ຮອງປະທານປະເທດ ໂອ້ລົມພະນັກງານຫລັກແຫລ່ງ ແຂວງອຸດົມໄຊ


ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກເໜືອຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ເຊິ່ງໃນຕອນເຊົ້າວັນທີ 9 ສິງຫານີ້ ທ່ານໄດ້ໃຫ້ກຽດພົບປະໂອ້ລົມບັນດາການນຳ ແລະ ພະນັກງານຫລັກແຫລ່ງແຂວງອຸດົມໄຊ ເພື່ອແນະນຳໃຫ້ອຳນາດການປົກຄອງແຂວງເອົາໃຈໃສ່ ຊ່ວຍເຫລືອປະຊາຊົນຜູ້ປະສົບໄພພິບັດທຳມະຊາດ ເຊິ່ງພວມປະສົບຢູ່ໃນປັດຈຸບັນນີ້ໃຫ້ຮີບດ່ວນ ແລະ ທົ່ວເຖິງ ເພື່ອເຂົາເຈົ້າໄດ້ມີເງື່ອນໄຂປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ສາມາດຟື້ນຟູການຜະລິດຄືນໃໝ່ໄດ້ໂດຍໄວ. ເພື່ອຢາກໄດ້ແນວນີ້ ການນຳແຂວງຕ້ອງເປັນເຈົ້າການລົງໃກ້ຊິດຕິດແທດກັບປະຊາຊົນຜູ້ປະສົບໄພດັ່ງກ່າວ ເພື່ອຊອກໃຫ້ເຫັນບັນຫາອັນຮີບດ່ວນ ແລະ ຈຳເປັນ ເພື່ອຊ່ວຍເຫລືອເຂົາເຈົ້າໃຫ້ທັນການ ແລະ ພ້ອມນັ້ນກໍຕ້ອງເປັນເຈົ້າການກະກຽມປັບປຸງປົວແປງພື້ນຖານໂຄງລ່າງ, ຖະໜົນຫົນທາງ ແລະ ລະບົບນ້ຳຊົນລະປະທານໃຫ້ຮັບປະກັນ ເພື່ອສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນໃນເຂດປະສົບໄພສາມາດຜະລິດຄືນໃໝ່ໄດ້ມີປະສິດທິພາບ.
ໃນໂອກາດນີ້, ທ່ານຮອງປະທານປະເທດ ຍັງໄດ້ເນັ້ນໃຫ້ແຂວງເພີ່ມທະວີເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນ, ຮ່ວມແຮງຮ່ວມໃຈຊ່ວຍເຫລືອເຊິ່ງກັນ ແລະ ກັນໃຫ້ສາມາດຜ່ານຜ່າໄພທຳມະຊາດຄັ້ງນີ້ໃຫ້ດີທີ່ສຸດ ແລະ ເນັ້ນໃຫ້ເອົາໃຈໃສ່ນຳພາປະຊາຊົນສຸມໃສ່ພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃຫ້ເຕີບໃຫຍ່ຂະຫຍາຍຕົວ, ຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ເລິກເຊິ່ງ ແລະ ເປັນເຈົ້າການປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດເຂົ້າສູ່ວຽກງານຕົວຈິງຂອງຕົນຢ່າງມີປະສິດທິພາບ, ສ້າງໃຫ້ແຂວງມີສະຖຽນລະພາບ ແລະ ສະຫງົບປອດໄພ.