ເຈົ້າໜ້າທີ່ເອົາໃຈໃສ່ສະກັດກັ້ນບັນຫາຢາເສບຕິດຢ່າງມີປະສິດທິຜົນ

ດັ່ງຮູ້ນໍາກັນວ່າ: ຢາເສບຕິດ ເປັນໄພອັນຕະລາຍຮ້າຍແຮງຕໍ່ຜູ້ເສບ ແລະ ເປັນສາເຫດຕົ້ນຕໍພາໃຫ້ເກີດປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນ: ຂີ້ລັກ-ງັດແງະ, ປຸ້ນຈີ້-ຊີງຊັບ, ຂ້າເຈົ້າເອົາຂອງ ແລະ ປາກົດການບໍ່ດີອື່ນໆ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ສະນັ້ນ, ພັກ ແລະ ລັດຖະບານເຮົາ ຈຶ່ງມີຄວາມພະຍາຍາມໃນສະກັດກັ້ນ ແລະ ປາບປາມບັນຫາຢາເສບຕິດຢ່າງແຂງແຮງດ້ວຍຫລາຍຮູບການ, ນັບແຕ່ວຽກງານໂຄສະນາເຜີຍແຜ່ຜົນຮ້າຍ, ການນໍາໃຊ້ມາດຕະການຕ່າງໆດ້ານລະບຽບກົດໝາຍຢ່າງເຄັ່ງຄັດ, ເພື່ອໃຫ້ບັນຫາດັ່ງກ່າວໝົດໄປຈາກສັງຄົມ, ເຊິ່ງສະແດງອອກໃຫ້ເຫັນໃນຜ່ານມາ, ເຈົ້າໜ້າທີ່ຫລາຍທ້ອງຖິ່ນສາມາດຈັບຜູ້ຄ້າຂາຍຢາເສບຕິດນັບທັງລາຍໃຫຍ່ ແລະ ລາຍຍ່ອຍຫລາຍລາຍມາດໍາເນີນຄະດີຕາມລະບຽບກົດໝາຍ ແລະ ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງໄຊຍະບູລີ ສາມາດຈັບຕົວຜູ້ຄ້າຢາເສບຕິດ ມາດໍາເນີນຄະດີໄດ້ສອງຄົນຄື: ທ້າວ ຈື່ວ່າງ ອາຍຸ 24 ປີ ແລະ ທ້າວ ຢືວ່າງ ອາຍຸ 21 ປີຢູ່ບ້ານຜາເທົາເມືອງວັງວຽງແຂວງວຽງຈັນ, ພ້ອມຂອງກາງຢາບ້າ 2.400 ເມັດ, ໂທລະສັບ 2 ໜ່ວຍ, ເງິນ 5 ແສນກີບ, ລົດໃຫຍ່ໜຶ່ງ ຄັນ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຕໍ່ມາເຈົ້າໜ້າທີ່ ປກສ ແຂວງດັ່ງກ່າວ, ກໍສາມາດຈັບຕົວໄວລຸ້ນຂີ່ລົດຈັກກວນເມືອງໄດ້ 2 ຄົນ ຄື: ທ້າວ ອານົງ ອາຍຸ 21 ປີຢູ່ບ້ານນາເລົາເມືອງໄຊຍະບູລີ ແລະ ທ້າວ ວິໄລລັກ ອາຍຸ 21 ປີຢູ່ບ້ານໂພນຫີນເມືອງນານແຂວງຫລວງພະບາງ ແລະ ກວດຄົ້ນຕົວພົບຢາບ້າ 7 ເມັດ, ໂທລະສັບ 2 ເຄື່ອງ ແລະ ລົດຈັກ 2 ຄັນໄວ້ດໍາເນີນຄະດີ.
ນອກນີ້, ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ກໍສາມາດຈັບຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍຢູ່ຮ້ານປີ້ງແບ້ແຫ່ງໜຶ່ງເຂດບ້ານໂພນສີໄຄເມືອງປາກເຊຄື: ທ້າວ ສີສະຫວັນ (ໃສ) ອາຍຸ 38 ປີຢູ່ບ້ານໂນນດູ່ເມືອງປາກເຊ, ພ້ອມຂອງກາງຢາບ້າ 1.446 ເມັດ, ໂທລະສັບ 2 ໜ່ວຍ, ລົດຈັກ 1 ຄັນ, ເງິນ 1,8 ລ້ານກີບ, 4.100 ບາດ (ສະກຸນເງິນໄທ) ແລະ ປືນ 1 ກະບອກ ພ້ອມລູກປືນອີກຈໍານວນໜຶ່ງ. ຕໍ່ມາເຈົ້າໜ້າທີ່ແຂວງດັ່ງກ່າວ, ໄດ້ຈັບຕົວຜູ້ຄ້າຢາເສບຕິດຊື່ທ້າວ ຄຳແສງ ອາຍຸ 34 ປີຢູ່ບ້ານໜອງບົວນ້ອຍເມືອງປະທຸມພອນ ພ້ອມຂອງກາງຢາບ້າ 3.000 ເມັດ, ໂທລະສັບ 1 ໜ່ວຍ, ລົດກະບະໜຶ່ງຄັນ ແລະ ລົດຈັກ 1 ຄັນທີ່ນໍາໃຊ້ເຂົ້າໃນຂະບວນການຄ້າຢາເສບຕິດດັ່ງກ່າວມາດຳເນີນຄະດີຕາມລະບຽບກົດໝາຍ.
ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ນັບແຕ່ເດືອນມິຖຸນາ 2016 ຫາເດືອນກັນຍາ 2017 ສາມາດມ້າງຄະດີຢາເສບຕິດໄດ້ 3.814 ເລື່ອງ, ຈັບຕົວຜູ້ຕ້ອງຫາໄດ້ຫລາຍກວ່າ 5.800 ຄົນ, ໃນນີ້ຕ່າງປະເທດມີ 127 ຄົນ ແລະ ສາມາດຢຶດຢາເສບຕິດໄດ້ຫລາຍປະເພດຄື: ຢາບ້າຫລາຍກວ່າ 2.550 ກິໂລ, ຢາໄອ 130 ກວ່າກິໂລ ແລະ ຢາເສບຕິດປະເພດອື່ນໆອີກຈໍານວນຫລາຍ.
ຂ່າວ-ພາບ : ຫນັງສືພິມ ປກສ