ອາກາດ​ຍັງ​ສືບ​ຕໍ່​ເຢັນລົງ

- 22046170 837425749758379 8921858253187482563 n - ອາກາດ​ຍັງ​ສືບ​ຕໍ່​ເຢັນລົງ
- kitchen vibe - ອາກາດ​ຍັງ​ສືບ​ຕໍ່​ເຢັນລົງ

ກົມ​ອຸຕຸນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ລະຫວ່າງ​ວັນ​ທີ 3-5 ພະຈິກ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ອາກາດ​ສູງ​ຈະ​ມີ​ກຳລັງ​ແຮງ​ເພີ່ມ​ຂຶ້ນ​ແຜ່​ລົງ​ມາ​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ, ພ້ອມ​ດຽວ​ກັນ ກະ​ແສ​ລົມ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ຈະ​ມີ​ກຳລັງ​ແຮງ​ເພີ່ມ​ຂຶ້ນ​ພັດ​ປົກ​ຄຸມ, ຊຶ່ງ​ຈະ​ເຮັດ​ໃຫ້​ອາກາດ​ເຢັນ​ລົງ​ຕື່ມ​ອີກ, ພ້ອມ​ມີ​ໝອກ​ບາງ​ປົກ​ຫຸ້ມ​ຫລາຍ​ຂຶ້ນ​ໃນ​ຕອນ​ເຊົ້າ ​ແລະ ມີ​ລົມ​ພັດ​​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ຕອນ​ບ່າຍ​ຫາ​ຕອນ​ຄໍ່າ​ຢູ່​ແຕ່​ລະ​ພາກ.

ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ: ອາ​ກາດ​ຈະ​ສືບ​ຕໍ່​ເຢັນ​ຫາ​ໜາວ​ເຢັນ, ພ້ອມ​ມີ​ໝອກ​ບາງ​ປົກ​ຫຸ້ມ​ຫລາຍ​ຂຶ້ນ, ​ໂດຍ​ສະ​ເພາະ​ແຂວງ​ຫົວພັນ, ອຸນຫະພູມ​ຕ່ຳ​ສຸດ 14-16 ອົງສາ ​ແລະ ສູງ​ສຸດ 24-26 ອົງສາ; ພາ​ກ​ເໜືອ​ດ້ານ​ຕາ​ເວັນ​ຕົກ: ອາ ກາດ​ຍັງ​ຈະ​ສືບ​ຕໍ່​ເຢັນ​ລົງ​ຕື່ມ​ ​ແລະ ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ, ອຸນຫະພູມ​ຕ່ຳ​ສຸດ 18-20 ອົງສາ ​ແລະ ສູງ​ສຸດ 28-30 ອົງສາ; ພາກ​ກາງ: ສະພາບ​ອາກາດ​ຍັງ​ສືບ​ຕໍ່​ເຢັນ​ຫາ​ໜາວ​ເຢັນ, ​ໂດຍ​ສະ​ເພາະ​ເຂດ​ຫລັກ​ 20 ​ແລະ ມີ​ລົມ​ພັດ​​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ຕື່ມ​ອີກ, ອຸນຫະພູມ​ຕ່ຳ​ສຸດ 17-19 ອົງສາ ​ແລະ ສູງ​ສຸດ 28-30 ອົງສາ; ພາກ​ໃຕ້: ອາກາດ​​ເຢັນ​ລົງ, ພ້ອມ​ມີ​ໝອກ​ບາງ​ໃນ​ຕອນ​ເຊົ້າ ​ແລະ ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ຕອນ​ບ່າຍ​ຫາ​ຕອນ​ຄໍ່າ, ອຸນຫະພູ​ມຕ່ຳ​ສຸດ 19-21 ອົງສາ ​ແລະ ສູງ​ສຸດ 30-32 ອົງສາ, ສະ​ເພາະ​ເຂດ​ພູ​ພຽງ​ບໍລະ​ເວນ: ອາກາດ​ໜາວ​ເຢັນ, ພ້ອມ​ມີ​ໝອກ​ໜາ​ໃນ​ຕອນ​ເຊົ້າ, ອຸນຫະພູມ​ຕ່ຳ​ສຸດ 8-10 ອົງສາ ​ແລະ ສູງ​ສຸດ 22-24 ອົງສາ; ນະ​ຄອນ ຫລວງ​ວຽງ​ຈັນ: ອາກາດ​ຍັງ​ສືບ​ຕໍ່​ເຢັນ, ພ້ອມ​ມີ​ໝອກ​ບາງ​ປົກ​ຫຸ້ມ​ຫລາຍ​ຂຶ້ນ ​ແລະ ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ​ໃນ​ຕອນ​ບ່າຍ, ອຸນຫະພູມ​ຕ່ຳ​ສຸດ 20-22 ອົງສາ ​ແລະ ສູງ​ສຸດ 30-32 ອົງສາ.

- Visit Laos Visit SALANA BOUTIQUE HOTEL - ອາກາດ​ຍັງ​ສືບ​ຕໍ່​ເຢັນລົງ
- 4 - ອາກາດ​ຍັງ​ສືບ​ຕໍ່​ເຢັນລົງ
- 5 - ອາກາດ​ຍັງ​ສືບ​ຕໍ່​ເຢັນລົງ
- 3 - ອາກາດ​ຍັງ​ສືບ​ຕໍ່​ເຢັນລົງ