ເລຂາພັກແຂວງວຽງຈັນ ເນັ້ນຫລາຍບັນຫາສຳຄັນ ຕໍ່ຄະນະພັກເມືອງກາສີ ຈັດຕັ້ງປະຕິບັດໃຫ້ສໍາເລັດຜົນ

ໃນກອງປະຊຸມໃຫຍ່ຜູ້ແທນອົງ ຄະນະພັກເມືອງກາສີ ຄັ້ງທີ VIII ທີ່ໄດ້ໄຂຂຶ້ນໃນລະຫວ່າງ ວັນທີ 8-9 ມັງກອນ 25 ນີ້, ຢູ່ທີ່ສະໂມສອນຂອງເມືອງດັ່ງກ່າວ, ສະຫາຍ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ໄດ້ເນັ້ນຫລາຍບັນຫາ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງກາສີ ຄັ້ງທີ VIII ໂດຍສະເພາະ ໃຫ້ຄະນະພັກ ຄະນະນຳເມືອງກາສີ ຮີບຮ້ອນນໍາເອົາເນື້ອໃນ ມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປເຜີຍແຜ່, ຮໍ່າຮຽນແກ່ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ໂດຍຫັນເປັນອັນລະອຽດຢູ່ແຕ່ລະວຽກງານ ແລະ ນໍາພາ ປະຊາຊົນເຮັດຕົວຈິງຢູ່ຮາກຖານ.
ຜົນສໍາເລັດຂອງກອງປະຊຸມໃຫຍ່ ແມ່ນຜົນສໍາເລັດເບື້ອງຕົ້ນເທົ່ານັ້ນ, ອັນສໍາຄັນຕ້ອງເຮັດແນວໃດໃຫ້ຂໍ້ຄວາມ, ເນື້ອໃນໃນລາຍງານການເມືອງ ແລະ ແຜນພັດທະນາເສດດຖະກິດ-ສັງຄົມ ກາຍເປັນຂະບວນການຈັດຕັ້ງປະຕິບັດ ຂອງທົ່ວປວງຊົນ ແລະ ເກີດມີໝາກຜົນຕົວຈິງ ພ້ອມກັນນັ້ນ, ຕ້ອງເປັນເຈົ້າການຕິດຕາມກວດກາ ຢ່າງໃກ້ຊິດຕິດແທດ ເພື່ອໃຫ້ສາມາດກຳໄດ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາທິດທາງ ແລະ ຄາດໝາຍສູ້ຊົນດ້ານຕ່າງໆ ເພື່ອຄົ້ນຄວ້າແກ້ໄຂບັນຫາສິ່ງອັດຕັນ, ຂໍ້ຫຍຸ້ງຍາກຕ່າງໆ ຢ່າງທັນການ, ແນໃສ່ເຮັດໃຫ້ມະຕິກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຜົນຕາມລະດັບຄາດໝາຍ ຫລື ລື່ນຄາດໝາຍ ພ້ອມນີ້, ໃຫ້ພ້ອມກັນສືບຕໍ່ປົກປັກຮັກສາ ເພີ່ມທະວີຄວາມສາມັກຄີພາຍໃນ ເປັນຕົ້ນ ພາຍໃນຄະນະປະຈຳພັກເມືອງ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫລັກເປັນແຫລ່ງ, ເປັນຄັນທຸງ ແລະ ແກນນໍາໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວ ພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ເຊີດຊູຄວາມຮັບຜິດຊອບທາງການເມືອງ ໃຫ້ສູງຂຶ້ນກວ່າເວລາໃດໝົດ, ບໍ່ວ່າວຽກນັ້ນຈະນ້ອຍຈະໃຫຍ່, ຈະຊິນເຄີຍມາແລ້ວ ຫລື ບໍ່ທັນເຄີຍ, ຈະຢູ່ບ່ອນເກົ່າ ຫລື ຍ້າຍໄປບ່ອນໃໝ່, ຈະຢູ່ໃນຂົງເຂດວຽກພັກ, ວຽກລັດ, ຂົງເຂດອົງການຈັດຕັ້ງມະຫາຊົນ, ຈະຢູ່ສຳນັກງານຂັ້ນເມືອງ ຫລື ລົງໄປເຂດຈຸດສຸມ ແລະ ຮາກຖານ ກໍຕ້ອງສຸມໝົດສະຕິປັນຍາ, ຄວາມຮູ້ຄວາມສາມາດ, ເຫື່ອແຮງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ພ້ອມທັງຕັ້ງໜ້າຮຽນຮູ້ຍົກລະດັບຕົນເອງຂຶ້ນເລື້ອຍໆ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກຳແໜ້ນມະຕິຄໍາສັ່ງ ແລະ ແຜນການທີ່ລັດວາງອອກໃນແຕ່ລະໄລຍະ, ຮຽນຮູ້ວິຊາສະເພາະທີ່ຕົນຮັບຜິດຊອບຊີ້ນໍາ ໂດຍສະເພາະ ຮູ້ຖອດຖອນບົດຮຽນຈາກຂະບວນການວຽກງານຕົວຈິງ, ຕ້ອງຮູ້ຈັກຮໍ່າຮຽນນໍາມະຫາຊົນ ແລະ ຮໍ່າຮຽນນໍາເພື່ອນມິດສະຫາຍ, ຢຶດໝັ້ນຫລັກການລວມສູນປະຊາທິປະໄຕຂອງພັກ, ນໍາພາເປັນໝູ່ຄະນະ, ແບ່ງວຽກ, ມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ເສີມຂະຫຍາຍຫົວຄິດປະດິດສ້າງ ສະຕິປັນຍາລວມໝູ່ ເປັນກໍາລັງແຮງແກ່ການນໍາພາຂອງພັກ, ເພີ່ມທະວີຄວາມເປັນເອກະພາບພາຍໃນ ຕໍ່ການນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດຕົວຈິງ, ຕ້ອງມີທັດສະນະມະຫາຊົນຖືກຕ້ອງ.
ນອກຈາກນີ້, ຄະນະບໍລິຫານງານພັກຊຸດໃໝ່ ຕ້ອງເປັນແບບຢ່າງໃນດ້ານຄຸນສົມບັດສິນທຳປະຕິວັດ, ມີແບບແຜນເຮັດວຽກທີ່ວິທະຍາສາດ ແລະ ປະດິດສ້າງ; ແບບແຜນດຳລົງຊີວິດທີີ່ປອດໃສ, ປະຢັດທ່ຽງທຳ; ເປັນຫລັກແຫລ່ງ, ເປັນແກນນຳທີີ່ແທ້ຈິງຂອງພັກ, ຂອງປະຊຳຊົນ, ຍາມໃດກໍຖືຜົນປະໂຫຍດປະເທດຊາດ ແລະ ປະຊາຊົນຢູ່ເໜືອຜົນປະໂຫຍດສ່ວນຕົວ, ເອົາໃຈໃສ່ສຶກສາອົບຮົມຄອບຄົວ, ຍາດພີ່ນ້ອງໃຫ້ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ ແລະ ເປັນແບບຢ່າງດີໃຫ້ແກ່ສັງຄົມ.