ການຍົກຍ້າຍເທດສະບານແຂວງຜົ້ງສາລີ ໄປຢູ່ເມືອງບຸນເໜືອ ຄືບໜ້າ 85% ແລ້ວ

ວັນທີ 1 ມັງກອນ 2025 ໜັງສືພິມ ປະຊາຊົນ ລາຍງານວ່າ: ທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ໃຫ້ສຳພາດວ່າ: ການຍົກຍ້າຍເທດສະບານແຂວງຜົ້ງສາລີ (ໃໝ່) ຈາກເມືອງຜົ້ງສາລີ ມາຢູ່ເມືອງບຸນເໜືອມີຄວາມຄືບໜ້າ 85%, ດ້ານນິຕິກຳໄດ້ຮັບການອະນຸມັດມາແຕ່ປີ 2009 ຊຶ່ງທ່ານນາຍົກລັດຖະ ມົນຕີໄດ້ອອກຂໍ້ຕົກລົງໃຫ້ມີການຍົກຍ້າຍສະບັບເລກທີ 068, ຜ່ານມາໄດ້ຂຶ້ນແຜນໃຫ້ລັດຖະບານເພື່ອມາພັດທະນາ ຊຶ່ງແຕ່ລະປີໄດ້ຮັບງົບປານມາພັດ ທະນາພຽງປີລະເລັກລະໜ້ອຍ ຕໍ່ມາຖືກໃນໄລຍະໂຄວິດ-19 ພົບຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ລັດຖະບານບໍ່ສາມາດສະໜອງໄດ້ດ້ານງົບປະມານ, ແຕ່ໃນຕົວຈິງໄດ້ສະເໜີໃຫ້ລັດຖະບານເຖິງຄວາມຕ້ອງການພັດທະນາທັງໝົດໃນເທດສະບານໃໝ່ເຊື່ອມກັບເທດສະບານເກົ່າລວມມູນຄ່າ 500 ລ້ານໂດລາ, ລັດຖະບານໄດ້ອະນຸມັດເປັນເງິນກູ້ ອີພີຊີ ຈາກບໍລິສັດ ໂນເລັນໂກ ໄດ້ພຽງແຕ່ 200 ລ້ານໂດລາ ເພື່ອມາສຸມໃສ່ສະເພາະໜ້າວຽກທີ່ຈຳເປັນ, ເປັນຕົ້ນໂຄງລ່າງພື້ນຖານເສັ້ນທາງໃນຕົວເມືອງ, ລະບົບຕາຄ່າຍໄຟຟ້າ, ນໍ້າປະປາ, ສຳນັກງານ, ອົງການ, ສະຖານທີ່ເກັບມ້ຽນຂີ້ເຫຍື້ອເຫຼົ່ານີ້ເປັນຕົ້ນ.
ທ່ານ ຄໍາຜອຍ ວັນນະສານ ກ່າວໃຫ້ຮູ້ອີກວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພວກເຮົາໄດ້ສຸມໃສ່ 6 ໜ້າວຽກຄື:
- ສຸມໃສ່ປູກຈິດສຳນຶກ, ໄກ່ເກ່ຍຊົດເຊີຍເວນຄືນຜົນກະທົບໃນໂຄງການ;
- ສຸມໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ສັນຍາການຄ້າໃນ 200 ລ້ານໂດລາ ໂດຍມີການກຳນົດໜ້າວຽກຄັກແນ່;
- ສຸມໃສ່ສ້າງແຜນພັດທະນາຕາມຜັງເມືອງທີ່ໄດ້ກຳນົດໄວ້;
4, ຄຸ້ມຄອງການປຸກສ້າງທີ່ບໍ່ຖືກຕາມຜັງເມືອງ (ຕາມເຕັກນິກ); - ສຸມໃສ່ພັດທະນາເທດສະບານເກົ່າຢູ່ເມືອງຜົ້ງສາລີ ຕຶກສຳນັກງານ, ອົງການ, ພະແນກ ການຕ່າງໆ ທີ່ຍ້າຍມາຢູ່ເມືອງບຸນເໜືອຊິເຮັດແນວໃດ. ຊຶ່ງອົງການປົກຄອງແຂວງໄດ້ຫັນໄປສູ່ 3 ຮູບການຄື: ຫັນເປັນສຳນັກງານຫ້ອງການເມືອງຜົ້ງສາລີ ທີ່ເຂົາເຈົ້າບໍ່ພຽງພໍໃຫ້ເຂົາເຈົ້ານໍາໃຊ້; ຫັນໄປຂາຍສິດນໍາໃຊ້ທີ່ເຫັນວ່າບໍ່ມີຜູ້ມາເຊົ່າ ບໍ່ມີຜູ້ມາສຳປະທານ ປະຊາຊົນຕ້ອງການກໍຂາຍໃຫ້ ແລະ ໂຄສະນາໃຫ້ມີຜູ້ມາເຊົ່າສຳປະທານມາຮອດປັດຈຸບັນຍັງບໍ່ທັນມີ;
- ກະກຽມເກັບມ້ຽນສິ່ງເສດເຫຼືອຂີ້ເຫຍື້ອຢູ່ໃນເທດສະບານໃໝ່ ຊຶ່ງໄດ້ສະເໜີສະພາເພື່ອສ້າງຕັ້ງຫ້ອງການພັດທະນາ ແລະ ບໍລິຫານຕົວເມືອງ.
ປັດຈຸບັນດ້ານພື້ນຖານໂຄງລ່າງຈຳນວນໜຶ່ງສຳເລັດ ແລະ ໄດ້ມີການມອບ-ຮັບແລ້ວ, ຈຳນວນໜຶ່ງຍັງບໍ່ທັນສຳເລັດ ແຕ່ໄດ້ຍົກຍ້າຍມາແລ້ວກໍໄປຢູ່ບ່ອນອື່ນລໍຖ້າ. ມາຮອດປັດຈຸບັນສາມາດເວົ້າໄດ້ວ່າການຍົກ ຍ້າຍມາຢູ່ເທດສະບານແຂວງໃໝ່ທີ່ເມືອງບຸນເໜືອມີຄວາມຄືບໜ້າ 85%, ດຽວນີ້ບໍລິສັດທີ່ກູ້ເງິນມາພັດທະນາໄດ້ສະເໜີໃຫ້ລັດຖະບານມີການດັດແກ້ຫົວໜ່ວຍລາຄາ; ຍ້ອນຜົນກະທົບ ຖືກສິ່ງປຸກສ້າງຂອງປະຊາຊົນ.