ສຕລ ກຽມຈັດການແຂ່ງຂັນບານເຕະຍິງ ຮຸ່ນອາຍຸ 18 ປີ
November 2, 2017 - 3:55 PM




ອີງຕາມການແຈ້ງການຂອງສະຫະພັນບານເຕະແຫ່ງຊາດ (ສຕລ) ໃຫ້ແຕ່ລະສະ ໂມສອນທົ່ວນະຄອນຫລວງ ວຽງຈັນ ເຂົ້າຮ່ວມການແຂ່ງ ຂັນເຕະບານຍິງຮຸ່ນອາຍຸ 18 ປີ ຫລື LFF U18 WOMEN YOUTH LEAGUE 2017 ໃນກາງເດືອນພະຈິກນີ້ ທີ່ສະໜາມກິລາຫຍ້າທຽມ ສຕລ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫລວງ ວຽງຈັນ. ສໍາລັບເງື່ອນໄຂ ຂອງນັກກິລາປະທີ່ຈະເຂົ້າ ຮ່ວມການແຂ່ງຂັນຈະຕ້ອງ ເກີດວັນທີ 1 ມັງກອນ ປີ 1999 ຂຶ້ນໄປ ສ່ວນເອກະ ສານປະກອບມີ ປຶ້ມຕິດຕາມ ການຮຽນ, ປຶ້ມສຳມະໂນຄົວ ຫລື ໜັງສືຜ່ານແດນ ( Pas sport ), ຮູບຖ່າຍ 3 x 4 ( ບໍ່ ໃຫ້ ກາຍ 3 ເດືອນ ) ຕິດຄັດ ເອກສານທຸກໆເອກະສານ ຢັ້ງ ຢືນຕ້ອງແມ່ນຂອງແທ້. ສ່ວນ ການລົງທະບຽນທີມໜຶ່ງຕ້ອງມີ 25 ຄົນ ແລະ ຄະນະນຳ 07 ຄົນ ສົ່ງໃຫ້ຄະນະຈັດການ ແຂ່ງຂັນໃນຄັ້ງທໍາອິດ ແລະ ກ່ອນການແຂ່ງຂັນ 7 ວັນ ຈະ ຕ້ອງສົ່ງລາຍຊື່ນັກກິລາຈຳ ນວນ 20 ຄົນ ແລະ ຄະນະ 5 ຄົນຄັ້ງທ້າຍ ສົ່ງໃຫ້ຄະນະຈັດ ການແຂ່ງຂັນເປັນຄັ້ງສຸດ ທ້າຍ. ແຕ່ກໍລະນີທີມໃດຫາກ ມີນັກກິລາ ທີມຊາດຍິງ ຮຸ່ນ ອາຍຸ 16 ປີ ໃນປີ 2017 ສາ ມາດລົງທະບຽນໄດ້ພຽງແຕ່ 4 ຄົນ ແລະ ສາມາດລົງແຂ່ງ ຂັນໄດ້ພຽງແຕ່ 2 ຄົນຕໍ່ຄັ້ງ.
ຂະນະທີ່ລາງວັນຂອງ ການແຂ່ງຂັນ ອັນດັບທີ 1 ຈະ ໄດ້ຮັບຂັນ 1 ຫນ່ວຍ ເງິນສົດ 5.000.000 ກີບ; ອັນດັບທີ 2 ຈະໄດ້ຮັບຂັນ 1 ຫນ່ວຍ ເງິນ ສົດ 4.000.000 ກີບ; ອັນດັບ ທີ 3 ຈະໄດ້ຮັບຂັນ 1 ຫນ່ວຍ ເງິນສົດ 3.000.000 ກີບ; ທີມມາລະຍາດດີເດັ່ນ ຈະໄດ້ ຮັບເງິນສົດ 500.000 ກີບ; ນັກກິລາດີເດັ່ນຈະໄດ້ຮັບເງິນ ສົດ 500.000 ກີບ; ນັກກິລາ ຍິງປະຕູສູງສຸດ ຈະໄດ້ຮັບ ເງິນສົດ 500.000 ກີບ.