ອິດສະລາແອນພົບຜູ້ຕິດເຊື້ອ “ໂປລິໂອ” ຄົນທຳອິດໃນຮອບ 33 ປີ


ວັນທີ 6 ມີນາ 2022, ກະຊວງສາທາລະນະສຸກອິດສະລາແອນລາຍງານກໍລະນີເດັກອາຍຸ 3 ປີ ຕິດເຊື້ອໂປລິໂອໃນເມືອງເຢຣູຊາເລັມ ເຊິ່ງຖືເປັນຜູ້ປ່ວຍໂປລິໂອຄົນທຳອິດທີ່ກວດພົບໃນອິດສະລາແອນ ນັບແຕ່ປີ 1989.
ຖະແຫລງການຈາກກະຊວງສາທາລະນະສຸກລະບຸວ່າ: ຜູ້ປ່ວຍເດັກຄົນນີ້ບໍ່ໄດ້ເຂົ້າຮັບວັກຊີນຕາມການສັກວັກຊີນຂັ້ນພື້ນຖານທີ່ເດັກທຸກຄົນຄວນໄດ້ຮັບໃນປະເທດ ໂດຍແຫລ່ງທີ່ມາຂອງການຕິດເຊື້ອຄືການກາຍພັນຂອງເຊື້ອໄວຣັສໂປລິໂອ ເຊິ່ງສາມາດກໍ່ໃຫ້ເກີດພະຍາດໃນຜູ້ທີ່ຍັງບໍ່ໄດ້ຮັບວັກຊີນໄດ້.
ກະຊວງສາທາລະນະສຸກອິດສະລາແອນຈຶ່ງຮຽກຮ້ອງການຕິດຕາມສັກວັກຊີນຂັ້ນພື້ນຖານຕາມໄລຍະເວລາທີ່ແນະນຳ ແລະ ເລັ່ງດຳເນີນການສັກວັກຊີນໃຫ້ຜູ້ທີ່ຍັງບໍ່ໄດ້ຮັບໃຫ້ສຳເລັດສົມບູນ.
ສ່ວນສຳນັກສາທາລະນະສຸກລະດັບພາກພື້ນໃນເມືອງເຢຣູຊາເລັມ ສັງກັດກະຊວງສາທາລະນະສຸກ ໄດ້ເລີ່ມດຳເນີນການສອບສວນທາງລະບາດວິທະຍາ ແລະ ຈະຕິດຕໍ່ຜູ້ໃກ້ຊິດກັບຜູ້ປ່ວຍເດັກຄົນນີ້ ເພື່ອໃຫ້ຄຳແນະນຳສະເພາະເຈາະຈົງ ໂດຍຈະເຜີຍຂໍ້ສະເໜີເພີ່ມຕື່ມອື່ນໆເມື່ອການສອບສວນສຳເລັດ.
ກ່ອນໜ້ານີ້ເມືອງເຢຣູຊາເລັມເຄີຍກວດພົບເຊື້ອໄວຣັສໂປລິໂອໃນຕົວຢ່າງສິ່ງປະຕິກູນ ແຕ່ຮອດປັດຈຸບັນນີ້ຍັງບໍ່ມີການກວດພົບຜູ້ປ່ວຍທາງຄລີນິກໃດໆ.