ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ ຄືບໜ້າແລ້ວ 30%

ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ວັນທີ 28 ຕຸລາ 2024ນິ້, ທ່ານ ຄໍາພັນ ວັນທະນາ ຫົວ ໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫລວງວຽງຈັນ (ນວ) ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດທີ່ ທ່ານ ລິດຕາ ຂັດຕິຍະ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມຢູ່ພາກສະໜາມໂຄງການດັ່ງກ່າວ, ປັດຈຸບັນ, ການກໍ່ສ້າງໂຄງລ່າງພື້ນ ຖານສໍາລັບລົດເມດ່ວນ BRT ໃນນະຄອນຫລວງວຽງຈັນ ແຕ່ສວນເຈົ້າຟ້າງຸ່ມໄປຫາໜ້າມະຫາວິທະ ຍາໄລແຫ່ງຊາດ ດົງໂດກ ໄລຍະທາງລວມ 12,9 ກິໂລແມັດ ມີຄວາມຄືບໜ້າ 30% ຂອງໜ້າວຽກທັງໝົດ, ຄາດວ່າຈະສໍາເລັດ ແລະ ເປີດທົດລອງແລ່ນບໍລິການລົດເມດ່ວນໃນທ້າຍປີ 2025.
ໄລຍະຜ່ານມາ, ທາງໂຄງການໄດ້ຕິດຕາມບັນດາບໍລິສັດທີ່ຮັບເໝົາກໍ່ສ້າງຈຸດຂຶ້ນ-ລົງຂອງລົດເມດ່ວນ BRT ຢ່າງຕໍ່ເນື່ອງ ເຊິ່ງມີທັງໝົດ 27 ຈຸດ, ໃນນີ້ ໄດ້ແບ່ງບໍລິສັດຮັບເໝົາເປັນ 2 ໄລຍະ, ການກໍ່ສ້າງໂດຍລວມແມ່ນສໍາເລັດການກໍ່ສ້າງຮາກຖານຂອງສະຖານີ ຄາດວ່າ ຈະໃຫ້ສໍາເລັດໝົດທຸກຈຸດພາຍໃນກາງປີ 2025. ໃນໄລຍະເປີດທົດລອງແລ່ນບໍລິການລົດ ເມດ່ວນ BRT ໃນທ້າຍປີ 2025 ແມ່ນຈະໃຫ້ຜູ້ໂດຍສານຂີ່ໂດຍບໍ່ເສຍຄ່າເປັນເວລາ 3 ເດືອນ, ຫລັງຈາກນັ້ນຈະເປີດບໍລິການຢ່າງເປັນທາງການ.
ຢ່າງໃດກໍຕາມ, ປັດຈຸບັນ ແມ່ນຢູ່ໃນໄລຍະພວມລົງມືຈັດຕັ້ງປະຕິບັດໂຄງການຢ່າງເຕັມທີ່ເຊິ່ງອາດຈະເຮັດໃຫ້ມີຄວາມຫຍຸ້ງຍາກໃນການສັນຈອນໄປ-ມາຂອງພາຫະນະຕ່າງໆ ພໍສົມຄວນ. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນຕ້ອງເພີ່ມຄວາມລະມັດລະວັງ ແລະ ມີສະຕິໃນການສັນຈອນໄປ-ມາ ຜ່ານເສັ້ນທາງທີ່ມີການກໍ່ສ້າງເພື່ອຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ.