ແຂວງກວາງບິງ ປະເທດຫວຽດນາມ ປະສົບໄພນໍ້າຖ້ວມຈາກພາຍຸ ໄຕ້ຝຸ່ນ Trami
October 29, 2024 - 11:47 AM

ສຳນັກຂ່າວ Truyền hình Quảng Bình ແຂວງກວາງບິງ ປະເທດຫວຽດນາມລາຍງານວ່າ: ວັນທີ 28 ຕຸລາ 2024 ນີ້ ພາຍຸ ໄຕ້ຝຸ່ນ Trami ພັດຂຶ້ນຝັ່ງ ດານັງ ສົ່ງຜົນໃຫ້ເກີດຄວາມກົດດັນອາກາດຕໍ່າ ແລະ ຝົນຕົກໜັກຕໍ່ເນື່ອງກັນຫລາຍຊົ່ວຖມງຢູ່ເຂດພາກກາງ ໂດຍສະເພາະແຂວງກວາງບິງ ເຮັດໃຫ້ນໍ້າຫລາຍສາຍໃກ້ຝັ່ງທະເລເພີ່ມສູງຂຶ້ນຖ້ວມບ້ານເຮືອນປະຊາຊົນ ຫລາຍກວ່າ 30,000 ຫລັງຄາເຮືອນ ເຂດເມືອງ Le Thuy, Quang Ninh ແລະ Dong Hoi.
ສ່ວນລາຍລະອຽດຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ ແລະ ມູນຄ່າຄວາມາເສຍຫາຍ ຍັງບໍ່ມີການລາຍງານຢ່າງເປັນທາງການ.