ຫລົງຮັກເມຍເຂົາ ! ລາກປືນຍິງຕໍ່ໜ້າຜົວແລະລູກ ກ່ອນຈົບຊີວິດໂຕເອງດ້ວຍອາກາ


ວາລະສານປ້ອງກັນຄວາມສະຫງົບລາຍງານວ່າ: ເວລາປະມານ 18:30 ນາທີ ຂອງວັນທີ 27 ທັນວາ 2022 ນີ້ ໄດ້ມີເຫດການມີຜູ້ຊາຍຄົນໜຶ່ງຖືປືນຍ່າງເຂົ້າໄປຍິງປືນໃສ່ຄອບຄົວໜຶ່ງທີ່ບ້ານສວນສະຫວັນ ນະຄອນປາກເຊ ແຂວງຈໍາປາສັກ ໃນຂະນະນັ່ງກິນເຂົ້າກັບຄອບຄົວ ກ່ອນຍິງຕົວເອງ.
+ຜູ້ເສຍຊີວິດ ຜູ້ທີ 1 ຊື່ ນາງ ຄຳຟອງ (ຝົນ) ອາຍຸ 34 ປີ ອາຊີບຄ້າຂາຍຢູ່ບ້ານສວນສະຫວັນ ນະຄອນປາກເຊ
+ຜູ້ທີ 2 ຊື່ ທ້າວ ປະສານສັກ ວິຊາເທບ ອາຍຸປະມານ 34 ປີ ເປັນຕຳຫຼວດ.
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດທັງ 2 ແມ່ນມີການພົວພັນແບບຊູ້ສາວ; ໃນຕອນເກີດເຫດ ທ້າວປະສານສັກ ຂີ່ລົດຈັກເຂົ້າມາຫານາງຄຳຟອງ ຢູ່ເຮືອນ ມີລັກສະນະມຶນເມົາ ມີປືນ AK ມາພ້ອມ ແລ້ວເຫັນນາງຄຳຟອງ ກຳລັງນັ່ງກິນເຂົ້າກັບຄອບຄົວ ເຊິ່ງມີຜົວ ແລະ ລູກອາຍຸ 5 ປີ ແລະ 3 ປີ, ຈາກນັ້ນ ທ້າວ ປະສານສັກ ໄດ້ຍິງຂຶ້ນຟ້າ 3 ນັດ ແລ້ວໄດ້ເວົ້າກັບນາງ ຄຳຟອງ ວ່າ ເອົາບໍ່ຄົນລະລູກ; ຈາກນັ້ນ ຜູ້ກ່ຽວໄດ້ຍິງໃສ່ຫົວນາງ ຄຳຟອງ 1 ນັດ ແລ້ວຍິງໃສ່ຕົນເອງ 1 ນັດ ເສຍຊີວິດຄາທີ່.
ເປັນອຸທາຫອນສຳລັບຄົນຫລົງຮັກເມຍເຂົາ