ລມຕ ກະຊວງຍຸຕິທຳ ເນັ້ນໜັກໃຫ້ພະນັກງານທີ່ຈະລົງຮາກຖານ ເອົາໃຈໃສ່ຈັດປະຕິບັດຄໍາຕັດສິນຂອງສານ ຢ່າງມີສະຕິມີຈັນຍາບັນ ແລະ ຈັນຍາທໍາ


ໃນລະຫວ່າງວັນທີ 31 ກໍລະກົດ ຫາ 02 ສິງຫາ 2024 ກະຊວງຍຸຕິທຳ ໄດ້ຈັດຝຶກອົບຮົມວຽກງານປະຕິບັດຄຳຕັດສິນຂອງສານໃຫ້ແກ່ພະນັກງານ ທີ່ຈະລົງຮາກຖານເຄື່ອນໄຫວປະສານ ຕິດຕາມຊຸກຍູ້ວຽກງານປະຕິບັດຄຳຕັດສິນຂອງສານຢູ່ຫ້ອງການປະຕິບັດ 9 ເມືອງ ຂອງບັນດາ 4 ແຂວງ ຄື: ແຂວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງຫລວງພະບາງ ເປັນປະທານໂດຍ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການແນະນໍາແບບແຜນວິທີເຮັດວຽກ, ຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານຂອງພະນັກງານປະຕິບັດຄຳຕັດສິນຂອງສານ ພ້ອມທັງຮັບປະກັນການປະຕິບັດຄຳຕັດສິນຂອງສານ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ, ມີຄວາມຍຸຕິທຳ, ວ່ອງໄວ ແລະ ໃຫ້ຄະດີຄວາມທີ່ຄ້າງຄາຕ່າງໆ ຫລຸດລົງຕາມຄາດໝາຍທີ່ວາງໄວ້.
ທ່ານ ລັດຖະມົນຕີ ໄດ້ມີຄໍາເຫັນເນັ້ນໜັກໃຫ້ນັກຝຶກອົບຮົມ ເອົາໃຈໃສ່ຄົ້ນຄວ້າລົງເລິກກົດໝາຍ ວຽກງານປະ ຕິບັດຄໍາຕັດສິນຂອງສານ ແລະ ນິຕິກໍາ ຂອງຂະແໜງການຕ່າງໆທີ່ກ່ຽວຂ້ອງ ພ້ອມທັງໝູນໃຊ້ບົດຮຽນປະສົບການທີ່ຮັບຮູ້ມາ ນໍາມາແກ້ໄຂບັນຫາຕົວຈິງ ໂດຍໃຫ້ຈັດຕັ້ງປະຕິບັດຢ່າງມີສະຕິ, ມີຈັນຍາບັນ, ຈັນຍາ ທໍາ, ຍົກສູງຄວາມເປັນເຈົ້າການໃນການສ້າງຄວາມສາມັກຄີ ຂັ້ນສູນກາງ ລວມເຖິງຂັ້ນທ້ອງຖິ່ນ ແລະ ສະຫຼຸບລາຍງານວຽກງານດັ່ງກ່າວ ຕໍ່ຂັ້ນເທິງເປັນແຕ່ລະໄລຍະ.

