ສະພາແຫ່ງຊາດເຫັນດີຮັບຮອງເອົາກົດໝາຍວ່າດ້ວຍລະບົບການຊໍາລະ

- somphao - ສະພາແຫ່ງຊາດເຫັນດີຮັບຮອງເອົາກົດໝາຍວ່າດ້ວຍລະບົບການຊໍາລະ
- kitchen vibe - ສະພາແຫ່ງຊາດເຫັນດີຮັບຮອງເອົາກົດໝາຍວ່າດ້ວຍລະບົບການຊໍາລະ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 7 ພະຈິກນີ້, ໂດຍການເປັນປະທານຂອງທ່ານ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາໃສ່ຮ່າງກົດໝາຍວ່າດ້ວຍລະບົບຊໍາລະ ສະບັບສ້າງໃໝ່ ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ແລະ ຮັດກຸມແທດເໝາະກັບຕົວຈິງຂອງປະເທດ ແລະ ເຫັນດີຮັບຮອງເອົາກົດໝາຍສະບັບນີ້ດ້ວຍຄະແນນສຽງສ່ວນຫຼາຍ, ຊຶ່ງຮ່າງກົດໝາຍດັ່ງກ່າວປະກອບມີ 10 ພາກ, 8 ໝວດ ແລະ 59 ມາດຕາ.

ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ໄດ້ຍົກໃຫ້ເຫັນ ເຫດຜົນ ແລະ ຄວາມຈໍາເປັນຂອງການສ້າງຮ່າງກົດໝາຍດັ່ງກ່າວ ຊຶ່ງມັນມີຄວາມສໍາຄັນຫຼາຍຕໍ່ລະບົບການເງິນ-ເງິນຕາຂອງຊາດ, ໃນການເປັນຊ່ອງທາງຈັດຕັ້ງປະຕິບັດນະໂຍບາຍເງິນຕາ, ຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ, ຊຸກຍູ້ການຜະລິດການລົງທຶນ ກໍຄືການບໍລິການ, ແນໃສ່ຮັກສາສະຖຽນລະພາບທາງດ້ານເງິນຕາແຫ່ງຊາດ, ຄວາມໝັ້ນຄົງທາງດ້ານການເງິນ ແລະ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ທີ່ມີການພົວພັນທາງດ້ານການຄ້າ, ການລົງທຶນ, ການເງິນທີ່ກວ້າງຂວາງ ແລະ ຫຼາຍຮູບແບບລະບົບການຊໍາລະຖືກຮຽກຮ້ອງໃຫ້ປັບປຸງກົນໄກໃຫ້ສະດວກປອດໄພ ແລະ ຫັນເປັນທັນສະໄໝເທື່ອລະກ້າວ, ແຕ່ໃນຜ່ານມານິຕິກໍາຄຸ້ມຄອງວຽກງານດັ່ງກ່າວຍັງບໍ່ຄົບຖ້ວນ. ເພື່ອສ້າງບັນດາຫຼັກການທາງດ້ານນິຕິກໍາ, ກໍານົດກົນໄກການຄຸ້ມຄອງ ແລະ ພັດທະນາວຽກງານລະບົບການຊໍາລະໃຫ້ຊັດເຈນ, ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່; ເຮັດໃຫ້ການດໍາເນີນທຸລະກໍາຊໍາລະໃນລາວ ມີຄວາມທັນສະໄໝ, ປອດໄພ, ໂປ່ງໃສ ແລະ ມີປະສິດທິພາບ; ຊຸກຍູ້ການບໍລິການຊໍາລະໃຫ້ມີຫຼາຍຊ່ອງທາງ, ຫຼາຍເຄື່ອງມືການຊໍາລະ ໂດຍສະເພາະແມ່ນການນໍາໃຊ້ເງິນເອເລັກໂຕຣນິກ ເພື່ອຫຼຸດຜ່ອນການນໍາໃຊ້ເງິນສົດ ແລະ ຫຼຸດຜ່ອນຕົ້ນທຶນການພິມຈໍາໜ່າຍທະນະບັດ; ສ້າງເງື່ອນໄຂໃຫ້ການຈັດຕັ້ງປະຕິບັດນະໂຍບາຍເງິນຕາໃຫ້ມີປະສິດທິຜົນ; ເປີດກວ້າງໃຫ້ຫົວໜ່ວຍຖຸລະກິດອື່ນ ທີ່ບໍ່ແມ່ນທະນາຄານ ແລະ ສະຖາບັນການເງິນ ເຂົ້າມາມີສ່ວນຮ່ວມໃນການໃຫ້ບໍລິການຊໍາລະ ໂດຍສະເພາະບໍລິສັດໂທລະຄົມມະນາຄົມ ແລະ ພາກສ່ວນອື່ນທີ່ໃຫ້ບໍລິການ ການຊໍາລະດ້ວຍເງິນເອເລັກໂຕຣນິກ ແລະ ບັດຕ່າງໆ; ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃນການເຊື່ອມໂຍງຕະຫຼາດການເງິນ ຂອງບັນດາປະເທດອາຊຽນ ແລະ ພາກພື້ນອື່ນຂອງໂລກ ແນໃສ່ຍົກລະດັບການໃຫ້ບໍລິການຊໍາລະຂອງລາວ ໄດ້ມາດຕະຖານ ແລະ ສາມາດແຂ່ງຂັນກັບປະເທດອື່ນໄດ້.

- Visit Laos Visit SALANA BOUTIQUE HOTEL - ສະພາແຫ່ງຊາດເຫັນດີຮັບຮອງເອົາກົດໝາຍວ່າດ້ວຍລະບົບການຊໍາລະ
- 3 - ສະພາແຫ່ງຊາດເຫັນດີຮັບຮອງເອົາກົດໝາຍວ່າດ້ວຍລະບົບການຊໍາລະ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!