ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ

ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ - China new mpox strain - ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ
ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ - kitchen vibe - ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ

       ຈີນລາຍງານການພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ໂດຍເນັ້ນວ່າ: ສາມາດຄວບຄຸມການແຜ່ລະບາດໄດ້ຢ່າງມີປະສິດທິພາບ.

       ພາຍຫລັງອົງການອະນາໄມໂລກ (WHO) ປະກາດສະຖານະການສຸກເສີນດ້ານສາທາລະນະສຸກທົ່ວໂລກ ສໍາລັບການລະບາດຂອງພະຍາດໝາກສຸກລີງ ໃນເດືອນສິງຫາປີຜ່ານມາ ແລະ ຄັ້ງທີສອງໃນເດືອນພະຈິກຜ່ານມາ ເມື່ອການລະບາດຢູ່ຄອງໂກມີຜູ້ເສຍຊີວິດ 1,000 ກວ່າຄົນນັ້ນ.

      ພຽງ 2 ວັນຫລັງປະກາດດັ່ງກ່າວ ຈີນໄດ້ເລີ່ມຄັດກອງຜູ້ຕິດເຊື້ອພະຍາດໝາກສຸກລີງໃນບັນດາຜູ້ທີ່ເດີນທາງເຂົ້າປະເທດເປັນໄລຍະເວລາ 6 ເດືອນ ໂດຍໃນວັນທີ 9 ທັນວາຜ່ານມາ ເຈົ້າໜ້າທີ່ສາທາລະນະສຸກພົບການລະບາດເປັນກຸ່ມຂອງເຊື້ອສາຍພັນເຄລດ1ບີ ເຊິ່ງເຊື່ອວ່າມາຈາກຜູ້ທີ່ມີປະຫວັດເຄີຍອາໄສຢູ່ຄອງໂກ.

       ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງຈີນ ລາຍງານວ່າ: ຜູ້ຕິດເຊື້ອ 4 ຄົນມີປະຫວັດການສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ 1 ຄົນທີ່ເດີນທາງມາຈາກຄອງໂກ. ເບື້ອງຕົ້ນພົບວ່າ: ຜູ້ຕິດເຊື້ອມີຜື່ນຂຶ້ນຕາມຮ່າງກາຍ ແລະ ມີຕຸ່ມນໍ້າເລັກໜ້ອຍ ຕອນນີ້ຜູ້ຕິດເຊື້ອ ແລະ ກຸ່ມສ່ຽງກໍາລັງເຂົ້າຮັບການປິ່ນປົວທາງການແພດ ແລະ ສັງເກດອາການ. ພ້ອມຢືນຢັນວ່າ: ການແຜ່ລະບາດໄດ້ຮັບການແກ້ໄຂຢ່າງມີປະສິດທິພາບ. ເຖິງຢ່າງໃດກໍດີ, ຍັງບໍ່ພົບເຊື້ອໃນບຸກຄົນໃກ້ຊິດຄົນອື່ນໆໃນຕອນນີ້.

ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ - 4 - ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ
ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ - 5 - ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ
ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ - 3 - ຈີນພົບຜູ້ຕິດເຊື້ອພະຍາດໝາກສຸກລີງສາຍພັນໃໝ່ 5 ຄົນ ຢືນຢັນຄວບຄຸມໄດ້ຢ່າງມີປະສິດທິພາບ