5 ທ່ານອນທີ່ເໝາະກັບເດັກນ້ອຍເກີດໃຫມ່

- 5                                                                                            - 5 ທ່ານອນທີ່ເໝາະກັບເດັກນ້ອຍເກີດໃຫມ່
- kitchen vibe - 5 ທ່ານອນທີ່ເໝາະກັບເດັກນ້ອຍເກີດໃຫມ່

ເດັກນ້ອຍເກີດໃຫມ່ໃຊ້ເວລາສ່ວນຫຼາຍໄປກັບການນອນເຖິງ 18 ຊົ່ວໂມງ ແລະ ທີ່ເຫຼືອອີກ 6 ຊົ່ວໂມງ ໃນການຫຼິ້ນ ແລະ ກິນນົມ ເປັນແບບນີ້ເປັນເດືອນໆ ຍິ່ງນອນຫຼາຍກໍຍິ່ງດີ ເພາະເຊວສະໝອງຈະພັດທະນາຢ່າງສົມບູນ ລູກຈະນອນແບບນີ້ໄປຮອດປະມານເດືອນທີ 5 ກໍຈະເລີ່ມມາຫຼິ້ນຫຼາຍຂຶ້ນ ແລະ ນອນດິ້ນຫຼາຍຂຶ້ນ.

ເດັກນ້ອຍເກີດໃຫມ່ເຖິງ 2 ປີ ນອນບໍ່ຈໍາເປັນຕ້ອງໄດ້ໃຊ້ໝອນ ເພາະຫົວຂອງເດັກເກີດໃຫມ່ຈະມີຂະໜາດໃຫຍ່ ແລະ ໜັກກວ່າຊ່ວງໄຫຼ່ ແລະ ບ່າ ຖ້າໃຫ້ລູກນອນໝອນ ບ່າລູກຈະຕົກ ອາດເຮັດໃຫ້ລູກມີອາການເຈັບປວດຄໍ, ລູກກໍອາດຈະຮ້ອງໄຫ້ ເພາະຄວາມເຈັບປວດ ໂດຍທີ່ເຮົາບໍ່ສາມາດຮູ້ສາເຫດໄດ້ ທາງດີທີ່ສຸດຄວນໃຫ້ລູກນອນເບາະນອນປົກກະຕິ ບໍ່ຕ້ອງໃຊ້ໝອນເພື່ອໃຫ້ຫົວລູກເຄື່ອນໄຫວໄດ້ຢ່າງອິດສະຫລະ.

- Visit Laos Visit SALANA BOUTIQUE HOTEL - 5 ທ່ານອນທີ່ເໝາະກັບເດັກນ້ອຍເກີດໃຫມ່

5 ທ່ານອນທີ່ເໝາະກັບລູກເກີດໃຫມ່

  1. ປ່ອຍລູກໃຫ້ນອນບ່ອນ ຫຼື ເບາະຢ່າງມີອິດສະຫລະ ບໍ່ຄວນໃຊ້ໝອນໝຸນ ຫຼື ຜ້າຕ່າງໆ ມາຮອງຈັດທ່າໃຫ້ລູກ.
  2. ຖ້າຕ້ອງການໃຫ້ລູກນອນຂວ້ຳ ບໍ່ຄວນໃຊ້ບ່ອນນອນທີ່ນຸ່ມຈົນເກີນໄປ ເພາະໜ້າລູກອາດຈະຈົມ ເຮັດໃຫ້ຫາຍໃຈບໍ່ອອກ ຄວນໃຊ້ບ່ອນທີ່ແຂງພໍສົມຄວນ ເພາະເດັກຮຸ້ນນີ້ຍັງບໍ່ສາມາດຫຍັບຫົວໄດ້ຕາມທີ່ຕ້ອງການ ບໍ່ສາມາດຊ່ວຍເຫຼືອຕົວເອງໄດ້ນັ້ນເອງ.
  3. ບໍ່ຄວນໃຊ້ໝອນໝຸນໃຫ້ລູກນອນ ເພາະຫົວລູກຈະໃຫຍ່ກວ່າລໍາຕົວ ແລະ ກະໂຫລກຫົວຍັງອ່ອນຢູ່ ຖ້ານອນໝອນຕະຫຼອດ ຫົວລູກອາດຈະບໍ່ງາມ.
  4. ເອົາລູກນອນແຄງຊ້າຍ, ຂວາ ສະຫລັບກັນໄປມາແຕ່ລະມື້.
  5. ເອົາລູກນອນຂວ0 ໃນ​ໄລຍະໄວທີ່ເໝາະສົມ ອາດຈະເຮັດໃຫ້ນອນຂວ້ຳໃນ​ໄລຍະທີ່ລູກຕື່ນມາຫຼິ້ນ ມື້ລະ 20-30 ນາທີ ເພື່ອໃຫ້ລູກຮຽນຊັນຄໍໃຫ້ແຂງ.

 

 

 

 

 

- 4 - 5 ທ່ານອນທີ່ເໝາະກັບເດັກນ້ອຍເກີດໃຫມ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!