ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ

ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ - 111 9 - ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ
ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ - kitchen vibe - ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ

       ກອງທັບອິດສະລາແອນຢືນຢັນວ່າ: ທ່ານ ຢາຢາ ຊິນວາ ຜູ້ນໍາກຸ່ມຮາມັດ ທີ່ເຊື່ອວ່າເປັນຫົວໜ້າສະຖາປະນິກ ຜູ້ຢູ່ເບື້ອງຫລັງແຜນບຸກຂ້າມແດນໂຈມຕີອິດສະລາແອນໃນວັນທີ 7 ຕຸລາປີຜ່ານມາ.

     ໂດຍອິດສະລາແອນກ່າວວ່າ: ທ່ານ ຊິນວາ ຖືກສັງຫານໃນປະຕິບັດການໂຈມຕີທາງພາກໃຕ້ຂອງເຂດກາຊາ. ຂະນະທີ່ໃຊ້ຜົນການກວດ DNA ລາຍນິ້ວມື ແລະ ບັນທຶກປະຫວັດການເຮັດແຂ້ວຂອງທ່ານ ຊິນວາ ທີ່ເຄີຍຕິດຄຸກຢູ່ອິດສະລາແອນດົນກວ່າ 2 ທົດສະວັດ ໃນການຢືນຢັນຕົວຕົນ.

ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ
ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ

     ຂະນະທີ່ນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ເຜີຍແຜ່ຖະແຫລງການໂດຍລະບຸວ່າ: ການເສຍຊີວິດຂອງທ່ານ ຊິນວາ ບໍ່ແມ່ນຈຸດສິ້ນສຸດຂອງສົງຄາມຢູ່ເຂດກາຊາ, ແຕ່ເປັນວັນແຫ່ງການເລີ່ມຕົ້ນຂອງຈຸດຈົບຂອງກຸ່ມຮາມັດ ເຊິ່ງການສູ້ຮົບຈະເດີນໜ້າຕໍ່ໄປຈົນກວ່າຕົວປະກັນທັງໝົດຈະໄດ້ຮັບການປ່ອຍຕົວ.

      ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ເຜີຍແຜ່ຖະແຫລງການຕໍ່ການເສຍຊີວິດຂອງຜູ້ນໍາກຸ່ມຮາມັດ ໂດຍຊີ້ວ່າ: ເປັນວັນທີ່ດີສໍາລັບອິດສະລາແອນ, ອາເມລິກາ ແລະ ໂລກ ແລະ ຊີ້ວ່າ: ທ່ານ ຊິນວາ ຢູ່ເບື້ອງຫລັງການກໍ່ການຮ້າຍຈໍານວນຫລາຍທີ່ເປັນສາເຫດການເສຍຊີວິດຂອງຄົນຫລາຍພັນຄົນ ທັງຊາວອິດສະລາແອນ, ປາແລັສຕິນ, ອາເມລິກາ ແລະ ປະຊາກອນຈາກປະເທດອື່ນໆ ອີກ 30 ກວ່າປະເທດ.

     ທ່ານ ຊິນວາ ເປັນຜູ້ນໍາກອງພົນນ້ອຍອັລກັສຊໍາຢູ່ເຂດກາຊາ ທີ່ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ ເຊິ່ງທ່ານຖືກອາເມລິກາ ແລະ EU ຂຶ້ນບັນຊີດໍາໃນຖານະກຸ່ມກໍ່ການຮ້າຍ.

     ໂດຍທ່ານໄດ້ຮັບເລືອກເປັນຜູ້ນໍາກຸ່ມຮາມັດຢູ່ເຂດກາຊານັບແຕ່ປີ 2017 ແລະ ກາຍເປັນປະທານຝ່າຍການເມືອງຂອງກຸ່ມຮາມັດນັບແຕ່ເດືອນສິງຫາຜ່ານມາ ແທນທ່ານ ອິສມາອິລ ຮານິເຢ ທີ່ເສຍຊີວິດຈາກການຖືກລອບວາງລະເບີດຢູ່ເຮືອນພັກໃນນະຄອນຫລວງເຕຫະຣານ.

ອ້າງອີງ:

ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ - 5 - ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ
ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ - 4 - ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ
ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ - 3 - ອິດສະລາແອນຢືນຢັນ ສັງຫານທ່ານ ຢາຢາ ຊິນວາ ຫົວໜ້າກຸ່ມຮາມັດ ຜູ້ຢູ່ເບື້ອງຫລັງເຫດໂຈມຕີ 7 ຕຸລາ