ກອງປະຊຸມສະພາທີ່ປຶກສາ ໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7


ກອງປະຊຸມສະພາທີ່ປຶກສາ ໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ເພີ່ມທະວີບົດບາດຂອງລັດຖະສະພາ ໃນການຮ່ວມມື ເພື່ອແກ້ໄຂບັນຫາຢາເສບຕິດ ຢ່າງເປັນຮູບປະທໍາ” (Strengthening the Role ofParliaments in Addressing the Drug Matters for a Drug-Free ASEAN Realization) ໂດຍການເປັນເຈົ້າພາບຂອງ ສປປລາວ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 7 ສິງຫາ 2024 ທີ່ໂຮງແຮມຫລວງພະບາງວິວ ນະຄອນຫລວງພະບາງ, ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ຕາງໜ້າປະທານ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45, ໂດຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄືືື: ບຣູໄນ, ກໍາປູເຈຍ, ມາເລເຊຍ, ອິນໂດເນເຊຍ, ຟິລິປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ຕາງໜ້າຈາກ ລັດຖະສະພາມຽນມາ, ເລຂາທິການໃຫຍ່ໄອປາ ແລະ ກອງເລຂາໄອປາ, ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ເຊັ່ນ: ASOD ແລະ ອົງການສະຫະປະຊາຊາດ ເພື່ອຄວບຄຸມຢາເສບຕິດ (UNODC) ທ່ານ ນາງ ອາສິຕີ ໂຣໄຊເມີຣີຢັນຕີ ດາໂຕະ ຮາຈິ ອັບດຸນຣາມານ, ເລຂາທິ ການໃຫຍ່ ໄອປາ ແລະ ບັນດາແຂກຮັບເຊີນ
ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດເປີດກອງປະຊຸມ ຢ່າງເປັນທາງການ ເຊິ່ງມີເນຶ້ອໃນບາງຕອນວ່າ: “ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຮ່ວມມືໃນຂອບອາຊຽນ ແລະ ໄອປາ ໃນໄລຍະຜ່ານມາ, ທີ່ໄດ້ນໍາໃຊ້ກົນໄກ ແລະ ບັນດາມາດຕະການ ໃນການສະກັດກັ້ນ, ປາບປາມ,ຄວບຄຸມ, ແກ້ໄຂ ແລະ ທຳລາຍແຫຼ່ງການຜະລິດ, ການປຸງແຕ່ງ, ການຄ້າຂາຍ, ການລັກລອບຂົນສົ່ງ ກໍຄືການນຳໃຊ້ຢາເສບຕິດທີ່ຜິດກົດໝາຍ, ເຮັດໃຫ້ບັນຫາຢາເສບຕິດຫຼຸດຜ່ອນລົງພໍສົມຄວນ, ຊຶ່ງຫຼາຍປະເທດສະມາຊິກອາຊຽນ ກໍໄດ້ມີບົດຮຽນທີ່ດີໃນການປິ່ນປົວ, ບໍາບັດ ແລະ ຟື້ນຟູຜູ້ໄດ້ຮັບເຄາະຮ້າຍຈາກຢາເສບຕິດ ໃຫ້ກັບມາໃຊ້ຊີວິດເປັນປົກກະຕິໃນສັງຄົມ.
ສຳລັບ ສປປ ລາວ ພວກຂ້າພະເຈົ້າ ແມ່ນໄດ້ຖືເອົາວຽກງານການແກ້ໄຂບັນຫາຢາເສບຕິດ ເປັນວຽກງານສຳຄັນ ແລະ ສະພາແຫ່ງຊາດ ໄດ້ຮັບຮອງເອົາເປັນວາລະແຫ່ງຊາດ ມາແຕ່ປີ 2021. ຜ່ານການສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະປີ 2021-2023 ຜ່ານມາ ແມ່ນສາມາດສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໄດ້ຫຼາຍກໍລະນີ. ດັ່ງນັ້ນ, ພວກຂ້າພະເຈົ້າ ຈ່ຶ່ງໄດ້ມີການຕົກລົງສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງດັ່ງກ່າວຕໍ່ໄປອີກໃນໄລຍະປີ 2024-2025 ເພື່ອເຮັດໃຫ້ບັນຫາຢາເສບຕິດຢູ່ໃນ ສປປ ລາວຫຼຸດລົງເທື່ອລະກ້າວ”


ການເປັນເຈົ້າພາບ ຈັດກອງປະຊຸມໃນຄັ້ງນີ້ ເປັນການຍົກສູງຖານະບົດບາດຂອງ ສປປ ລາວ ກໍຄືບົດບາດຂອງສະພາແຫ່ງຊາດ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ເປັນກາລະໂອກາດອັນດີໃນການໂຄສະນາແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ ແລະ ລັດຖະບານ; ທັງເປັນການເຮັດສໍາເລັດຫນ້າທີ່ ແລະ ພັນທະຄວາມຮັບຜິດຊອບ ໃນຖານະທີ່ສະພາແຫ່ງຊາດ ແຫ່ງ ສປປປ ລາວ ເປັນສະມາຊິກສົມບູນຂອງອົງການສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ແລະ ປະຕິບັດຕາມຮອບວຽນໃນການຜັດປ່ຽນເປັນເຈົ້າພາບ; ທັງເພື່ອໂຄສະນາແຜນນະໂຍບາຍ, ລະບຽບກົດໝາຍ ແລະ ຍຸດທະສາດຂອງ ສປປ ລາວ ເພື່ອຕ້ານກັບບັນຫາຢາເສບຕິດ.

