ສະເຫຼີມສະຫຼອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 79 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 79 ປີ (2 ກັນຍາ 1945 – 2 ກັນຍາ 2024) ໃນຕອນຄໍ່າ ວັນທີ 30 ສິງຫາ 2024 ທີ່ນະຄອນຫຼວງວຽງ ຈັນ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາລັດຖະມົນຕີ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ບັນດາອົງການຈັດຕັ້ງສາກົນຢູ່ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຟານ ມິງ ຈ໋ຽນ ອຸປະທູດຊົ່ວຄາວສະຖານທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ໃນໄລຍະຜ່ານມາ ຊຶ່ງກ່ອນໜ້ານີ້ 79 ປີ, ພັກກອມມູນິດຫວຽດນາມ ໄດ້ນຳພາປະຊາຊົນຫວຽດນາມ ປະຕິບັດບັນດາການຕໍ່ສູ້ຢ່າງມີໄຊເພື່ອຍາດເອົາເອກະ ລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາປະເທດຊາດ, ໄດ້ລິເລີ່ມ ແລະ ປະສົບຜົນສຳເລັດໃນການປະຕິບັດພາລະກິດປ່ຽນແປງໃໝ່. ໂດຍປະຕິບັດນະໂຍບາຍປ່ຽນແປງໃໝ່, ພື້ນຖານເສດຖະກິດຂອງຫວຽດນາມ ເລີ່ມໄດ້ຮັບການພັດທະນາ ແລະ ເຕີບໂຕຢ່າງຕໍ່ເນື່ອງ ດ້ວຍຈັງຫວະສູງພໍສົມຄວນໃນຕະຫຼອດໄລຍະ 40 ປີທີ່ຜ່ານມາ ດ້ວຍລະດັບເຕີບໂຕສະເລ່ຍເກືອບ 7% ຕໍ່ປີ. GDP ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນລຸປະມານ 430 ຕື້ ໂດລາ ໃນປີ 2023, ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ຂອງອາຊຽນ ແລະ ອັນດັບທີ 35 ໃນ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ. GDP ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນ 58 ເທົ່າ, ເປັນປະມານ 4,300 ໂດລາ ໃນປີ 2023, ຫວຽດນາມ ໄດ້ພົ້ນອອກຈາກກຸ່ມປະເທດມີລາຍຮັບຕ່ຳນັບແຕ່ປີ 2008 ແລະ ຈະກາຍເປັນປະເທດ ທີ່ມີລາຍຮັບປານກາງສູງ ໃນປີ 2030 (ປະມານ 7,500 ໂດລາ). ຈາກປະເທດທີ່ຂາດເຂີນສະບຽງອາຫານຢ່າງຕໍ່ເນື່ອງ, ມາຮອດປັດຈຸບັນ, ຫວຽດນາມບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານເທົ່ານັ້ນ, ຫາກຍັງກາຍເປັນປະເທດສົ່ງອອກເຂົ້າສານ ແລະ ຜະລິດຕະພັນກະເສດຫຼາຍປະເພດອັນດັບສູງໃນໂລກ. ອຸດສາຫະກຳ ແລະ ການບໍລິການໄດ້ພັດທະນາຢ່າງໄວ, ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ປັດຈຸບັນກວມເອົາປະມານ 88% ຂອງ GDP. ຍອດມູນຄ່າການສົ່ງອອກ ແລະ ນໍາເຂົ້າເພີ່ມຂຶ້ນຢ່າງແຂງແຮງ, ບັນລຸເກືອບ 700 ຕື້ໂດລາ ໃນປີ 2023, ໃນນັ້ນມູນຄ່າ ການສົ່ງອອກບັນລຸກວ່າ 355 ຕື້ໂດລາ, ເກີນດູນການຄ້າ 28 ຕື້ໂດລາ ຊຶ່ງເປັນການສ້າງສະຖິຕິໃໝ່ (7 ເດືອນຕົ້ນປີ 2024, ເກີນດູນການຄ້າ 14 ຕື້ໂດລາ).
ດ້ານການລົງທຶນຈາກຕ່າງປະເທດສືບຕໍ່ຂະຫຍາຍຕົວ, ທຶນຈົດທະບຽນ ເພີ່ມຂຶ້ນ 32%, ທຶນປະຕິບັດເພີ່ມຂຶ້ນ 3%, ບັນລຸ 23 ຕື້ໂດລາ ໃນປີ 2023 (ໃນ 7 ເດືອນຕົ້ນປີ 2024, ຍອດມູນຄ່າທຶນຈົດທະບຽນໃໝ່ບັນລຸ 18 ຕື້ໂດລາ, ເພີ່ມຂຶ້ນ 10.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ທຶນປະຕິບັດຄາດຄະເນຈະບັນລຸ 12.55 ຕື້ໂດລາ, ເພີ່ມຂຶ້ນ 8.4% ເມື່ອທຽບໃສ່ໄລຍະດຽວກັນໃນປີ 2023) ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ. ສະພາບຄວາມສະຫງົບ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ໄດ້ຮັບການຮັກສາໄວ້ໄດ້ຢ່າງໜັກແໜ້ນ. ວຽກງານປັບປຸງກໍ່ສ້າງພັກ ໃຫ້ເຂັ້ມແຂງ, ກໍ່ສ້າງລັດແຫ່ງກົດໝາຍ, ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຍໍ້ທໍ້ຕ່າງໆ ສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຂງແຮງ. ການເຄື່ອນໄຫວດ້ານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ໄດ້ຮັບການປະຕິບັດຢ່າງພ້ອມພຽງ ແລະ ຮອບດ້ານ. ຫວຽດນາມຍາມໃດ ກໍເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສະມາຊິກທີ່ມີຄວາມຮັບຜິດຊອບຂອງວົງຄະນາຍາດສາກົນ.
ທ່ານ ຟານ ມິງ ຈ໋ຽນ ໃຫ້ຮູ້ຕື່ມວ່າ: ໃນປີທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ສືບຕໍ່ມີການຂະຫຍາຍຕົວ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ. ການພົວພັນດ້ານການເມືອງ, ການຕ່າງປະເທດ ສືບຕໍ່ພັດທະນາຢ່າງດີງາມດ້ວຍຄວາມໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນຢູ່ໃນລະດັບສູງສຸດ ໂດຍມີການຢ້ຽມຢາມທາງການ ແລະ ເຮັດວຽກຂອງການນຳຂັ້ນສູງສອງພັກ ແລະ ສອງລັດຫຼາຍຄະນະ. ການຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ນັບມື້ນັບແໜ້ນແຟ້ນອັນໄດ້ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຂອງແຕ່ລະປະເທດ. ການຮ່ວມມືດ້ານເສດຖະກິດ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ຫວຽດນາມສືບຕໍ່ເປັນໜຶ່ງໃນບັນດາຄູ່ ຮ່ວມມືດ້ານການລົງທຶນ ແລະ ການຄ້າລາຍໃຫຍ່ທີ່ສຸດຂອງລາວ, ໂດຍສະເພາະໃນເດືອນເມສາ 2024, ຫວຽດນາມ ແລະ ລາວ ໄດ້ລົງນາມ ສັນຍາວ່າດ້ວຍການຄ້າສະບັບໃໝ່ ເພື່ອອຳນວຍຄວາມສະດວກຫຼາຍກວ່າໃຫ້ແກ່ ການສົ່ງອອກ-ນຳເຂົ້າສິນຄ້າ, ປະກອບສ່ວນເສີມຂະຫຍາຍການພົວພັນສອງຝ່າຍ. ການເຊື່ອມຈອດສອງພື້ນຖານເສດຖະກິດ ໂດຍສະເພາະແມ່ນການເຊື່ອມຈອດດ້ານຄົມມະນາຄົມ, ພະລັງງານກຳລັງໄດ້ຮັບການຊຸກຍູ້ຢ່າງແຂງແຮງ. ການຮ່ວມມືດ້ານວັດທະນະທຳ, ການສຶກສາ-ກໍ່ສ້າງ, ພັດທະນາຊັບພະຍາກອນມະນຸດສືບຕໍ່ໄດ້ຮັບການເອົາໃຈໃສ່, ເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ. ວຽກງານໂຄສະນາເຜີຍ ແຜ່ໃນໝູ່ປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຂອງສອງປະເທດກ່ຽວກັບມູນເຊື້ອ ແລະ ຄວາມສຳຄັນພິເສດ ຂອງສາຍພົວພັນຫວຽດນາມ-ລາວ ໄດ້ຮັບການດຳເນີນເປັນປົກກະຕິ ປັດຈຸບັນ, ຫວຽດນາມ ແລະ ລາວ ພວມຢູ່ຕໍ່ໜ້າບັນດາກາລະໂອກາດໃໝ່,
ຄຽງຄູ່ກັນນັ້ນ, ກໍປະສົບກັບສິ່ງທ້າທາຍ ບໍ່ແມ່ນວ່າໜ້ອຍຈາກທັງດ້ານອັດຕະວິໄສ ແລະ ພາວະວິໄສ, ແຕ່ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ແສງສະຫວ່າງເຍືອງທາງຂອງ ລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນ, ແນວຄິດ ໄກສອນ ພົມວິ ຫານ ແລະ ໂດຍສືບຕໍ່ຮັກສາມູນເຊື້ອຂອງສາຍພົວພັນແບບພິເສດ, ຕິດພັນຢ່າງສະໜິດແໜ້ນ, ສັດຊື່ບໍລິສຸດ ໄດ້ຮັບການທົດສອບຜ່ານແປວໄຟຂອງການປະຕິວັດ ແຫ່ງພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ, ບວກກັບການຊ່ວຍເຫຼືອ ແລະ ການຮ່ວມມືຢ່າງຕັ້ງໜ້າຈາກວົງຄະນາຍາດສາກົນ, ແນ່ນອນວ່າສອງປະເທດຫວຽດນາມ-ລາວ ຈະຍາດແຍ່ງເອົາກາລະໂອກາດຕ່າງໆດັ່ງກ່າວເປັນຢ່າງດີ, ຜ່ານຜ່າບັນດາສິ່ງທ້າທາຍ, ສືບຕໍ່ບັນລຸໄດ້ຜົນງານໃໝ່ອັນໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່ ເພື່ອນຳເອົາຊີວິດການເປັນຢູ່ນັບມື້ນັບອີ່ມໜຳສຳລານ, ສົມບູນພູນສຸກມາສູ່ປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ່າວ: ຂປລ