ຢູ່ນະຄອນຫລວງວຽງຈັນສະເລ່ຍມື້ໜຶ່ງມີລົດເສຍຫາຍ 2-3 ຄັນ

ເຈົ້າໜ້າທີ່ນະຄອນຫລວງວຽງຈັນ ເປີດເຜີຍວ່າ: ໃນປີ 2017 ນີ້ ຢູ່ນະຄອນຫລວງວຽງຈັນມີປາກົດການຫຍໍ້ທໍ້ເກີດຂຶ້ນ 5 ພັນກວ່າເລື່ອງ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1 ພັນກວ່າເລື່ອງ, ພົ້ນເດັ່ນແມ່ນສະພາບລັກຊັບພົນລະເມືອງເກີດຂຶ້ນ 1.183 ເລື່ອງ ສະເລ່ຍມື້ໜຶ່ງມີລົດເສຍ ປະມານ 2-3 ຄັນ ເຊິ່ງເປັນບັນຫາໜຶ່ງກົດໜ່ວງການຈັດຕັ້ງປະຕິບັດວຽກ ງານ 6 ສ ທີ່ນະຄອນຫລວງວຽງຈັນວາງອອກ ໂດຍສະເພາະແມ່ນ ສ.ສະຫງົບ.
ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ສິ່ງຫຍໍ້ທໍ້ດັ່ງກ່າວສາເຫດຕົ້ນຕໍແມ່ນມາຈາກໄພຫວ່າງງານ, ບັນຫາມົ້ວສຸມຢາເສບຕິດ ແລະ ອື່ນໆ ທີ່ສົ່ງຜົນສະທ້ອນໃຫ້ແກ່ສັງຄົມ ແລະ ຄຽງຄູ່ກັນນັ້ນ ກໍຍ້ອນກຳລັງວິຊາສະເພາະຈຳນວນໜຶ່ງບໍ່ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານໃນການຄຸ້ມຄອງກວດກາ ແລະ ເກັບກຳເປົ້າໝາຍບໍ່ລະອຽດ ແລະ ການແກ້ໄຂຍັງບໍ່ມີປະສິດທິພາບ ເຮັດໃຫ້ມີກຸ່ມຄົນບໍ່ດີສວຍໂອກາດເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ພ້ອມນີ້ ສັງຄົມກໍຍັງບໍ່ທັນເອົາໃຈໃສ່ໃນການປະກອບສ່ວນປ້ອງກັນຄວາມສະຫງົບພາຍໃນບ້ານ ແລະ ການນັບຖືລະບຽບກົດໝາຍດີເທົ່າທີ່ຄວນ.
ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນຕໍ່ໜ້າ ເພື່ອສະກັດກັ້ນ ແລະ ແກ້ໄຂສະພາບຫຍໍ້ທໍ້ໃຫ້ຫລຸດລົງຈະໄດ້ສຸມໃສ່ 5 ວຽກໃຫຍ່ຄື: ການສະກັດກັ້ນ ແລະ ປາບປາມການຄ້າຂາຍຢາເສບຕິດໃຫ້ມີປະສິດທິຜົນ, ການປ້ອງກັນສະກັດກັ້ນ ແລະ ແກ້ໄຂອຸປະຕິເຫດຕາມທ້ອງຖະໜົນ, ການສະກັດກັ້ນ ແລະ ແກ້ໄຂອັກຄີໄພ, ການກໍ່ສ້າງພະນັກງານ ປກສ ກຸ່ມບ້ານ ແລະ ປກສ ບ້ານໃຫ້ເຂັ້ມແຂງ ແລະ ການຕິດຕັ້ງ ແລະ ສ້າງສູນຄວບຄຸມກ້ອງວົງຈອນປິດ ເພື່ອຮັບປະກັນຄວາມສະຫງົບປອດໄພຮອບດ້ານ.