ສໍານວນເອກະສານໃບຕາດິນ ຢູ່ແຂວງຫລວງນໍ້າທາ ເສຍຫາຍຈາກນໍ້າຖ້ວມ 20,000 ກວ່າຕອນ

ວັນທີ 15 ມັງກອນ 2025 ທ່ານ ນ. ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ຊຸກຍູ້ ແລະ ຊີ້ນໍາການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ແຂວງ ຫລວງນໍ້າທາ.
ທ່ານລັດຖະມົນຕີໄດ້ໂອ້ລົມ ພະນັກງານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມທັງ 5 ເມືອງ ຂອງແຂວງຫລວງນໍ້າທາ. ໃນກອງປະຊຸມດັ່ງກ່າວ ທ່ານໄດ້ໃຫ້ທິດຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ໃນຕໍ່ໜ້າ ໂດຍສະເພາະວຽກງານເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ວຽກງານທີ່ດິນ ເປັນຕົ້ນ ໃຫ້ເອົາໃຈໃສ່ດຳເນີນການນຈັດສັນທີ່ດິນຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ສຳເລັດ, ດຳເນີນການປັບປຸງເຂດປະເມີນລາຄາທີ່ດິນ, ການຂຶ້ນທະບຽນອອກໃບຕາດິນ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ຈາກນັ້ນ, ທ່ານລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມ ແລະ ເຮັດ ວຽກຢູ່ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດ ລ້ອມເມືອງຫຼວງນໍ້າທາ, ຫ້ອງການບ້ານນໍ້າແດງ ທີ່ເປັນບ້ານເປົ້າໝາຍໂຄງການຂຶ້ນທະບຽນ ອອກໃບຕາດິນ ຢ່າງເປັນລະບົບຂອງເມືອງຫລວງນໍ້າທາ.
ທ່ານລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບໄພນ້ຳຖ້ວມ ຢ່າງຮ້າຍແຮງ ທີ່ສຸດໃນ ຮອບ 45 ປີ ໃນເດືອນກັນຍາ ປີ 2024 ທີ່ຜ່ານມາ ເຊິ່ງສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ຊີວິດຂອງປະຊາຊົນ ໂດຍສະເພາະຢູ່ເມືອງຫລວງນໍ້າທາ ທີ່ເປັນເມືອງເປົ້າໝາຍຂອງໂຄງການຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ໄດ້ຮັບຜົນກະທົບເປັນມູນຄ່າປະມານ 4 ຕື້ກວ່າກີບ. ນອກຈາກນັ້ນ, ສໍານວນເອກະສານໃບຕາດິນ ລວມ 20,000 ກວ່າຕອນ ໄດ້ຖືກນໍ້າຖ້ວມ. ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ມອບ ເງິນຊ່ວຍ ເຫລືອຈໍານວນໜຶ່ງ ແລະ ຈະໄດ້ກະກຽມສົ່ງຄະນະວິຊາການຈາກກົມກ່ຽວຂ້ອງຂອງກະຊວງ ມາຊ່ວຍແກ້ໄຂ ວຽກງານ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ ໂດຍສະເພາະ ການກູ້ຄືນສໍານວນເອກະສານຕອນດິນ, ການສ້ອມແປງ ປັບປຸງສະຖານີອຸຕຸນິຍົມ, ຫລາວັດແທກລະດັບນໍ້າ ແລະ ອື່ນໆ ທີ່ເປ່ເພ ເພື່ອໃຫ້ວຽກງານກັບຄືນສູ່ສະພາບປົກກະຕິໂດຍໄວ.