ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ

ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ - w980 p16x9 2024 11 26T140233Z 1284644357 RC29P9AAO4LK RTRMADP 3 HEALTH MPOX VACCINE - ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ
ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ - kitchen vibe - ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ

       ໜ່ວຍງານເຝົ້າລະວັງດ້ານສຸຂະພາບຂອງສະຫະພາບອາຟຣິກາ (ອາຟຣິກາຊີດີຊີ) ສັນນິຖານວ່າ: ພະຍາດທີ່ບໍ່ເຄີຍຮູ້ຈັກມາກ່ອນ ທີ່ຂ້າຄົນໄປຫລາຍສິບຄົນຢູ່ຄອງໂກອາດເປັນພະຍາດມາລາເຣຍ.

       ພະຍາດປິດສະໜາທີ່ກວດພົບຄັ້ງທໍາອິດໃນທ້າຍເດືອນຕຸລາຜ່ານມາ ມີສູນກາງການແຜ່ລະບາດຢູ່ພາກພື້ນປານຊີ ເຊິ່ງຢູ່ຫ່າງຈາກນະຄອນຫລວງກິນຊາຊາ ທາງຕາເວັນອອກສຽງໃຕ້ຂອງຄອງໂກ ປະມານ 700 ກິໂລແມັດ

ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ - Visit Laos Visit SALANA BOUTIQUE HOTEL - ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ
ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ - Visit Laos Visit SALANA BOUTIQUE HOTEL - ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ

      “ຜົນການບົ່ງມະຕິພະຍາດທີ່ເປັນໄປໄດ້ໃນຕອນນີ້ຄືມາເລເຣຍ” ທ່ານ ເອັນດາຊີ ເອັນກອງໂກ ຫົວໜ້າເຈົ້າໜ້າທີ່ ແລະ ຫົວໜ້າສໍານັກງານບໍລິຫານຂອງສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງອາຟຣິກາ ກ່າວ. ສະຖານະການຮ້າຍແຮງຂຶ້ນເນື່ອງຈາກພາວະທຸໂພຊະນາການທີ່ຮຸນແຮງ.

      ເມື່ອ 2 ປີກ່ອນ, ພາກພື້ນປານຊີ ເຊິ່ງປະສົບການລະບາດຢ່າງໜັກຂອງພະຍາດໄຂ້ຣາກສາດໃຫຍ່ ມີອັດຕາພາວະທຸໂພຊະນາການສູງເຖິງ 61%.

     ອາຟຣິກາຊີດີຊີລະບຸໃນລາຍງານອີກວ່າ: ພະຍາດດັ່ງກ່າວຂ້າຊີວິດຄົນໄປແລ້ວ 37 ຄົນ ໃນສຸກສາລີເມືອງປານຊີ ຈາກຈໍານວນຜູ້ຕິດເຊື້ອສະສົມເກີນ 600 ຄົນ. ຂະນະທີ່ມີລາຍງານຜູ້ເສຍຊີວິດອີກປະມານ 44 ຄົນ ໃນລະດັບທ້ອງຖິ່ນ ແລະ ຕອນນີ້ຢູ່ລະຫວ່າງການສອບສວນພະຍາດ.

      ໃນຕົ້ນເດືອນທັນວາຜ່ານມາ, ນັກລະບາດວິທະຍາໄດ້ຕັດບັນຫາໄວຣັສໂຄໂຣນາ ເຊິ່ງເປັນຕົ້ນກໍາເນີດຂອງໂຄວິດ-9 ອອກໄປ ແລະ ສະຫລຸບວ່າເປັນພະຍາດທີ່ສົ່ງຜົນຕໍ່ລະບົບທາງເດີນຫາຍໃຈ ເນື່ອງຈາກອາການຕົ້ນຕໍຂອງໄວຣັສປິດສະໜາ ໄດ້ແກ່ ໄຂ້, ໄອ ແລະ ເຈັບຫົວ.

       ຂໍ້ມູນເບື້ອງຕົ້ນຊີ້ໃຫ້ເຫັນວ່າ: ພະຍາດນີ້ສົ່ງຜົນກະທົບຕໍ່ປະຊາກອນໄວໜຸ່ມສາວໂດຍສະເພາະ ແລະ 40% ຂອງຜູ້ຕິດເຊື້ອເປັນເດັກອາຍຸຕໍ່າກວ່າ 5 ປີ.

ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ - 3 - ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ
ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ - 4 - ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ
ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ - 5 - ສູນຄວບຄຸມພະຍາດອາຟຣິກາກ່າວວ່າ ໄວຣັສປິດສະໜາຢູ່ຄອງໂກອາດເປັນພະຍາດມາລາເຣຍ