ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ.ຫວຽດນາມ ຕ້ອນຮັບບັນດາປະເທດຕ່າງໆ ທີ່ເຂົ້າຮ່ວມງານວາງສະແດງສິນຄ້າປ້ອງກັນຊາດສາກົນຫວຽດນາມ ປະຈຳປີ 2024.

ວັນທີ 19 ທັນວາ 2024 ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ ທ່ານ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ.ຫວຽດນາມ ໄດ້ຕ້ອນຮັບບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ການນຳປ້ອງກັນຊາດປະເທດອື່ນໆ. ໃນໂອກາດທີ່ເດີນທາງເຂົ້າຮ່ວມງານວາງສະແດງສີນຄ້າປ້ອງກັນຊາດສາກົນຫວຽດນາມ ປະຈຳປີ 2024.
ທ່ານ ພົນເອກ ຟານວັນຢາງ ໄດ້ກ່າວວ່າ: ການເຂົ້າຮ່ວມຂອງບັນດາການນຳກະຊວງປ້ອງກັນປະເທດ, ການເຂົ້າຮ່ວມຂອງບໍລິສັດ, ລັດວິສາຫະກິດ ແລະ ບັນດາສະຖາບັນອຸດສາຫະກຳປ້ອງກັນຊາດຂອງປະເທດຕ່າງໆໃນທົ່ວໂລກ ເປັນສິ່ງທີ່ມີຄຸນຄ່າຄວາມໝາຍສຳຄັນຫລາຍ ຊື່ງກຳນົດເຖີງຜົນສຳເລັດໃນການຈັດງານວາງສະແດງສີນຄ້າປ້ອງກັນຊາດສາກົນ ປະຈຳປີ 2024 ທີ່ ສສ.ຫວຽດນາມ ໄດ້ເປັນເຈົ້າພາບຈັດຂື້ນໃນຄັ້ງນີ້.
ໂອກາດນີ້, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ.ຫວຽດນາມ ຍັງໄດ້ເນັ້ນຫນັກວ່າ ຫວຽດນາມຈະຍຶດຫມັ້ນກັບນະໂຍບາຍການຕ່າງປະເທດ ເລື່ອງສັນຕິສຸກ, ມິດຕະພາບ, ການຮ່ວມມື, ການພັດທະນາ ແລະ ການ ສ້າງລະບົບການປ້ອງກັນປະເທດຊາດທີ່ເຂັ້ມແຂງພໍ ເພື່ອປົກປ້ອງຄວາມເປັນອິດສະລະພາບ, ສິດທິສູງສຸດໃນການປົກຄອງ, ຄວາມຊື່ສັດຂອງເຂດແດນ, ຜົນປະໂຫຍດຂອງປະເທດຊາດ ແລະ ໃນເວລາດຽວກັນກໍປະຕິບັດຫນ້າທີ່ຮັບຜິດຊອບ ແລະ ພັນທະສາກົນທີ່ສູງທີ່ສຸດ. ກະຊວງປ້ອງກັນປະເທດແຫ່ງ ສສ.ຫວຽດນາມ ສະຫນັບສະຫນູນການພັດທະນາສະໄຫມໃຫມ່, ກະຕືລືລົ້ນ, ກຸ້ມຕົນເອງ ແລະ ການຮ່ວມມືສາກົນ, ມີຄວາມປາຖະຫນາທີ່ຈະປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການຮ່ວມມືພັດທະນາຮ່ວມກັນຂອງພາກພື້ນ ແລະ ໂລກ.
ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ມີຄຳເຫັນວ່າ: ງານວາງສະແດງສີນຄ້າປ້ອງກັນຊາດສາກົນ ປະຈຳປີ 2024 ທີ່ຈັດຂື້ນຢູ່ ສສ.ຫວຽດນາມ ໃນຄັ້ງນີ້ວ່າ: ສຸດທີ່ມີຄວາມໝາຍຄວາມສຳຄັນ ເພາະຈັດຂື້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດກໍ່ຄືກອງທັບປະຊາຊົນຫວຽດນາມ ພວມສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຄົບຮອບ 80 ປີ ແລະ ວັນບຸນປ້ອງກັນຊາດທົ່ວປວງຊົນຫວຽດນາມຄົບຮອບ 35 ປີ. ງານວາງສະແດງສີນຄ້າອຸດສາຫະກຳປ້ອງກັນຊາດສາກົນ ໃນຄັ້ງນີ້ ໄດ້ສ້າງປະໂຫຍດຢ່າງໃຫຍ່ຫລວງໃຫ້ແກ່ກອງທັບຂອງບັນດາປະເທດໃນພາກພື້ນ ແລະ ທົ່ວໂລກ. ເພື່ອສຶກສາ, ຮຽນຮູ້ວິທະຍາສາດ, ເຕັກໂນໂລຊີ, ເຕັກນິກການທະຫານທີ່ທັນສະໄໝ ເພື່ອໝູນໃຊ້ເຂົ້າໃນການພັດທະນາກອງທັບຂອງແຕ່ລະປະເທດ ໃຫ້ມີຄວາມເຂັ້ມແຂງຂື້ນ, ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ ແລະ ພາກພື້ນ.
ພ້ອມກັນນັ້ນຍັງເປີດໂອກາດໃຫ້ນັກວິທະຍາສາດ, ນັກຜະລິດອຸດສາຫະກຳປ້ອງກັນຊາດ ໄດ້ແລກປ່ຽນຮຽນຮູ້ປະສົບການ, ປືກສາຫາຫລືພົວພັນຮ່ວມມື, ສ້າງຄວາມເຂົ້າອົກເຂົ້າໃຈເຊີ່ງກັນ ແລະ ກັນ. ສືບຕໍ່ພັດທະນາເຕັກໂນໂລຊີ-ອຸດສາຫະກຳປ້ອງກັນຊາດໃຫ້ທັນສະໄໝຂື້ນຢ່າງບໍ່ຢຸດຢັ້ງ, ຈັບມືກັນກ້າວຂື້ນເພື່ອສັນຕິພາບ, ມິດຕະພາບ ແລະ ຄວາມໝັ້ນຄົງ.