ອິດສະລາແອນເລີ່ມປະຕິບັດການບຸກພາກພື້ນດິນເຂົ້າສູ່ລີບັງ ຢືນຢັນຈໍາກັດວົງໂຈມຕີ-ຕັ້ງເປົ້າໃສ່ກຸ່ມແຮັດໂບລາ

ກອງທັບອິດສະລາແອນ (IDF) ເຜີຍແຜ່ຖະແຫລງການ ຢືນຢັນວ່າ: ໄດ້ເລີ່ມຕົ້ນປະຕິບັດການບຸກພາກພື້ນດິນເຂົ້າສູ່ເຂດຊາຍແດນທາງຕອນໃຕ້ຂອງລີບັງແລ້ວໃນວັນທີ 1 ຕຸລາ ໂດຍລະບຸວ່າເປັນການບຸກແບບຈໍາກັດວົງ ແລະ ກໍານົດເປົ້າໝາຍໃສ່ເປົ້າໝາຍທາງທະຫານ ແລະ ໂຄງລ່າງພື້ນຖານຕ່າງໆຂອງກຸ່ມແຮັດໂບລາທີ່ຢູ່ໃນຫລາຍໝູ່ບ້ານ ເຊິ່ງຖືເປັນໄພຄຸກຄາມຕໍ່ທ້ອງຖິ່ນຢູ່ທາງພາກເໜືອຂອງອິດສະລາແອນ.
IDF ລະບຸວ່າ: ການບຸກພາກພື້ນດິນດັ່ງກ່າວມີຂຶ້ນທ່າມກາງການສະໜັບສະໜູນຈາກກອງທັບອາກາດ ແລະ ໜ່ວຍປືນໃຫຍ່ ໂດຍຫລັງຈາກການບຸກພາກພື້ນດິນເລີ່ມຕົ້ນ ມີລາຍງານສຽງລະເບີດ, ຄວັນໄຟ ແລະ ແສງສະຫວ່າງຈາກການໂຈມຕີທາງອາກາດປາກົດຂຶ້ນເປັນໄລຍະ ທ່າມກາງສຽງປືນໃຫຍ່, ໂດຣນ ແລະ ເຮລິກອບເຕີ ຫລາຍລໍາທີ່ບິນຢູ່ໃນພື້ນທີ່.
ກ່ອນໜ້ານີ້, ອິດສະລາແອນຍັງໂຈມຕີທາງອາກາດໃນຫລາຍພື້ນທີ່ຂອງລີບັງຢ່າງຕໍ່ເນື່ອງ ລວມທັງພື້ນທີ່ທາງໃຕ້ຂອງນະຄອນຫລວງເບຣຸດທີ່ເປັນຖານທີ່ໝັ້ນຂອງກຸ່ມແຮັດໂບລາ ໂດຍກະຊວງສາທາລະນະສຸກລີບັງເປີດເຜີຍວ່າ: ມີຜູ້ເສຍຊີວິດຈາກການໂຈມຕີຂອງອິດສະລາແອນໃນວັນທີ 30 ກັນຍາ ອີກ 95 ຄົນ. ຂະນະທີ່ຈໍານວນລວມຜູ້ເສຍຊີວິດຈາກການໂຈມຕີເປັນເວລາ 2 ອາທິດ ເພີ່ມເປັນ 1,000 ກວ່າຄົນແລ້ວ.
ດ້ານທ່ານ ນາອິມ ກໍາເຊມ ຮອງຜູ້ນໍາກຸ່ມແຮັດໂບລາ ເຊິ່ງຖືເປັນຜູ້ນໍາລະດັບສູງຄົນທໍາອິດທີ່ອອກມາໃຫ້ຄວາມເຫັນພາຍຫລັງການເສຍຊີວິດຂອງທ່ານ ຮໍາຊັນ ນາສຣັລເລາະ ຜູ້ນໍາກຸ່ມແຮັດໂບລາ ໂດຍທ່ານເປີດເຜີຍວ່າ: ທາງກຸ່ມໄດ້ກຽມພ້ອມຮັບມືການບຸກພາກພື້ນດິນຂອງອິດສະລາແອນໄວ້ແລ້ວ ແລະ ເຕືອນວ່າການສູ້ຮົບທີ່ເກີດຂຶ້ນຈະຍືດເຍື້ອ.
ທ່ານ ໂຈ ໄບເດນ ປະທານາທິບໍດີຂອງອາເມລິກາ ກ່າວພາຍຫລັງຮູ້ເຖິງການບຸກພາກພື້ນດິນຂອງອິດສະລາແອນ ໂດຍເນັ້ນຂໍ້ຮຽກຮ້ອງໃຫ້ມີການຢຸດຍິງໃນທັນທີ.
ຂະນະທີ່ທ່ານ ຄາຣີນ ມອງ-ປິແອ ໂຄສົກທໍານຽບຂາວ ຖະແຫລງຢືນຢັນວ່າ: ອາເມລິກາຍັງສະໜັບສະໜູນອິດສະລາແອນໃນການປ້ອງກັນຕົນເອງ ໂດຍລັດຖະບານອາເມລິກາຈະຫາລືກັບລັດຖະບານອິດສະລາແອນກ່ຽວກັບສະຖານະການທີ່ເກີດຂຶ້ນ ແລະ ຍັງສະໜັບສະໜູນໃຫ້ມີການຫລຸດລະດັບຄວາມຂັດແຍ່ງ ແລະ ການສູ້ຮົບ.
ອ້າງອີງ:
- https://www.aljazeera.com/news/liveblog/2024/10/1/israel-attacks-lebanon-live-israelis-launch-ground-operation-in-lebanon
- https://edition.cnn.com/world/live-news/israel-lebanon-war-hezbollah-09-30-24-intl-hnk/index.html
- https://www.bbc.com/news/live/cg4qx62kkxxt