ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ

ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ - 471754675 1144513344344589 7708354067067085098 n - ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ
ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ - kitchen vibe - ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ

ວັນທີ 30 ທັນວາ 2024 ທ່ານ ພົຕ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ລາຍງານຕໍ່ກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບ ແລະ ວາງທິດທາງວຽກງານຈຸດສຸມ ປີ 2025 ໂດຍການເປັນປະທານຂອງ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.

ພົຕ ສຸລິນະ ແກ້ວປະເສີດ ລາຍງານວ່າ: ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ກະຊວງ ປກສ ກໍຄືການນຳແຕ່ລະຂັ້ນຂອງກຳລັງ ປກສ ໄດ້ເອົາໃຈໃສ່ຊີ້ນຳ-ບັນຊາຕົວຈິງໃນຂົງເຂດທີ່ຕົນຮັບຜິດຊອບມີຜົນສຳເລັດຕາມແຜນການທີ່ວາງໄວ້, ສະແດງອອກ: ສະເພາະວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໄດ້ຈັດຕັ້ງຜັນຂະຫຍາຍຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດ; ຄໍາສັ່ງວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ລວມທັງບັນດາໜ້າ ວຽກຈຸດສຸມປິ່ນອ້ອມໜ້າທີ່ການເມືອງຂອງກໍາລັງ; ຜ່ານການຜັນຂະຫຍາຍ ສາມາດເລີກຮື້, ແກ້ໄຂບັນດາ ເປົ້າໝາຍອາຊະຍາກຳ ທີ່ສ້າງຄວາມບໍ່ສະຫງົບຢູ່ໃນສັງຄົມ ຄື: ຄະດີອາຍາເກີດຂຶ້ນທັງໝົດ 7,350 ເລື່ອງ (ບໍ່ນັບອຸປະຕິເຫດ ແລະ ອັກຄີໄພ). ມ້າງໄດ້ 6,519 ເລື່ອງ, ກັກຕົວຜູ້ຖືກຫາ 9,860 ຄົນ ຍິງ 1,337 ຄົນ, ຄົນຕ່າງປະເທດ 344 ຄົນ ຍິງ 31 ຄົນ (ທຽບໃສ່ປີ 2023 ຄະດີເພີ່ມຂຶ້ນ 640 ເລື່ອງ); ໃນນີ້, ຄະດີຢາເສບຕິດ 3,771 ເລື່ອງ, ຄະດີເສດຖະກິດ 682 ເລື່ອງ, ຄະດີຄາດຕະກຳ 94 ເລື່ອງ, ຄະດີລັກພາຕົວ 17 ເລື່ອງ, ຄະດີຄ້າມະນຸດ 47 ເລື່ອງ, ຄະດີປຸ້ນຊັບ 54 ເລື່ອງ, ຄະດີຊິງຊັບ, 73 ເລື່ອງ, ຄະດີສໍ້ໂກງຊັບ 481 ເລື່ອງ, ຄະດີລັກຊັບພົນລະເມືອງ 1,977 ເລື່ອງ (ຜົນເສຍຫາຍມີລົດໃຫຍ່ 15 ຄັນ, ລົດຈັກ 1,251 ຄັນ; ສະເພາະນະຄອນຫຼວງວຽງຈັນ ລົດໃຫຍ່ 6 ຄັນ, ລົດຈັກ 1,040 ຄັນ).

ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ - Visit Laos Visit SALANA BOUTIQUE HOTEL - ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ
ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ - Visit Laos Visit SALANA BOUTIQUE HOTEL - ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ

ສຳລັບທິດທາງປີ 2025  ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແມ່ນໄດ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດຜ່ອນລົງຢ່າງຈະແຈ້ງ, ນໍາໃຊ້ມາດຕະການປ້ອງກັນ ແລະ ສະກັດກັ້ນຕ້ານອາຊະຍາກຳຢ່າງເປັນລະບົບຄົບຊຸດ ມີຄວາມເດັດຂາດ, ປະຕິບັດຕາມລະບຽບກົດ ໝາຍຢ່າງເຂັ້ມງວດ; ສືບຕໍ່ວຽກງານສືບສວນ-ສອບສວນ, ການດໍາເນີນຄະດີໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບ ກົດໝາຍ, ຮັບປະກັນຄວາມໂປ່ງໃສ, ທ່ຽງທຳ ແລະ ຍຸຕິທໍາ; ກວດກາ ແລະ ປັບປຸງກົນໄກ, ການປະສານ ງານກັບພາກສ່ວນກ່ຽວຂ້ອງ ແກ້ໄຂຂອດຊ່ອງຫວ່າງຂອງກົດໝາຍ, ການຖ່ວງດຶງ, ຊັກຊ້າແກ່ຍາວ, ພ້ອມ ທັງສ້າງເງື່ອນໄຂ ໃຫ້ປະຊາຊົນ ໄດ້ເຂົ້າເຖິງຂະບວນຍຸຕິທຳໄດ້ຢ່າງສະດວກ.

ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ - 471947994 1144513351011255 3183002146293578053 n 1024x683 - ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ

ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ - 5 - ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ
ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ - 4 - ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ
ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ - 3 - ປີ 2024 ທົ່ວປະເທດ ມີຄະດີອາຍາເກີດຂຶ້ນ 7,350 ເລື່ອງ ທຽບໃສ່ປີ 2023 ເພີ່ມຂຶ້ນ 640 ເລື່ອງ