ມວຍສາກົລາວ ສົ່ງ 2 ນັກຊົກສາວຮ່ວມຊີງແຊ໊ມອາຊີທີ່ຫວຽດນາມ
November 2, 2017 - 3:59 PM




ໂດຍທັບນັກກິລາມວຍ ສາກົນຍິງທີມຊາດລາວ ໄດ້ ອອກເດີນທາງຈາກສະໜາມບິສາກົນວັດໄຕ ນະຄອນຫຼວງ ວຽງຈັນ ສປປ ລາວ ໄປຍັງ ສສ ຫວຽດນາມ ໃນວັນທີ 31 ຕຸລາຜ່ານມາ ເພື່ອເຂົ້າຮ່ວມ ການແຂ່ງຂັນມວຍສາກົນຍິງຊີງແຊ໊ມອາຊີ 2017 ທີ່ນະ ຄອນຫຼວງໂຮ່ຈິມິງ ສສ ຫວຽດນາມ ເປັນເຈົ້າພາບລະ ຫວ່າງວັນທີ 2-8 ພະຈິກນີ້ ເຊິ່ງນຳພາໂດຍ ທ່ານ ສີສຸພັນ ແສງສະຫວັນ ປະທານສະຫະ ພັນກິລາມວຍສາກົນແຫ່ງ ຊາດລາວ, ທ່ານ ອຸດອນ ຂັນ ໄຊ ຄູເຝິກມວຍສາກົນຍິງທີມ ຊາດລາວ ພ້ອມດ້ວຍນັກກິລາ 2 ຄົນ ປະກອບມີ ນາງ ມີມີ່ ຍອຍສາຍຄຳ ຮຸ່ນນ້ຳໜັກ 45- 48 ກິໂລກຣາມ ແລະ ນາງ ດາວມະຍຸລີ ຈັນຕິລາດ ຮຸ່ນນ້ຳ ໜັກ 48-51 ກິໂລກຣາມ.
ສຳລັບການແຂ່ງຂັນດັ່ງກ່າວ ແມ່ນມີນັກກິລາເຂົ້າຮ່ວມ ທັງໝົດ 107 ຄົນ ທີ່ມາຈາກ 20 ປະເທດ ແລະ ມີທັງໝົດ 10 ຮຸ່ນ ປະກອບມີ ຮຸ່ນນ້ຳໜັກ 45-48 ກິໂລກຣາມ, 48-51 ກິໂລກຣາມ, 54 ກິໂລ ກຣາມ, 57 ກິໂລກຣາມ 60 ກິໂລກຣາມ, 64 ກິໂລກຣາມ, 69 ກິໂລກຣາມ, 75 ກິໂລ ກຣາມ, 81 ກິໂລກຣາມ ແລະ ຮຸ່ນນ້ຳໜັກ 81 ກິໂລກຣາມ ຂຶ້ນໄປ.