ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ

- svanh 1 - ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ
- kitchen vibe - ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ

ແຂວງສະຫວັນນະເຂດເປັນ ແຂວງທີ່ໃຫຍ່, ມີປະຊາຊົນເປັນ ລ້ານຄົນ, ທີ່ປະກອບດ້ວຍຫລາຍ ຊົນເຜົ່າຄື: ເຜົ່າລາວ, ຜູ້ໄທ, ກະ ຕ່າງ, ມັງກອນ, ຕຣີ, ລະວາ, ປາ ໂກະ ແລະ ຕາໂອ້ຍ ອາຊີບສ່ວນ ໃຫຍ່ແມ່ນຊາວກະສິກອນ. ຮອງ ລົງມາແມ່ນທຳການຄ້າຂາຍ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າ ແຂວງສະຫວັນນະເຂດທັງ ເປັນຜູ້ຊີ້ນຳວຽກງານວັດທະ ນະທຳ- ສັງຄົມ ໃຫ້ສຳພາດວ່າ: ຍ້ອນ ແຂວງສະຫວັນນະເຂດເປັນ ແຂວງໃຫຍ່ພື້ນທີ່ສ່ວນຫລາຍເປັນ ເຂດທົ່ງພຽງ ແລະ ພູພຽງ, ມີ ຫ້ວຍຮ່ອງຄອງບຶງພູຜາປ່າໄມ້ ແລະ ທຳມະຊາດອັນອຸດົມສົມບູນ, ເຮັດໃຫ້ແຂວງສະຫວັນນະເຂດມີ ລະບົບພື້ນຖານເສດຖະກິດທີ່ເຂັ້ມ ແຂງຍ້ອນມີທ່າແຮງບົ່ມຊ້ອນ ແລະ ກາລະໂອກາດເອື້ອອຳ ນວຍ, ອຳນາດການປົກຄອງໄດ້ ໃຫ້ຄວາມສຳຄັນ ຕໍ່ການພັດທະ ນາການທ່ອງທ່ຽວຕິດພັນກັບ ການອະນຸລັກສິ່ງແວດລ້ອມ ເຊິ່ງ ໃນແຕ່ລະປີ ມີນັກທ່ອງທ່ຽວຈາກ ຕ່າງປະເທດເຂົ້າມາທ່ອງທ່ຽວ ເປັນຈຳນວນຫລວງຫລາຍ, ອັນ ໄດ້ກາຍເປັນທ່າແຮງໜຶ່ງຊ່ວຍ ພັດທະນາເສດຖະກິດສັງຄົມ ທ້ອງຖິ່ນຂະຫຍາຍຕົວ, ໂດຍສະ ເພາະແມ່ນແຂວງສະຫວັນນະ ເຂດເປັນທາງຜ່ານຂອງການ ທ່ອງທ່ຽວ, ເຊິ່ງເຮັດໃຫ້ມີນັກ ທ່ອງທ່ຽວເດີນທາງຈາກໄທ ຫວຽດນາມ ແລະ ຈາກຫວຽດ ນາມໄປໄທຕາມເສັ້ນ ທາງເລກ 9 ແລະ ຈາກເໜືອໄປ ໃຕ້ ແລະ ຈາກໃຕ້ຂຶ້ນເໜືອທີ່ມີເວລາແວ່ ພັກຢູ່ ແຂວງສະຫວັນນະເຂດ ແລະ ປັດຈຸບັນເສັ້ນທາງ ເລກ 9, ເລກ 13, ຂົວມິດຕະພາບລາວ- ໄທ ກໍໄດ້ຮັບການປັບປຸງຄືນໃໝ່ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການສັນຈອນ ໄປມາ ແລະ ຊ່ວຍພັດທະນາ ແຂວງສະ ຫວັນນະເຂດເປັນເສັ້ນທາງທ່ອງ ທ່ຽວທີ່ ຂະຫຍາຍຕົວ.

 

- Visit Laos Visit SALANA BOUTIQUE HOTEL - ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ

- 24055851 1024x768 - ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ

 

+ ນະຄອນຫລວງເລັ່ງປະຕິບັດ 4 ຕົວຊີ້ວັດເພື່ອກະຕຸ້ນການທ່ອງທ່ຽວ

+ ແຂວງຈຳປາສັກກຽມຄວາມພ້ອມສະຫລອງປີທ່ອງທ່ຽວລາວ 2018

ທ່ານ ຄຳພູນ ຕຸໄພທູນ ກ່າວ ວ່າ: ການພັດທະນາການທ່ອງ ທ່ຽວ ແຂວງສະຫວັນນະເຂດ ແຕ່ປີ 2015 – 2020 ແມ່ນໄລ ຍະແຫ່ງຄວາມພະຍາຍາມທີ່ຈະ ສ້າງແຂວງຂອງຕົນໃຫ້ເປັນ ປາຍທາງຂອງການທ່ອງທ່ຽວ, ໂດຍຈະສຸມໃສ່ເຮັດໃຫ້ການທ່ອງ ທ່ຽວ ແຂວງສະຫວັນນະເຂດ ຂະຫຍາຍຕົວໃນລະດັບສູງທີ່ມີ ເອກະລັກສະເພາະໂດຍອຳນາດ ການປົກຄອງແຕ່ລະຂັ້ນຈະຕ້ອງ ໄດ້ສຸມໃສ່ພັດທະນາເສັ້ນທາງ ປະຫວັດສາດສາຍຕ່າງໆຢູ່ ໃນຕົວເມືອງ ແລະ ທ້ອງຖິ່ນ ສາມາດດຶງດູດເອົານັກທ່ອງ ທ່ຽວມາທ່ຽວສະຫວັນນະເຂດ ຫລາຍຂຶ້ນ.

- 234fedd 300x226 - ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ

ທ່ານ ຫົວໜ້າຂະແໜງທ່ອງ ທ່ຽວ ແຂວງມີຄຳເຫັນວ່າເພື່ອ ຢາກໃຫ້ບັນລຸແຜນຍຸດທະສາດ ພັດທະນາການທ່ອງທ່ຽວທຸກ ພາກສ່ວນຈະຕ້ອງມີສ່ວນຮ່ວມ ຢ່າງຕັ້ງໜ້າ, ສຳຄັນແມ່ນເປັນ ເຈົ້າການພັດທະນາການທ່ອງ ທ່ຽວໃຫ້ຄົບວົງຈອນ, ໃຫ້ກາຍ ເປັນອຸດສາຫະກຳການທ່ອງ ທ່ຽວພ້ອມນີ້ກໍຕ້ອງມີການສົ່ງ ເສີມການທ່ອງທ່ຽວໂດຍມີການ ປັບປຸງຄຸນນະພາບຂອງການ ບໍລິການ ແລະ ຄຸນນະພາບສິ່ງ ຮອງຮັບສິ່ງອຳນວຍຄວາມສະ ດວກຕ່າງໆ ເພື່ອສາມາດເຊື່ອມ ໂຍງເຂົ້າກັບພາກພື້ນ ແລະ ສາ ກົນໄດ້ເທື່ອລະກ້າວ.

 

- svanh 1 - ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ

- 5 - ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ
- 3 - ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ
- 4 - ຮອດປີ 2020 ຈະສ້າງສະຫວັນນະເຂດໃຫ້ເປັນແຂວງທ່ອງທ່ຽວຂະຫຍາຍຕົວ