ປາຣິສ ແຊັງແຊັກແມັງ ທາບທາມ ມູຣິນໂຢ ຄຸມທີມ
November 7, 2017 - 4:38 PM




ອັນເຕໂຣ ເຮນຣິເກ ຜູ້ອຳ ນວຍການກີລາຂອງ ປາຣິສ ແຊັງແຊັກແມັງ ທີ່ເຄີຍຮ່ວມ ວຽກກັບ ມູຣິນໂຢ ມາກ່ອນທີ່ ປໍໂຕ ຖືກເບິ່ງວ່າເປັນຄົນສຳ ຄັນໃນການດຶງໂຕ ມູຣິນໂຢ ມາເປັນຜູ້ຈັດການທີມເພື່ອເປົ້າໝາຍເປັນແຊ໊ມ ຢູຟາ ແຊ໊ມ ປຽນລີກ ຫຼັງຈາກທີ່ເຄີຍປະ ສົບຄວາມສຳເລັດພາ ປໍໂຕ ແລະ ອິນເຕີ ມິລານ ເປັນເຈົ້າ ເອີຣົບມາແລ້ວ.
ກ່ອນໜ້ານີ້ ມູຣິນໂຢ ຫາ ກໍໃຫ້ສຳພາດວ່າ ແມນເຊສເຕີ ຢູໄນເຕັດ ຈະບໍ່ແມ່ນທີມສຸດ ທ້າຍໃນອາຊີບຜູ້ຈັດການຂອງລາວ ກ່ອນອະທິບາຍພາຍຫຼັງ ວ່າຄົງບໍ່ມີຜູ້ຈັດການທີມຄົນໃດອີກແລ້ວທີ່ຈະຢູ່ຄຸມທີມດຽວ ໄດ້ດົນຄື ອາແຊນ ເວນເກີ ຫຼື ເຊີອະເລັກ ເຟີກູສັນ.