ເມືອງເມິງ ຮ່ວມກັບເອກະຊົນ ສໍາຫລວດ-ສ້ອມແປງ ເສັ້ນທາງທີ່ເປ່ເພ ເພື່ອແກ້ໄຂສຸກເສີນ

ເມືອງເມິງ ຮ່ວມກັບເອກະຊົນ ສໍາຫລວດ-ສ້ອມແປງ ເສັ້ນທາງທີ່ເປ່ເພ ເພື່ອແກ້ໄຂສຸກເສີນ - 3711 - ເມືອງເມິງ ຮ່ວມກັບເອກະຊົນ ສໍາຫລວດ-ສ້ອມແປງ ເສັ້ນທາງທີ່ເປ່ເພ ເພື່ອແກ້ໄຂສຸກເສີນ
ເມືອງເມິງ ຮ່ວມກັບເອກະຊົນ ສໍາຫລວດ-ສ້ອມແປງ ເສັ້ນທາງທີ່ເປ່ເພ ເພື່ອແກ້ໄຂສຸກເສີນ - kitchen vibe - ເມືອງເມິງ ຮ່ວມກັບເອກະຊົນ ສໍາຫລວດ-ສ້ອມແປງ ເສັ້ນທາງທີ່ເປ່ເພ ເພື່ອແກ້ໄຂສຸກເສີນ

ວັນທີ 26-27 ກໍລະກົດ 2024, ຄະນະກໍາມະການຄວບຄຸມໄພພິບັດຂັ້ນເມືອງໆເມິງ ແຂວງບໍ່ແກ້ວ ຮ່ວມກັບ ບໍລິສັດ ຢຸຍເຊີນ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ລົງສໍາຫລວດເສັ້ນທາງທີ່ເປ່ເພ ໃນໄລຍະລະດູຝົນ ແຕ່ເທສະບານເມືອງເມິງ ຫາ ຂົວນໍ້າຟ້າ-ສາມແຍກເຂົ້າບ້ານນໍ້າຄາລື້ ແລະ ສາມແຍກເຂົ້າບ້ານປຸ່ງຈອມແສງ ເມືອງຫ້ວຍຊາຍ ຫາ ສາມແຍກບ້ານຜາດໍາ ເມືອງເມິງ.

ການສໍາຫລວດຄັ້ງນີ້ ເພື່ອແກ້ໄຂສຸກເສີນ ເສັ້ນທາງທີ່ເປ່ເພໃນບາງຈຸດທີ່ບໍ່ສາມາດທຽວໄປມາໄດ້ ໃນໄລຍະລະດູຝົນ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກໃນການສັນຈອນ ເປັນຕົ້ນ: ດິນເຊາະເຈື່ອນຖົມເສັ້ນທາງ, ຂຸດຮອງລະບາຍນໍ້າ, ຖົມເສັ້ນທາງທີ່ເປັນບວກເປັນຂຸມ ແລະ ອະນາໄມທໍ່ລະບາຍນໍ້າ.

ຜ່ານການສໍາຫລວດເຫັນວ່າ ເສັ້ນທາງແຕ່ເທສະບານເມືອງເມິງ ແຂວງບໍ່ແກ້ວ ຫາ ຂົວນໍ້າຟ້າ ຊາຍແດນເມືອງລອງ ແຂວງຫລວງນໍ້າທາ ມີຄວາມຍາວ 34 ກິໂລແມັດ, ແຕ່ເທສະບານເມືອງເມິງ ຫາສາມແຍກເຂົ້າບ້ານນໍ້າຄາລື້ ຍາວ 34 ກິໂລແມັດ ແລະ ແຕ່ສາມແຍກເຂົ້າບ້ານປຸງຈອມແສງ ຫາສາມແຍກບ້ານຜາດໍາ ຍາວ 25,42 ກິໂລແມັດ, ເຊິ່ງທາງບໍລິສັດ ໄດ້ນໍາເອົາກົນຈັກເຂົ້າມາປັບປຸງສ້ອມແປງ ແລະ ແກ້ໄຂສຸກເສີນ ໃຫ້ທັນກັບສະພາບການ ເພື່ອຄວາມສະດວກໃນການເດີນທາງໄປ-ມາ ກໍຄືການຂົນສົ່ງສິນຄ້າຕ່າງໆ ລະຫວ່າງເມືອງເມິງ ຫາ ເມືອງລອງ ແຂວງຫລວງນໍ້າທາ, ເທສະບານເມືອງເມິງ ຫາ ເມືອງຫ້ວຍຊາຍ ແລະ ບ້ານ ຫາບ້ານພາຍໃນເມືອງ ໃຫ້ມີຄວາມສະດວກ ແລະ ວອງໄວຂຶ້ນກວ່າເກົ່າ.

ຂ່າວ: ແຂວງບໍ່ແກ້ວ

ເມືອງເມິງ ຮ່ວມກັບເອກະຊົນ ສໍາຫລວດ-ສ້ອມແປງ ເສັ້ນທາງທີ່ເປ່ເພ ເພື່ອແກ້ໄຂສຸກເສີນ - 4 - ເມືອງເມິງ ຮ່ວມກັບເອກະຊົນ ສໍາຫລວດ-ສ້ອມແປງ ເສັ້ນທາງທີ່ເປ່ເພ ເພື່ອແກ້ໄຂສຸກເສີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!