ວາງສີລາລຶກສ້າງອະນຸສາວະລີປະທານ ໄກສອນ ພົມວິຫານ ຢູ່ເມືອງໄຊບູລີ

ພິທີວາງສີລາລຶກໂຄງການ ກໍ່ສ້າງ, ຕິດຕັ້ງ ແລະ ຕົບແຕ່ງເດີນ ສ່ວນອະນຸສາວະລີ ທ່ານ ໄກສອນ ພົມວິຫານ ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 8 ພະຈິກນີ້ ທີ່ເດີນຫ້ອງ ວ່າການປົກຄອງ ເມືອງໄຊບູລີ ໂດຍການເຂົ້າຮ່ວມ ແລະ ຕັດ ແທບຜ້າ ຂອງ ທ່ານ ຄຳພູນ ຕຸໄພ ທູນ ຮອງເຈົ້າແຂວງສະຫວັນນະ ເຂດ ແລະ ທ່ານ ບຸນຍົງ ຈັນນີຍະ ວົງ ເຈົ້າເມືອງໄຊບູລີ, ພ້ອມດ້ວຍ ມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.
+ ອິນເດຍວາງສີລາລືກໂຄງການ ລົດໄຟຫົວກະສຸນເສັ້ນທຳອິດ
+ ປະທານ ໂຮ່ຈີມິງ ແລະ ປະທານ ໄກສອນ ພົມວິຫານ ຜູ້ປູພື້ນຖານໃຫ້ແກ່ການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ
ໃນພິທີທ່ານ ຫົວໜ້າຄະນະ ຮັບຜິດຊອບອະນຸສອນສະຖານ ໄກສອນ ພົມວິຫານ ແຂວງກ່າວ ວ່າ: ເພື່ອຄວາມກະຕັນຍູຮູ້ບຸນ ຄຸນຕໍ່ຜູ້ນຳທີ່ແສນເຄົາລົບຮັກ ຂອງ ພວກເຮົາ ແລະ ທັງເປັນ ການ ຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງ ພະ ນັກງານ, ສະມາຊິກພັກ ແລະ ປະຊາ ຊົນບັນ ດາເຜົ່າເວົ້າລວມ, ເວົ້າສະເພາະກໍ ຄືຊາວເມືອງ ໄຊບູລີ ທີ່ມີຄວາມປະສົງຢາກ ເຫັນຮູບປັ້ນ ແລະ ເດີ່ນອະນຸສາ ວະລີ ທີ່ຈົບງາມເກີດຂຶ້ນເພື່ອ ເປັນບ່ອນສັກກະລະບູຊາ, ເຄົາ ລົບນັບຖື, ເປັນບ່ອນສຶກສາ ຄົ້ນຄວ້າຮ່ຳຮຽນ ແລະ ເປັນສະ ຖານທີ່ທ່ອງທ່ຽວທາງປະຫວັດ ສາດອີກດ້ວຍ.
ໂຄງການກໍ່ສ້າງ, ຕິດຕັ້ງ, ຕົບແຕ່ງເດີ່ນອະນຸສາວະລີປະ ທານໄກສອນ ພົມວິຫານ ແມ່ນ ຕັ້ງຢູ່ຂ້າງຫ້ອງວ່າການເມືອງໄຊ ບູລີ ມີເນື້ອທີ່ 1.600 ຕາແມັດ, ເຊິ່ງປະກອບ ມີບັນດາໜ້າ ວຽກ ທີ່ສຳຄັນຄື: ກໍ່ສ້າງແຖ່ນ ແລະ ຕິດ ຕັ້ງຮູບຫລໍ່ເຄີ່ງຄີງສູງຂະໜາດ 1,75 ແມັດ, ຕິດຕັ້ງລະບົບໄຟ ຟ້າ, ນ້ຳປະປາ, ເດີ່ນສາທາລະ ນະ, ຮົ້ວອ້ອມ ແລະ ອື່ນໆ ໂດຍ ແມ່ນບໍລິສັດ ທອງໃສ ກຳພຸດທະສັກ ຈຳກັດເປັນຜູ້ຮັບເໝົາກຳນົດ ເວລາໜຶ່ງປີໃນມູນຄ່າການກໍ່ ສ້າງ 1 ຕື້ກວ່າກີບ.