ປີ2024 ສະພາແຫ່ງຊາດ ມີຜົນສຳເລັດວຽກງານຫຼາຍດ້ານເປັນຕົ້ນສໍາເລັດການປັບປຸງ, ຮຽບຮຽງກົດໝາຍ 13 ສະບັບ

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດໄດ້ຖະແຫຼງຂ່າວກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຂອງສະພາແຫ່ງຊາດ ແລະ ການພິຈາລະນາວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນວັນທີ 3 ທັນວານີ້ວ່າ: ຜົນສໍາເລັດການເຄື່ອນໄຫວວຽກງານປະຈໍາປີ 2024 ໂດຍສະເພາະດ້ານນິຕິບັນຍັດໄດ້ສໍາເລັດການປັບປຸງ, ຮຽບຮຽງກົດໝາຍ 13 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ກະກຽມຮ່າງກົດໝາຍ 9 ສະບັບ ທີ່ຈະນໍາເຂົ້າພິຈາລະນາຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 8, ໄດ້ຄົ້ນຄວ້າປັບປຸງເນື້ອໃນຮ່າງລັດຖະທໍາມະນູນ, ຈັດຕັ້ງການທາບທາມ ແລະ ປະເມີນລັດຖະທຳມະນູນ ສະບັບປີ 2015 , ໄດ້ສໍາເລັດຮ່າງລັດຖະທໍາມະນູນ ສະບັບປັບປຸງເບື້ອງຕົ້ນ, ຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ 7 ຄັ້ງ, ດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດວັດທະນະທໍາ-ສັງຄົມ 4 ສະບັບ ຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປ້າຍ ຊື່ງໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງທີ 8, ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດຢູ່ກອງປະຊຸມສະ ໄໝສາມັນ ເທື່ອທີ 7 ມີ 8 ຫົວຂໍ້ໃຫຍ່ ແລະ ຮັບຮອງອອກເປັນມະຕິສະພາແຫ່ງຊາດ ໄດ້ 20 ສະບັບ, ກອງປະຊຸມສະໄໝສາມັນ ເທື່ອທີ 8 ມີ 15 ຫົວຂໍ້ໃຫຍ່ ແລະ ຈະຮັບຮອງອອກເປັນມະຕິສະພາແຫ່ງຊາດ 22 ສະບັບ, ຄະນະປະຈໍາສະພາແຫ່ງຊາດໄດ້ດໍາເນີນກອງປະຊຸມປະຈໍາເດືອນຂອງຕົນ 15 ຄັ້ງ (ວິສາມັນ 2 ຄັ້ງ) ແລະ ພິຈາລະນາ 138 ເນື້ອໃນ, ອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ 137 ສະບັບ.
ດ້ານການຕິດຕາມກວດກາໄດ້ລົງເຄື່ອນໄຫວຕິດຕາມກວດກາ ຢູ່ສູນກາງ ແລະ ທ້ອງຖິ່ນທັງໝົດ 60 ຄັ້ງ ໂດຍຫົວຂໍ້ຕິດຕາມກວດກາ ແມ່ນພົວພັນກັບບັນຫາເຄັ່ງຮ້ອນ ຂອງການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ ແລະ ອື່ນໆ, ໄດ້ຮັບຄໍາສະເໜີຜ່ານໂທລະສັບສາຍດ່ວນ ສົ່ງເຖິງກອງປະຊຸມຂອງສະພາແຫ່ງຊາດ ຄັ້ງທີ 6 ແລະ 7 ລວມມີທັງໝົດ 1.603 ສາຍ ແລະ ສັງລວມເນື້ອໃນໄດ້ 990 ເລື່ອງ, ໄດ້ສົ່ງໃຫ້ອົງການ ແລະ ພາກສ່ວນກ່ຽວຂ້ອງແລ້ວ ຈໍານວນ 30 ພາກສ່ວນ, ຮັບຟັງການຊີ້ແຈງຈາກພາກ ສ່ວນຕ່າງໆ ຢູ່ໃນກອງປະຊຸມສະໄໝສາມັນທື່ອທີ 7 ມີ 12 ພາກສ່ວນ 45 ຄໍາຊັກຖາມ ແລະ ກອງປະຊຸມສະໄໝສາມັນເທື່ອທີ 8 ມີການຊີ້ແຈງຈາກ 18 ພາກສ່ວນ, ປີ 2024 ໄດ້ພິຈາລະນາແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ 301 ເລື່ອງ ຂອງຈໍານວນຄໍາຮ້ອງເຂົ້າມາໃນປີນີ້, ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 350 ເທື່ອຄັ້ງ.
ວຽກງານຂອງສານປະຊາຊົນ: ບັນຫາຈັນຍາບັນ, ຈັນຍາທໍາ, ຄວາມຮັບຜິດຊອບຂອງ ຜູ້ພິພາກສາ, ພະນັກງານສານຂັ້ນຕ່າງໆ ເຖິງວ່າຕະຫຼອດໄລຍະຜ່ານມາ ທັງສອງອົງການໄດ້ສຸມໃສ່ບໍາລຸງກໍ່ສ້າງທາງດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທໍາປະຕິວັດ ລວມທັງວຽກງານວິຊາສະເພາະ ໃຫ້ແກ່ຜູ້ພິ ພາກສາ ແລະ ພະ ນັກງານເປັນປົກກະຕິ ແຕ່ກໍ່ຍັງເຫັນວ່າ ຫາງສຽງຂອງສັງຄົມ ກໍ່ຄື ຄຳເຫັນຂອງປະຊາຊົນ ຕໍ່ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ແລະ ພະນັກງານສານຂັ້ນຕ່າງໆ ສືບຕໍ່ມີຫຼາຍຢູ່ ໂດຍສະເພາະແມ່ນການຕັດສິນ, ພິພາກສາຄະດີຂອງຜູ້ພິພາກສາ ແລະ ການສັ່ງຟ້ອງຜູ້ຖືກຫາ ຫຼື ອອກຄໍາສັ່ງຂອງພະນັກ ງານໄອຍະການ,ການດໍາເນີນຄະດີຂອງສານປະຊາຊົນເຖິງວ່າໄດ້ມີການປັບປຸງແບບແຜນວິທີເຮັດວຽກລະອຽດ ແຕ່ກໍຍັງເຫັນວ່າການດໍາເນີນຄະດີຍັງມີຄວາມຊັກຊ້າ, ກາຍກໍານົດເວລາທີ່ກົດ ໝາຍກໍານົດໄວ້, ການກວດກາຊັ່ງຊາຕີລາຄາຫຼັກຖານ, ການລົງເກັບກໍາຂໍ້ມູນ ແລະ ກວດກາສະຖານທີ່ເກີດຂໍ້ຂັດແຍ່ງຕົວຈິງ, ການໂຕ້ແຍ່ງໂຕ້ຖຽງຢູ່ທີ່ປະຊຸມສານ, ການວິນິດໄສ, ການລົງຄໍາເຫັນບໍ່ທັນຮັບປະກັນຫຼັກການຂອງການດໍາເນີນຄະດີ, ບາງກໍລະນີ ຍັງບໍ່ທັນຮັບປະກັນຄຸນນະພາບ ເທົ່າທີ່ຄວນ;
ວຽກງານຂອງອົງການໄອຍະການປະຊາຊົນ: ບັນຫາການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາ ຍັງບໍ່ທັນເຂັ້ມງວດ, ເດັດຂາດ ໂດຍສະເພາະ ການຕິດຕາມກວດກາການ ນໍາໃຊ້ນິຕິກໍາຂອງອົງການລັດ; ການປະຕິບັດກົດໝາຍ ຂອງເຈົ້າໜ້າທີ່ສືບສວນ-ສອບສວນ, ການປະຕິບັດຄໍາຕັດສິນຂອງສານ ແລະ ອື່ນໆ,ການດໍາເນີນຄະດີບາງກໍລະນີ ຍັງບໍ່ທັນຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ ເປັນຕົ້ນ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານບໍ່ຄົບຕາມ4ອົງປະກອບຂອງການກະທໍາຜິດທາງອາຍາ,ສະມາຊິກສະພາແຫ່ງຊາດຍັງໄດ້ມີບາງຂໍ້ສະເໜີແລະ ມາດຕະ ການແກ້ໄຂຕໍ່ການເຄື່ອນໄຫວວຽກງານຂອງທັງສອງອົງການ ໂດຍສະເພາະແມ່ນ,ຖືວຽກງານ ການ ບໍາລຸງສ້າງ ແລະ ສ້າງຂີດຄວາມສາມາດໃຫ້ແກ່ຜູ້ພິພາກສາ ແລະ ພະນັກງານໄອຍະການປະຊາຊົນ ເປັນວຽກບູລິມະສິດ ແລະ ເລືອກເຟັ້ນເນື້ອໃນ ຫຼື ຫົວຂໍ້ໃນການຝືກອົບຮົມໃຫ້ແທດເໝາະກັບຄວາມຕ້ອງ ການຕົວຈິງ,ເພີ່ມທະວີຄວາມເຂັ້ມງວດໃນການດໍາເນີນຄະດີ ຕາມກົດໝາຍ ເປັນຕົ້ນ: ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ການດໍາເນີນຄະດີອາຍາ ຕ້ອງຮັບປະກັນຫຼັກການຂອງການດໍາເນີນຄະດີ ຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ ແລະ ຮັບປະກັນໃຫ້ການດໍາເນີນຄະດີຖືກຕ້ອງຕາມກົດໝາຍ ຄວາມເປັນຈິງ, ຍຸຕິທໍາ, ມີຄວາມວ່ອງໄວ ແລະ ມີຄຸນນະພາບດີຂຶ້ນ,ເພີ່ມທະວີການປະສານສົມທົບລະຫວ່າງອົງການທີ່ຮັບຜິດຊອບໃນການດໍາເນີນຄະດີໃຫ້ເປັນລະບົບ, ກົມກຽວ, ສອດຄ່ອງຕາມພາລະບົດບາດ ແລະ ມີຄວາມເປັນເອກະພາບ ຫຼີກເວັ້ນການກ້າວກ່າຍ ພາລະບົດບບາດ, ສິດ ແລະ ໜ້າທີ່ ເຊິ່ງກັນ ແລະກັນ ລວມທັງການຊຸກຍູ້, ຕິດຕາມກວດກາການປະຕິບັດບົດບັນທຶກ 4 ພາກສ່ວນ ໃຫ້ເຂັ້ມງວດຂຶ້ນຕື່ມ;ກອງປະຊຸມ ຈຶ່ງໄດ້ສະເໜີມາຍັງລັດຖະບານ ຊ່ວຍພິຈາລະນາ ເງື່ອນໄຂອັນຈໍາເປັນໃນການເຄື່ອນໄຫວ ໂດຍສະເພາະແມ່ນວັດຖຸອຸປະກອນ, ພາຫະນະຮັບໃຊ້ ກໍ່ຄື ຈັດສັນງົບປະມານໃຫ້ແກ່ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ໃຫ້ສາມາດເຄື່ອນໄຫວປະຕິບັດຕາມພາລະບົດບາດຂອງຕົນ ໃນປີ 2025 ໄດ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
ທີ່ມາ: ປະເທດລາວ