ອຸຕຸເຕືອນ! ກະແສລົມມໍລະສຸມພັດປົກຄຸມ ຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຕ່ລະພາກ 60-70%

ອຸຕຸເຕືອນ! ກະແສລົມມໍລະສຸມພັດປົກຄຸມ ຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຕ່ລະພາກ 60-70% - 45452 - ອຸຕຸເຕືອນ! ກະແສລົມມໍລະສຸມພັດປົກຄຸມ ຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຕ່ລະພາກ 60-70%
ອຸຕຸເຕືອນ! ກະແສລົມມໍລະສຸມພັດປົກຄຸມ ຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຕ່ລະພາກ 60-70% - kitchen vibe - ອຸຕຸເຕືອນ! ກະແສລົມມໍລະສຸມພັດປົກຄຸມ ຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຕ່ລະພາກ 60-70%

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພະຍາກອນອາກາດ ເຊົ້າວັນທີ 11 ສິງຫາ 2024 ວ່າ: ບໍລິເວນຄວາມກົດດັນອາກາດຕໍ່າ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນ ແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 20 – 30 ອົງສາ.

ອຸຕຸເຕືອນ! ກະແສລົມມໍລະສຸມພັດປົກຄຸມ ຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຕ່ລະພາກ 60-70% - Visit Laos Visit SALANA BOUTIQUE HOTEL - ອຸຕຸເຕືອນ! ກະແສລົມມໍລະສຸມພັດປົກຄຸມ ຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຕ່ລະພາກ 60-70%

ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ) : ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກ ຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມ 22 – 33 ອົງສາ.

ນະຄອນຫລວງວຽງຈັນ: ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມ 26 – 34 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະ ຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 70% ຂອງ ພາກ. ອຸນຫະພູມ 24 – 34 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກ ຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມ 19 – 31 ອົງສາ.

ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະຕົກໃນ ລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ 25 – 34 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມ 17 – 27 ອົງສາ.

ອຸຕຸເຕືອນ! ກະແສລົມມໍລະສຸມພັດປົກຄຸມ ຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຕ່ລະພາກ 60-70% - 5 - ອຸຕຸເຕືອນ! ກະແສລົມມໍລະສຸມພັດປົກຄຸມ ຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຢູ່ແຕ່ລະພາກ 60-70%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!