ສາລະວັນໃຊ້ງົບເກືອບ 20 ຕື້ກີບ ກໍ່ສ້າງສະໜາມກິລາແຂວງ

- 23622203 1199240793553474 2045012089624935384 n - ສາລະວັນໃຊ້ງົບເກືອບ 20 ຕື້ກີບ ກໍ່ສ້າງສະໜາມກິລາແຂວງ
- kitchen vibe - ສາລະວັນໃຊ້ງົບເກືອບ 20 ຕື້ກີບ ກໍ່ສ້າງສະໜາມກິລາແຂວງ

ແຂວງສາລະວັນ ໃຊ້ງົບປະ ມານເກືອບ 20 ຕື້ກີບ ເພື່ອປັບ ປຸງ-ກໍ່ສ້າງພື້ນຖານໂຄງລ່າງສະ ໜາມກິລາຂອງແຂວງກະກຽມ ຄວາມພ້ອມແກ່ງານມະຫາກຳ ກິລານັກຮຽນມັດທະຍົມ ສຶກສາ ທົ່ວປະເທດຄັ້ງທີ VII ໃນປີ 2020 ທີ່ແຂວງສາລະວັນຈະ ເປັນເຈົ້າ ພາບຄືໃນວັນທີ 16 ພະ ຈິກນີ້, ໄດ້ມີພິທີ ວາງສີລາລຶກ ໂຄງການດັ່ງກ່າວ, ໂດຍການ ເຂົ້າຮ່ວມຂອງ ທ່ານ ສີສຸວັນ ວົງ ຈອມສີ ເຈົ້າແຂວງ ສາລະວັນ.

 

- Visit Laos Visit SALANA BOUTIQUE HOTEL - ສາລະວັນໃຊ້ງົບເກືອບ 20 ຕື້ກີບ ກໍ່ສ້າງສະໜາມກິລາແຂວງ

- 23675095 1199240916886795 8628749765337695236 o 1024x683 - ສາລະວັນໃຊ້ງົບເກືອບ 20 ຕື້ກີບ ກໍ່ສ້າງສະໜາມກິລາແຂວງ

+ ສາລະວັນມອບ-ຮັບໜ້າທີ່ຫົວໜ້າພະແນກການຕ່າງປະເທດ

+ ດີເຄ ເອັຟຊີ ລົງສະໜາມຄັ້ງທໍາອິດຖະຫລົ່ມບຸນເກີດສຶກສາ 14 -8 ໃນຟຸດຊໍລີກ 2017

ທ່ານ ຫົວໜ້າພະແນກສຶກ ສາທິການ ແລະ ກິລາແຂວງທັງ ເປັນເຈົ້າຂອງໂຄງການດັ່ງກ່າວ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການ ປັບປຸງ ແລະ ກໍ່ສ້າງສະໜາມ ກິລາແຂວງເປັນໂຄງການໜຶ່ງ ທີ່ບັນຈຸເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຂອງ ແຂວງ (2016-2020) ແລະ ໄດ້ສຳຫລວດອອກແບບມາ ແຕ່ ປີ 2016. ສຳລັບສະໜາມກິລາ ສະເພາະມື້ເປີດ-ປິດມີມູນຄ່າ ຫລາຍກວ່າ 19 ຕື້ກີບ ເພື່ອປະຕິ ບັດ 4 ໜ້າວຽກໃຫຍ່ຄື: ກໍ່ສ້າງ ບ່ອນນັ່ງຊົມ, ກໍ່ສ້າງ ເດີ່ນເຕະ ບານ, ສ້າງທາງແລ່ນ- ລານ ແລະຮ່ອງລະບາຍນ້ຳໂດຍແມ່ນ ບໍລິສັດອິນທະສິດກໍ່ສ້າງເຄຫາ ສະຖານຈຳກັດຜູ້ຮັບເໝົາກໍ່ສ້າງ ຄາດວ່າ ຈະໃຊ້ເວລາປະມານ 9 ເດືອນນັບແຕ່ມື້ວາງສີລາລຶກນີ້ ເປັນຕົ້ນໄປ.

ໃນພິທີ ທ່ານ ເຈົ້າແຂວງ ແລະ ທ່ານ ປະທານບໍລິສັດຜູ້ຮັບ ເໝົາໄດ້ຮ່ວມຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດເພື່ອເປັນການ ບົ່ງບອກໃຫ້ຮູ້ວ່າ: ການປັບປຸງ ກໍ່ສ້າງສະໜາມກິລາດັ່ງກ່າວໄດ້ ເລີ່ມຂຶ້ນແລ້ວ.

 

- 3 - ສາລະວັນໃຊ້ງົບເກືອບ 20 ຕື້ກີບ ກໍ່ສ້າງສະໜາມກິລາແຂວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!