ໂຟກສະວາເກນ ວາງແຜນຮັດສາຍແອວ ເລີກຈ້າງ 30,000 ກວ່າຕໍາແໜ່ງຢູ່ເຢຍລະມັນ

ໂຟກສະວາເກນ ເຊິ່ງເປັນຍັກໃຫຍ່ດ້ານລົດຍົນລະດັບໂລກຈາກເຢຍລະມັນ ມີແຜນຈະເລີກຈ້າງພະນັກງານຢູ່ເຢຍລະມັນ 35,000 ຄົນ ພາຍໃນປີ 2030 ຫລັງບັນລຸຂໍ້ຕົກລົງກັບສະຫະພາບແຮງງານ ກ່ຽວກັບແຜນຫລຸດຕົ້ນທຶນທີ່ເຂັ້ມງວດ.
ຂໍ້ຕົກລົງເລີກຈ້າງຄັ້ງນີ້ຈະຊ່ວຍໃຫ້ຜູ້ຜະລິດລົດລາຍໃຫຍ່ທີ່ສຸດຂອງເອີຣົບປະຢັດງົບປະມານໄດ້ປະມານ 4,000 ລ້ານເອີໂຣຕໍ່ປີ.
ຂະນະດຽວກັນ, ສະຫະພາບແຮງງານໄອຈີ ເມທັລ ສະແດງຄວາມຍິນດີຕໍ່ຂໍ້ຕົກລົງດັ່ງກ່າວ ໂດຍລະບຸວ່າ: ຈະຊ່ວຍຫລີກລ່ຽງການເລີກຈ້າງໂດຍບັງຄັບ ແລະ ການປິດໂຮງງານໄດ້ ເຊິ່ງກ່ອນໜ້ານີ້ ໂຟກສະວາເກນໄດ້ພິຈາລະນາປິດຖານການຜະລິດທັງໝົດຢູ່ເຢຍລະມັນ ເຊິ່ງຖືເປັນການເຄື່ອນໄຫວທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນປະຫວັດສາດ 87 ປີຂອງບໍລິສັດ.
ປັດຈຸບັນ ໂຟກສະວາເກນຕ້ອງສູ້ຊົນຕໍ່ການປ່ຽນຜ່ານໄປສູ່ລົດຍົນໄຟຟ້າ ແລະ ການແຂ່ງຂັນທີ່ເພີ່ມຂຶ້ນຈາກຜູ້ຜະລິດຈາກຈີນ ເຊັ່ນດຽວກັບ ອາວດີ້, ປໍເຊ່ ແລະ ສະໂກດາ ເຊິ່ງລ້ວນເປັນບໍລິສັດລົດຍົນລາຍໃຫຍ່ຂອງເຢຍລະມັນ ລ້ວນກໍາລັງຕໍ່ສູ້ຕໍ່ຄວາມຕ້ອງການທີ່ຫລຸດລົງ ລວມທັງຕົ້ນທຶນແຮງງານ ແລະ ການຜະລິດທີ່ສູງຂຶ້ນຢູ່ເອີຣົບ.
ທັງນີ້, ສະຫະພາບແຮງງານຖະແຫລງວ່າ: ຈະບໍ່ມີການປິດໂຮງງານ, ແຕ່ໂຮງງານ 10 ແຫ່ງຂອງໂຟກສະວາເກນຢູ່ເຢຍລະມັນຈະຫລຸດການຜະລິດ ເຊິ່ງແນ່ນອນວ່າ ຈະສົ່ງຜົນຕໍ່ການສູນເສຍຕໍາແໜ່ງງານ. ຂະນະທີ່ໂຮງງານບາງແຫ່ງມີກໍານົດຢຸດການຜະລິດໃນປີ 2025 ແລະ ບາງແຫ່ງຈະດໍາເນີນງານຮອດປີ 2027.
ໃນລະຫວ່າງນີ້ ຈະມີການເລີກຈ້າງພະນັກງານ 4,000 ຕໍາແໜ່ງ ຢູ່ໂຮງງານຫລັກ ພາຍໃນປີ 2030 ແລະ ການຜະລິດລົດກ໊ອບຈະຖືກຍ້າຍໄປໂຮງງານໃນປະເທດແມັກຊິກ, ສ່ວນຖານການຜະລິດລົດໄຟຟ້າຈະຫລຸດລົງເຫລືອພຽງ 1 ສາຍການຜະລິດ.
ບໍລິສັດລະບຸວ່າ: ພາຍໃຕ້ແຜນຮັດສາຍແອວ ຈໍານວນເງິນທີ່ຫລຸດລົງ 1,500 ລ້ານເອີໂຣ ຈະມາຈາກຕົ້ນທຶນແຮງງານທີ່ຫລຸດລົງ ແລະ ການຫລຸດຈໍານວນພະນັກງານແບບຄ່ອຍເປັນຄ່ອຍໄປ.
ນອກຈາກນີ້, ມີການຄາດໝາຍວ່າ: ຈະມີການຄົງຈໍານວນເງິນເດືອນພະນັກງານຂອງໂຟກສະວາເກນ ໃນປີ 2025-2026 ແລະ ຈະກະຈາຍໂບນັດທີ່ຕົກລົງກັນໄວ້ກ່ອນໜ້ານີ້ຕໍ່ໄປເປັນເວລາຫລາຍປີ.