ເຈົ້າໜ້າທີ່ເຜີຍໄຟໄໝ້ເຮືອນປະຊາຊົນຢູ່ບ້ານ ໜອງໄຮຍ້ອນໄຕ້ທູບທຽນບູຊາ

ທ່ານພັນໂທ ຈັນທະບູນ ມະນີວົງ ຫົວໜ້າພະແນກຕຳຫລວດສະກັດກັ້ນ ແລະ ມອດໄຟນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການສືບສວນ-ສອບສວນສາເຫດໄຟໄໝ້ເຮືອນປະຊາຊົນຫລັງໜຶ່ງຢູ່ບ້ານໜອງໄຮເມືອງຫາດຊາຍຟອງໃນວັນທີ 10 ພະຈິກນີ້, ແມ່ນຍ້ອນການໃຕ້ທູບທຽນບູຊາຈຶ່ງເກີດໄຟໄໝ້ຂຶ້ນຈົນໄດ້ຮັບຄວາມເສຍຫາຍໝົດຫລັງ, ແຕ່ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເຮືອນຫລັງເສຍຫາຍແມ່ນເປັນເຮືອນກໍ່ສອງຊັ້ນ, ເຈົ້າຂອງຊື່ທ້າວ ໂຊກຂຸນ ອາຍຸ 81 ປີ, ເຊິ່ງກ່ອນເກີດເຫດໄດ້ໃຫ້ລູກຫລານຂຶ້ນໄປໃຕ້ທູບທຽນບູຊາຮ້ານພະຢູ່ເທິງເຮືອນ, ຈາກນັ້ນກໍໄດ້ເກີດໄຟໄໝ້ຂຶ້ນ, ພາຍຫລັງໄດ້ຮັບແຈ້ງທາງເຈົ້າໜ້າທີ່ກໍໄດ້ລະດົມລົດມອດໄຟຮີບຮ້ອນລົງສະຖານທີ່ເກີດເຫດ, ແຕ່ເນື່ອງຈາກວ່າເຮືອນມີສະພາບເກົ່າແກ່ ເຮັດໃຫ້ໄຟລຸກໄໝ້ຢ່າງໄວວາເສຍຫາຍໝົດຫລັງ, ໂດຍເຈົ້າໜ້າທີ່ໄດ້ໃຊ້ລົດມອດໄຟ 2 ຄັນ ເພື່ອຄວບຄຸມເພິງບໍ່ໃຫ້ຂະຫຍາຍວົງກວ້າງ.
ເຈົ້າໜ້າທີ່ຍັງໃຫ້ຮູ້ວ່າ: ປັດຈຸບັນ, ສະພາບອາກາດໄດ້ເລີ່ມເຂົ້າສູ່ລະດູແລ້ງອາດເຮັດໃຫ້ເກີດໄຟໄໝ້ໄດ້ງ່າຍ, ເຊິ່ງປີນີ້ຢູ່ນະຄອນຫລວງວຽງຈັນມີອັກຄີໄພເກີດຂື້ນແລ້ວ 51 ຄັ້ງ, ສາເຫດສ່ວນໃຫຍ່ແມ່ນຍ້ອນໄຟຟ້າລັດວົງຈອນ, ການຂາດສະຕິໃນການນຳໃຊ້ຟືນໄຟ ແລະ ການໄຕ້ທູບທຽນບູຊາ.