ 10 ອົງຄະນະພັກເມືອງ, ມີ 2 ຄະນະພັກອົງການ, ມີ 93 ຄະນະພັກຮາກຖານ, ມີໜ່ວຍພັກ ທັງໝົດ 1.017 ໜ່ວຍ, ມີສະ ມາຊິກພັກຫລາຍກວ່າ 15,600 ສະຫາຍ. ຜ່ານການສຳຫຼວດ ກວດກາໃນບັ້ນດຳເນີນຊີວິດການ ເມືອງຄັ້ງນີ້ ສາມາດຈັດປະເພດ ໄດ້ຄື: ມີສະມາຊິກພັກແຂງກວມ 83,75%, ສະມາຊິກພັກກາງ ກວມ 15,53% ແລະ ສະມາຊິກ ພັກອ່ອນກວມ 0,62%, ການ ຈັດປະເພດໜ່ວຍພັກແຂງມີ 758 ໜ່ວຍພັກ, ໜ່ວຍພັກກາງ 167 ໜ່ວຍ ແລະ ໜ່ວຍພັກອ່ອນມີ 3 ໜ່ວຍ.

 

- 23130731 546372529043311 5624218302082526516 n 300x200 - ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ

ໃນໂອກາດດຽວກັນສະ ຫາຍຮອງນາຍົກລັດຖະມົນຕີ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດ ດັ່ງກ່າວ ເຊິ່ງໄດ້ຖືສຳຄັນ ແລະ ມີຄວາມຮັບຜິດຊອບສູງຂອງ ຄະນະພັກ ແລະ ເພື່ອສືບຕໍ່ຜັນຂະ ຫຍາຍຜົນສຳເລັດດັ່ງກ່າວເຂົ້າ ສູ່ລວງເລິກ ສະຫາຍຮອງນາຍົກ ລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ແຂວງສືບຕໍ່ ຄົ້ນຄວ້າ, ວິເຄາະ, ວິໃຈ ແລະ ລົງເລິກກວດ ກາຕີລາ ຄາຄືນກ່ຽວກັບບັນຫາຕ່າງໆ ທີ່ພະນັກງານ, ສະມາຊິກພັກ ໄດ້ ປະກອບຄຳຄິດຄຳເຫັນຕໍ່ການ ນຳພາລວມໃຫ້ເລິກເຊິ່ງ ພ້ອມທັງ ຄົ້ນຄວ້າທິດທາງລວມ ແລະ ຫາ ວິທີແກ້ໄຂແຕ່ລະບັນຫາຕາມແຕ່ລະຂົງເຂດໃຫ້ມີການຫັນປ່ຽນ ຢ່າງຕັ້ງໜ້າ, ສືບຕໍ່ກວດກາລົງ ເລິກ ແລະ ມີມາດຕະການແກ້ ໄຂດ້ວຍຫຼາຍວິທີຕາມຄວາມ ເໝາະສົມຕໍ່ບັນດາສະຫາຍສະ ມາຊິກພັກທີ່ມີຄຸນທາດການ ເມືອງ-ຄຸນສົມບັດສິນທຳປະຕິ ວັດບໍ່ທັນໜັກແໜ້ນ, ຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງ ໄດ້ຮັບມອບໝາຍຍັງບໍ່ທັນສູງ, ຄວາມເປັນແບບຢ່າງນຳໜ້າ ດ້ານແບບແຜນການດຳລົງຊີ ວິດບໍ່ທັນດີ. ພ້ອມນັ້ນກໍ່ ໃຫ້ສືບ ຕໍ່ເພີ່ມທະວີວຽກງານປ້ອງກັນ ຊາດ- ປ້ອງກັນ ຄວາມສະຫງົບ ຢ່າງເຂັ້ມແຂງ, ສຸມໃສ່ ແກ້ໄຂ ສະ ພາບຫຍໍ້ ທໍ້ໃນສັງຄົມ, ເປັນຕົ້ນ ບັນຫາຢາເສບຕິດ, ອຸປະຕິເຫດ ຕາມຖະໜົນ, ການລັກລອບຂຸດ ຄົ້ນໄມ້-ສົ່ງອອກໄມ້, ນຳເຂົ້າພາ ຫະນະບໍ່ຖືກຕ້ອງ, ບັນຫາທີ່ດິນ ແລະ ອື່ນໆໃຫ້ລຸໂລ່ງໄປໂດຍດີ.

 

- 4 - ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ
- 3 - ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ
- 5 - ຄຳມ່ວນສະຫລຸບບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ