ປີ 2024 ແຂວງຫົວພັນ ຄອບຄົວພົ້ນທຸກ 25,674 ຄອບຄົວ ກວມເອົາ 47.7%

ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ໃຫ້ສຳພາດ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2024 ໃນວັນທີ 6 ມັງກອນ 2025 ວ່າ: ປັດຈຸບັນ ແຂວງຫົວພັນ ໄດ້ເອົາໃຈໃສ ພັດທະນາເຮັດໃຫ້ເສດຖະກິດຄອບຄົວ ຂອງປະຊາຊົນຢູ່ບັນດາເມືອງ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ໂດຍຖືເອົາຂົງເຂດການປູກຝັງ-ລ້ຽງສັດ ເປັນທ່າແຮງ ໂດຍສະເພາະ ປູກສາລີ, ເຂົ້າ, ເຂົ້າໄກ່ນ້ອຍ, ພືດຜັກຕ່າງໆ, ພ້ອມທັງສ້າງໂຮງງານປຸງແຕ່ງ ເປັນຕົ້ນ ໂຮງງານປຸງແຕ່ງ ຜະລິດຕະພັນ ສາລີ, ອ້ອຍ, ຂີງ ແລະ ອື່ນໆ ເພື່ອເປັນສິນຄ້າສົ່ງອອກ ສ້າງລາຍຮັບໃຫ້ປະຊາຊົນ.
ທົ່ວແຂວງຫົວພັນ ມີເນື້ອທີ່ປູກຝັງທີ່ ປະຕິບັດໄດ້ທັງໝົດ 74,228 ເຮັກຕາ, ຜົນຜະລິດ 493,492 ໂຕນ; ມີເນື້ອທີ່ປູກເຂົ້າ 29,833.03 ເຮັກຕາ, ສາມາດເກັບກ່ຽວຜົນຜະລິດໄດ້ 111,715 ໂຕນ ປະຕິບັດໄດ້ລື່ນຄາດໝາຍ 0.26%; ເນື້ອທີ່ປູກພືດສະບຽງອາຫານ 5,743.66 ເຮັກຕາ ເກັບກ່ຽວຜົນຜະລິດໄດ້ 29,112.91 ໂຕນ, ທຽບໃສ່ແຜນການປະຕິບັດໄດ້ 92.95%; ເນື້ອທີ່ຜະລິດພືດເປັນສິນຄ້າ 38,651.88 ເຮັກຕາ, ເກັບກ່ຽວຜົນຜະລິດໄດ້ 352,664.77 ໂຕນ ທຽບໃສ່ແຜນການປີປະຕິບັດລື່ນຄາດໝາຍ 1.79%. ໃນນັ້ນ, ພືດທີ່ປູກເປັນຈໍານວນຫລາຍ ມີ: ມັນຕົ້ນ, ຂີງໃຫຍ່, ສາລີ, ໝາກເດືອຍ ແລະ ມັນສາຄູ. ພ້ອມນີ້, ຍັງຈະຍູ້ແຮງການທ່ອງທ່ຽວ, ປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ ແລະ ອື່ນໆ. ພ້ອມທັງ, ຈະສຸມໃສ່ນໍາພາ-ຊີ້ນໍາ ປະຊາຊົນຊາວແຂວງຫົວພັນ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຊຸກຍູ້ສົ່ງເສີມ ແລະ ສ້າງທຸກເງື່ອນໄຂ ເພື່ອອໍານວຍຄວາມສະດວກຕາມທ່າ ແຮງບົ່ມຊ້ອນ ເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.
ປັດຈຸບັນ ທົ່ວແຂວງຫົວພັນ ມີ 52,170 ຄອບຄົວ, ອັດຕາຄອບຄົວທຸກຍາກ ກວມເອົາ 52.21% ຂອງຄອບຄົວທັງໝົດ, ບ້ານທຸກຍາກ 492 ບ້ານ, ກວມເອົາ 67.96%, ຄອບຄົວພົ້ນທຸກ 25,674 ຄອບຄົວ, ກວມເອົາ 47.7%, ບ້ານພົ້ນທຸກ 232 ບ້ານ, ກວມເອົາ 32.04%, ຄອບຄົວພັດທະນາ 12,390 ຄອບຄົວ, ກວມເອົາ 23.06%, ບ້ານພັດທະນາ 16 ບ້ານ, ກວມເອົາ 2.21%.
ທ່ານ ຄຳແພງ ໄຊສົມແພງ ຍັງໃຫ້ຮູ້ອີກວ່າ: ໃນປີ 2024 ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 5,347.79 ຕື້ກີບ, ລາຍໄດ້ ສະເລ່ຍຕໍ່ຫົວຄົນ 16,903,684 ກີບ/ຄົນ/ປີ ຫລື ເທົ່າກັບ 841 ໂດລາສະຫະລັດ/ຄົນ/ປີ, ດ້ວຍອັດຕາ ການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 4.73%.
ແຜນປີ 2025 ແຂວງຫົວພັນ ຈະສຸມໃສ່ຈັດຕັ້ງປະຕິບັັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມເປົ້າໝາຍ ໂດຍສະເພາະ ຈະສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ບັນ ລຸຕາມເປົ້າໝາຍທີ່ວາງໄວ້ໂດຍໄວ ໂດຍຈະສຸມໃສ່ນໍາພາປະຊາຊົນທໍາການຜະລິດຕາມເງື່ອນໄຂ ເພື່ອສ້າງເສດຖະກິດຄອບຄົວ ໃຫ້ດີຂຶ້ນເຮັດໃຫ້ອັດຕາຄວາມທຸກຍາກຫລຸດລົງເທື່ອລະກ້າວ.
ທີ່ມາ: ສຳນັກຂ່າວສານປະເທດລາວ