ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ

ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ - 111 9 - ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ
ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ - kitchen vibe - ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ

        ທ່ານ ເກວິນ ນິວຊໍາ ເຈົ້າຄອງລັດແຄລິຟໍເນຍຂອງອາເມລິກາ ປະກາດສະຖານະການສຸກເສີນ ເພື່ອຮັບມືການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກ ສາຍພັນ H5N1.

       ການປະກາດສະຖານະການສຸກເສີນດັ່ງກ່າວມີຂຶ້ນ ພາຍຫລັງກວດພົບການຕິດເຊື້ອໄວຣັສໄຂ້ຫວັດສັດປີກໃນງົວນົມຢູ່ຟາມຫລາຍແຫ່ງໃນທາງໃຕ້ຂອງລັດແຄລິຟໍເນຍ ເຊິ່ງສົ່ງສັນຍານຄວາມຈໍາເປັນຂອງການເຝົ້າລະວັງ, ສ້າງການຄວບຄຸມ ແລະ ບັນເທົາການແຜ່ລະບາດທົ່ວອາເມລິກາ.

ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ - Visit Laos Visit SALANA BOUTIQUE HOTEL - ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ
ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ - Visit Laos Visit SALANA BOUTIQUE HOTEL - ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ

       ປັດຈຸບັນ, ລັດແຄລິຟໍເນຍຍັງບໍ່ພົບການລະບາດຂອງພະຍາດໄຂ້ຫວັດສັດປີກຈາກຄົນສູ່ຄົນ ແລະ ຜູ້ຕິດເຊື້ອເກືອບທັງໝົດເຄີຍສໍາຜັດງົວທີ່ຕິດເຊື້ອ ໂດຍລັດແຄລິຟໍເນຍໄດ້ຈັດຕັ້ງລະບົບກວດພະຍາດ ແລະ ເຝົ້າຕິດຕາມຂະໜາດໃຫຍ່ທີ່ສຸດໃນປະເທດ ເພື່ອຮັບມືການລະບາດແລ້ວ.

       ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງຊາດອາເມລິກາ (CDC) ລາຍງານວ່າ: ພະຍາດໄຂ້ຫວັດສັດປີກ ສາຍພັນ H5N1 ລະບາດໃນງົວນົມຂອງ 16 ລັດ ນັບແຕ່ເດືອນມີນາຈົນຮອດວັນທີ 18 ທັນວາຜ່ານມາ ໂດຍມີການຢືນຢັນການແຜ່ລະບາດຄັ້ງທໍາອິດຢູ່ລັດແຄນຊັສ ແລະ ລັດເທສຊັສ.

       ຂະນະດຽວກັນ, CDC ຢືນຢັນຜູ້ຕິດເຊື້ອສະສົມຈາກພະຍາດໄຂ້ຫວັດສັດປີກສາຍພັນ H5N1 ຢ່າງໜ້ອຍ 61 ຄົນ ໃນຈໍານວນນີ້ຢ່າງໜ້ອຍ 34 ຄົນ ຢູ່ລັດແຄລິຟໍເນຍ ແລະ ໃນວັນທີ 18 ທັນວາຜ່ານມາ CDC ຢືນຢັນການກວດພົບຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກຂັ້ນຮຸນແຮງຕ້ອງຮັບການປິ່ນປົວຢູ່ໂຮງໝໍໃນລັດລຸຍເຊຍນາ.

ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ - 5 - ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ
ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ - 4 - ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ
ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ - 3 - ລັດແຄລິຟໍເນຍປະກາດສະຖານະການສຸກເສີນໄຂ້ຫວັດສັດປີກແຜ່ລະບາດ