ຫວຽດນາມຄາດຄະເນເສດຖະກິດປີນີ້ເຕີບໃຫຍ່ຫລາຍກວ່າ 7%

ການຂະຫຍາຍຕົວທາງເສດຖະກິດຂອງຫວຽດນາມມີທ່າອ່ຽງທີ່ດີ ແລະ ຄາດວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ອາດສູງກວ່າເປົ້າໝາຍ ເຊິ່ງຕັ້ງໄວ້ 7% ເນື່ອງຈາກຄວາມພະຍາຍາມຮ່ວມກັນລະຫວ່າງກະຊວງ ແລະ ໜ່ວຍງານອີກຫລາຍແຫ່ງ.
ທ່ານ ເຈິ້ນ ກ໊ວກ ເຟືອງ ລັດຖະມົນຕີກະຊວງການວາງແຜນ ແລະ ການລົງທຶນຂອງຫວຽດນາມ ກ່າວວ່າ: ເສັ້ນສະແດງເສດຖະກິດທີ່ກະຊວງສ້າງຂຶ້ນ ແລະ ນໍາສະເໜີຕໍ່ຄະນະລັດຖະບານ ໃນໄຕມາດທີ 3 ຫລື ລະຫວ່າງເດືອນກໍລະກົດ-ກັນຍາຜ່ານມາ ບົ່ງຊີ້ວ່າ: ຫວຽດນາມມີຮາຖານທີ່ໝັ້ນຄົງໃນການບັນລຸເປົ້າໝາຍການເຕີບໃຫຍ່ທາງເສດຖະກິດໃນລະດັບ 7% ຖ້າບໍ່ນັບລວມການຢຸດສະງັກຈາກພາຍຸໄຕ້ຝຸ່ນ, ອຸທົກກະໄພ ແລະ ຜົນກະທົບບໍ່ເພິ່ງປະສົງທົ່ວໂລກ.
ສ່ວນສໍານັກງານສະຖິຕິແຫ່ງຊາດຫວຽດນາມ ວິເຄາະອີກວ່າ: ທ່າອ່ຽງການຫລຸດອັດຕາດອກເບ້ຍຂອງທະນາຄານກາງອາເມລິກາ (FAD) ຈະສ້າງສະຖຽນລະພາບໃຫ້ເສດຖະກິດ ແລະ ກະຕຸ້ນການເຕີບໃຫຍ່ຂອງ GDP ໂດຍຫວຽດນາມຍັງສາມາດຮັກສາທ່າອ່ຽງການເຕີບໃຫຍ່ແຂງແຮງຕໍ່ໄປໄດ້ ດ້ວຍນະໂຍບາຍທາງດ້ານເງິນທີ່ຜ່ອນຜັນຂອງບັນດາທະນາຄານ ແລະ ສະພາບເສດຖະກິດມະຫາພາກທີ່ມີສະຖຽນລະພາບ.
ທະນາຄານພັດທະນາອາຊີ (ADB) ປັບເພີ່ມການຄາດຄະເນການເຕີບໃຫຍ່ຂອງເສດຖະກິດຫວຽດນາມໃນປີນີ້ ເປັນ 6.4% ຈາກ 6.0%.