8 ສິ່ງທີ່ຈະຊ່ວຍໃຫ້ທ່ານເຮັດວຽກໄດ້ຫລາຍຂຶ້ນໃນເວລາທີ່ໜ້ອຍລົງ
November 19, 2017 - 2:58 PM

“ບໍ່ຄວນມີສິ່ງໃດທີ່ຈະຖືກໃຊ້ໄປໂດຍບໍ່ເກີດປະໂຫຍດ ໂດຍສະເພາະເວລາ” – Tim Ferriss.
ທ່ານ ທິມ ເປັນນັກຂຽນ ແລະ ເປັນເຈົ້າຂອງໜັງສືຂາຍດີຫລາຍເຫລັ້ມ ບໍ່ວ່າຈະແມ່ນ The 4-Hour Work Week, The 4-Hour Body ແລະ The 4-Hour Chef ລາວເປັນຜູ້ທີ່ຊ່ຽວຊານໃນດ້ານການໃຊ້ສິ່ງຕ່າງໆຢ່າງກຸ້ມຄ່າ ແລະ ມີປະສິດທິຜົນຫລາຍທີ່ສຸດ, ລາວສາມາດໃຊ້ເວລາພຽງ 4 ຊົ່ວໂມງໃນການຈັດການບັນຫາຕ່າງໆຢ່າງຫລວງຫລາຍ ຊາຍຜູ້ນີ້ເປັນທັງນັກລົງ ທຶນອິດສະຫລະ, ທີ່ປຶກສາ, ນັກຂຽນ ແລ ບລັອກເກີ.
ຄຳຖາມກໍຄື ແລ້ວລາວມີວິທີການແນວໃດຈຶ່ງສາມາດຈັດການວຽກຕ່າງໆທັງໝົດນີ້ໄດ້ ?
ແລະ ຕໍ່ໄປນີ້ແມ່ນ 8 ເຄັດລັບທີ່ລາວໄດ້ແບ່ງປັນ ເຊິ່ງຈະຊ່ວຍໃຫ້ທ່ານສາມາດບັນລຸການເຮັດວຽກ ແລະ ຄວາມສຳເລັດສູງສຸດໄດ້.
- ຈົດລາຍການສິ່ງທີ່ຕ້ອງເຮັດ : ທ່ານ ທິມ ມັກຈະຈົດລາຍການສິ່ງທີ່ລາວຕ້ອງເຮັດເປັນປະຈຳທຸກມື້ ຂັ້ນຕອນນີ້ໃຊ້ເວລາພຽງບໍ່ເທົ່າໃດນາທີ ໂດຍທ່ານອາດຈະຂຽນລາຍການຂອງທ່ານກ່ອນຈະເຂົ້ານອນ ຫລື ຕອນເລີ່ມຕົ້ນເຊົ້າມື້ໃໝ່ກໍໄດ້ ແລະ ເພື່ອໃຫ້ທ່ານສາມາດຈິນຕະນາການເຖິງເປົ້າໝາຍຂອງທ່ານໄດ້ຈະແຈ້ງ ລວມທັງເກີດຄວາມກະຕືລືລົ້ນ ທ່ານຄວນຈະຈົດໃນລັກສະນະຂອງຄີເວີດ ຫລື ໃຈຄວາມສຳຄັນຂອງສິ່ງທີ່ທ່ານຕ້ອງເຮັດ.
- ໃຫ້ເລີ່ມຈາກສິ່ງທີ່ທ່ານມັກເຮັດກ່ອນ ຈາກນັ້ນຈຶ່ງຄ່ອຍໆເຮັດສິ່ງທີ່ຍາກຂຶ້ນໄປ : ຖ້າມັນຍາກເຫລືອຫລາຍທີ່ຈະເລີ່ມເຮັດຫຍັງຈັກຢ່າງ ໃຫ້ທ່ານລອງເລີ່ມຈາກສິ່ງທີ່ທ່ານມັກກ່ອນ ແລ້ວຈຶ່ງຄ່ອຍຫຍັບໄປຫາສິ່ງອື່ນໆທີ່ຍາກຂຶ້ນ, ທ່ານຈະເລີ່ມຈາກການເຮັດຫຍັງກໍໄດ້ ບໍ່ວ່າຈະແມ່ນການຈັດຕາຕະລາງມື້ພັກຜ່ອນ, ການຈົດບັນທຶກປະຈຳວັນ ຫລື ການອອກກຳລັງກາຍ, ການເລີ່ມຈາກສິ່ງທີ່ທ່ານມັກຈະຊ່ວຍໃຫ້ທ່ານອາລົມດີ ແລະ ຮູ້ສຶກວ່າມີຄວາມກ້າວໜ້າເກີດຂຶ້ນ ເຊິ່ງຈະຊ່ວຍສ້າງຂະບວນການທາງຄວາມຄິດ, ທັດສະນະຄະຕິທີ່ເໝາະສົມ ແລະ ຊ່ວຍໃຫ້ທ່ານພ້ອມທີ່ຈະໃສ່ໃຈໃນການຈັດການກັບກິດຈະກຳຕ່າງໆຕໍ່ໄປໄດ້.
- ອອກກຳລັງກາຍ ແລະ ກິນອາຫານທີ່ມີປະໂຫຍດ : ທ່ານ ທິມ ແນະນຳຢ່າງຍິ່ງວ່າສຸຂະພາບກາຍ ແລະ ສຸຂະພາບຈິດມີຄວາມສຳຄັນຫລາຍ ຮ່າງກາຍ ແລະ ຈິດໃຈທີ່ແຂງແຮງຈະຊ່ວຍໃຫ້ທ່ານຢູ່ໃນຈຸດທີ່ພ້ອມທີ່ສຸດໃນການສ້າງຜົນງານອັນຍອດຍ້ຽມໄດ້.
- ເຮັດຄວາມຮູ້ຈັກກັບຜູ້ຄົນໃຫ້ຫລາຍຂຶ້ນ : ການສ້າງເຄືອຂ່າຍທີ່ກ້ວາງໄກຈະເຮັດໃຫ້ທ່ານຮູ້ຈັກຜູ້ຄົນຫລວງຫລາຍທີ່ອາດ ຈະຊ່ວຍທ່ານໄດ້ໃນຫລາຍໆເລື່ອງ, ທ່ານ ທິມ ແນະນຳວ່າທ່ານຄວນຈະເລີ່ມໂດຍການຍື່ນມືເຂົ້າໄປຊ່ວຍເຫລືອພວກເຂົາໃນ ເລື່ອງຕ່າງໆກ່ອນ ເພື່ອເປັນການສານສຳພັນ. “ຕອນທີ່ຂ້ອຍຫາກໍເຂົ້າຮຽນມະຫາວິທະຍາໄລໃໝ່ໆ ຂ້ອຍໄດ້ຮັບໜ້າທີ່ໃຫ້ຈັດກິດຈະກຳໜຶ່ງ ມັນເຮັດໃຫ້ຂ້ອຍມີໂອກາດທີ່ຈະເຮັດຄວາມຮູ້ຈັກກັບນັກເວົ້າເກັ່ງໆຫລາຍທ່ານ” ແລະ ທ່ານ ທິມ ຍັງກ່າວເຖິງປະສົບການໃນການເຮັດກິດຈະກຳທີ່ລາວອາສາເທື່ອນີ້ອີກວ່າ “ມັນເປັນເລື່ອງທີ່ງ່າຍ ແລະ ໃຊ້ເວລາບໍ່ດົນປານໃດໃນການທີ່ຈະສ້າງເຄືອຂ່າຍດ້ານຄວາມສຳພັນທີ່ດີກັບຜູ້ອື່ນ”.
- ເຮັດໃຫ້ໄດ້ຫລາຍກ່ວາທີ່ຄິດ : ຈົ່ງເປັນທີ່ຈື່ຈຳໃນຖານະຄົນທີ່ເຮັດວຽກຢ່າງຫ້າວຫັນ ແຕ່ບໍ່ຕ້ອງເຖິງຂັ້ນຫັກໂຫມວຽກໜັກ ຈົນເກີນໄປ ທ່ານ ທິມ ແນະນຳວ່າ “ທ່ານພຽງແຕ່ລອງມາເຮັດວຽກກ່ອນເວລາປະມານ 10 ນາທີ ເພື່ອໃຫ້ມີເວລາເຮັດວຽກທີ່ຫລາຍຂຶ້ນອີກໜ້ອຍໜຶ່ງ”.
- ໝັ່ນສັງເກດ ແລະ ຮຽນຮູ້ຈາກນັກເຈລະຈາຕໍ່ລອງມືອາຊີບ : “ບໍ່ຈຳເປັນຕ້ອງເຈາະຈົງວ່າເປັນວຽກກ່ຽວກັບດ້ານຫຍັງ” ນັ້ນແມ່ນສິ່ງທີ່ ທ່ານ ທິມ ແນະນຳ “ຖ້າຫາກທ່ານໄດ້ມີໂອກາດຮ່ວມງານໂດຍກົງກັບນັກເຈລະຈາຕໍ່ລອງ ຈົ່ງຮັບງານນັ້ນທັນທີ” ການເຮັດວຽກກັບຄົນທີ່ຊ່ຽວຊານໃນດ້ານການຕັດສິນໃຈຕໍ່ລອງເລື່ອງວຽກງານຕ່າງໆຈະເຮັດໃຫ້ທ່ານໄດ້ຮຽນຮູ້ວິທີການທີ່ຈະເຮັດວຽກໄດ້ຢ່າງແນ່ນອນຄືກັບພວກເຂົາ ເພື່ອທີ່ທ່ານຈະໄດ້ກຽມພ້ອມສູ່ຄວາມສຳເລັດຂອງທ່ານເອງ ທ່ານຕ້ອງສັງເກດ ແລະ ຮຽນຮູ້ວິທີການທີ່ພວກເຂົາຮັບມືກັບເລື່ອງຕ່າງໆ ແລະ ຈື່ຈຳວິທີການເຫລົ່ານັ້ນໄວ້ໃຫ້ດີ.
- ຖາມຄຳຖາມໃຫ້ກົງຈຸດ : ຄຳຖາມທີ່ທ່ານໄດ້ຖາມອອກໄປອາດຈະສາມາດຊ່ວຍທ່ານໄດ້ໃນອະນາຄົດ, ທ່ານ ທິມ ກ່າວວ່າ : ນັກເຈລະຈາຕໍ່ລອງທີ່ເກັ່ງ ຈະສາມາດເອົາຊະນະການຖືກປະຕິເສດໄດ້ ແລະ ຄົ້ນພົບວິທີທີ່ຈະເວົ້າປະນີປະນອມໂດຍການຖາມຄຳຖາມທີ່ຄວນຖາມ ລາວຍັງບອກອີກວ່າ “ລອງຖາມຄຳຖາມ ເຊັ່ນ : ຂ້ອຍຮູ້ວ່າມັນເປັນໄປບໍ່ໄດ້, ແຕ່ຖ້າມັນມີວິທີທີ່ຈະຈັດການເລື່ອງນີ້ ແລ້ວວິທີນັ້ນແມ່ນແມ່ນຫຍັງ ?”
- ຈົ່ງມີສະມາທິ ແລະ ມີສະຕິຢູ່ສະເໝີ : ມີເລື່ອງທ້າທາຍຫລວງຫລາຍທີ່ເຮົາຕ້ອງກ້າວຜ່ານ, ແຕ່ສິ່ງທີ່ຂ້ອຍບອກໄດ້ຕອນນີ້ແມ່ນຄວາມທ້າທາຍເຫລົ່ານັ້ນ ເຮົາຈະສາມາດຜ່ານພົ້ນມັນໄປໄດ້ພຽງ ແຕ່ເຮົາມີສະຕິ ໃຫ້ທ່ານພະຍາຍາມກຳຈັດເປົ້າໝາຍທີ່ໃຫ້ຜົນຕອບແທນໜ້ອຍດຽວອອກໄປຈາກຫົນທາງຂອງທ່ານ ຈາກນັ້ນ ວິທີການທີ່ຈະບັນລຸເປົ້າໝາຍທີ່ດີກ່ວາຢ່າງກົງຈຸດຈະເຜີຍອອກມາເອງ ຫົວໃຈຫລັກຂອງຄວາມສຳເລັດແມ່ນເລື່ອງຂອງປະສີດທິຜົນ ເຖິງວ່າທ່ານຈະບໍ່ສາມາດຈັດການທຸກຢ່າງໄດ້ພາຍໃນ 4 ຊົ່ວໂມງ, ແຕ່ການປ່ຽນແປງເລັກໆນ້ອຍໆເຫລົ່ານີ້ກໍສາມາດສົ່ງຜົນຕໍ່ການປ່ຽນແປງທີ່ດີໃນຊີວິດຂອງທ່ານໄດ້ຄືກັນ.