ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.

ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ. - IMG 2477 - ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ. - kitchen vibe - ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.

ວັນທີ 11 ທັນວາ 2024, ທ່ານ ນະຄະເສນ ສີຫາລາດ, ຄະນະປະຈຳ ສະພາປະຊາຊົນ, ເລຂາທິການ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ຊື່ມວນຊົນ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນວ່າ: ກອງປະຊຸມຈະດຳເນີນໄປ ໃນລະຫວ່າງ ວັນທີ 16 – 24 ທັນວາ 2024 ຢູ່ຫ້ອງປະຊຸມສໍານັກງານ ອົງການປົກຄອງ ນະຄອນ ຫຼວງວຽງຈັນ ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫຼວງວຽງຈັນດັ່ງນີ້:

  1. ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ແຜນການລົງທຶນຂອງລັດປີ 2025 ຂອງນະ ຄອນຫຼວງວຽງຈັນ, ແຜນການນໍາໃຊ້ເງິນເກີນແຜນປີ 2024 ແລະ ຕິດພັນກັບການຈັດຕັ້ງປະຕິບັດ 02 ວາ ລະແຫ່ງຊາດ.
  2. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນນະຄອນຫຼວງວຽງຈັນ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາ ປີ 2025.
  3. ຮັບຟັງບົດລາຍງານ ການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍ ທີ່ສະພາປະຊາຊົນ ນະ ຄອນຫຼວງ ໄດ້ຮັບຮອງ ຈໍານວນ 2 ສະບັບ ຄື:
  • ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍການປະເມີນລາຄາທີ່ດິນ ທົ່ວນະຄອນຫຼວງວຽງຈັນ ສະບັບເລກທີ 142/ຈນວ, ລົງວັນທີ 26 ກຸມພາ 2021.
  • ຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ວ່າດ້ວຍການພັດທະນາ ແລະ ຄຸ້ມຄອງເຂດສະຫງວນ ຄອງນໍ້າວຽງຈັນ, ສະບັບເລກທີ 0966/ຈນວ, ລົງວັນທີ 11 ພະຈິກ 2019.
  1. ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ.
  2. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025, ບົດລາຍງານຜົນຂອງການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກກາງ 1;
  3. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງອົງການກວດກາລັດ ນະຄອນຫຼວວວຽງຈັນ;
  4. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ແລະ ແຜນການເຄື່ອນໄຫວພົບປະປະຊາຊົນ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງ ຊຸດທີ II;
  5. ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນ ນະຄອນຫຼວງ;
  6. ພິຈາລະນາ ແລະ ຮັບຮອງເອົາ ຮ່າງມະຕິ ຂອງກອງປະຊຸມສະພາປະຊາຊົນ ວ່າດ້ວຍການດໍາເນີນກອງປະ ຊຸມຂອງສະພາປະຊາຊົນ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ;
  7. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງ ການໄອຍະການປະຊາຊົນ ນະຄອນຫຼວງ; ການລາຍງານ ຂອງອົງການໄອຍະການປະຊາຊົນ ນວ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີ ຂອງອົງການສືບສວນ-ສອບສວນຂັ້ນສູນກາງ ໃນໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດແນວໃດ? ມີຄວາມສະດວກ ແລະ ຄວາມຫຍຸ້ງຍາກແນວໃດ?
  8. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະ ຄອນຫຼວງ; ການລາຍງານຂອງສານປະຊາຊົນ ນວ ກ່ຽວກັບກົນໄກການປະສານງານ ລະຫວ່າງ ສານປະຊາ ຊົນ ກັບຄ້າຍຄຸມຂັງ-ດັດສ້າງ ກ່ຽວກັບການຈັດຕັ້ງສານເຄື່ອນທີ່, ການເອົາຜູ້ຖືກຫາມາຕັດສິນຢູ່ສານ ແລະ ການສົ່ງປະເດັນ ຫຼື ຄໍາຕັດສິນໃຫ້ຄ້າຍຄຸມຂັງ-ດັດສ້າງ ເພື່ອຮັບປະກັນໃຫ້ມີຄວາມກົມກຽວ ຕາມຂັ້ນຕອນຂອງກົດໝາຍ;
  9. ຮັບຟັງການລາຍງານກ່ຽວກັບ ວິທີການ ຫຼື ມາດຕະການແກ້ໄຂ ໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍການປະ ຕິບັດຄໍາຕັດສິນຂອງສານ ໂດຍສະເພາະແມ່ນຄໍາຕັດສິນຂອງສານທີ່ຄ້າງປະຕິບັດຫຼາຍປີ; ການລາຍງານກ່ຽວກັບວິທີການແກ້ໄຂ ກໍລະນີຜູ້ຖືກປະຕິບັດຄໍາຕັດສິນຂອງສານ ໄດ້ເອົາຕົວຫຼົບຫຼີກ ຫຼືຫຼົບໜີ ເພື່ອໃຫ້ຄໍາຕັດ ສິນຂອງສານໄດ້ຮັບການປະຕິບັດ ຖືກຕ້ອງ, ຄົບຖ້ວນ, ທົ່ວເຖິງ ແລະ ທັນເວລາ.
  10. ຮັບຟັງການລາຍງານ, ຊີ້ແຈງບັນຫາສໍາຄັນໃນຂົງເຂດວຽກງານຕ່າງໆ ຂອງນະຄອນຫຼວງວຽງຈັນລວມມີ 12 ບັນຫາ, ນອກຈາກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາທີ່ສະມາ ຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ນະຄອນຫຼວງ ຊັກຖາມໃນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ.

ກອງປະຊຸມຄັ້ງນີ້ ແມ່ນການປະຕິບັດພາລະບົດບາດຂອງສະພາປະຊາຊົນ ໃນຖານະເປັນອົງການອໍານາດລັດ ຂັ້ນນະຄອນຫຼວງ, ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຊາວນະຄອນຫຼວງວຽງຈັນ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະຊາວນະຄອນ ຫຼວງວຽງຈັນ ຈົ່ງຕິດຕາມຂໍ້ມູນ-ຂ່າວສານ ໄດ້ຜ່ານທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດມີຄຳຄິດຄຳເຫັນ ຫຼື ຄຳສະເໜີເຂົ້າໃນກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫຼື ໝາຍເລກໂທລະສັບ 021 260251, 260242 ເຊິ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ.

ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ. - Visit Laos Visit SALANA BOUTIQUE HOTEL - ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ. - Visit Laos Visit SALANA BOUTIQUE HOTEL - ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ. - 4 - ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ. - 5 - ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ. - 3 - ສະພາປະຊາຊົນ ນວ ຖະແຫຼງຂ່າວ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 8ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.