ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ

ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ - 474237069 1081286647358974 4364021990965040158 n - ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ
ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ - kitchen vibe - ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ

ວັນທີ 19 ມັງກອນ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍກັບ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິ ການໃຫຍ່ອາຊຽນ ໃນໂອກາດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ຢູ່ລັງກາວີ ມາເລເຊຍ ໃນລະຫວ່າງວັນທີ 18-19 ມັງກອນ 2025.

ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ຕໍ່ເລຂາທິການໃຫຍ່ອາຊຽນ ແລະ ພະນັກງານກອງເລຂາອາຊຽນ ທີ່ໄດ້ໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ
ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ

ທ່ານ ທ່ານ ກາວ ກິມ ຮຸນ ກໍໄດ້ແຈ້ງໃຫ້ຊາບ ຄວາມຄືບໜ້າການສ້າງປະຊາຄົມອາຊຽນ ໂດຍສະເພາະ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນແມ່ບົດ ຂອງສາມເສົາຄໍ້າ ປະຊາຄົມອາຊຽນ ທີ່ກໍາລັງຈະໝົດວາລະ ໃນປີ 2025 ນີ້, ລວມທັງແຈ້ງໃຫ້ຊາບຄວາມຄືບໜ້າໃນການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045.

ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ - 474237069 1081286647358974 4364021990965040158 n 1 1024x683 - ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ

ໃນວັນດຽວກັນ ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ສຸກິໂອໂນ (Mr. Sugiono) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ ເຊິ່ງສອງຝ່າຍ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງຕົນ ໃນການເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ການພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ຕະຫລອດໄລ ຍະ 6 ທົດສະວັດ ທີ່ຜ່ານມາ ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 30 ສິງຫາ 1957.

ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ພິເສດ ແມ່ນການເຂົ້າຮ່ວມພິທີສາບານຕົນຮັບຕຳແໜ່ງ ປະທານາທິບໍດີ ແລະ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ຄົນໃໝ່ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 20 ຕຸລາ 2024 ທີ່ຜ່ານມາ; ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ພັດທະນາ ການຮ່ວມມືດ້ານເສດຖະກິດຂອງສອງປະເທດ ທີ່ມີທ່າ ແຮງບົ່ມຊ້ອນ ກໍຄື ການຄ້າສອງຝ່າຍ ແລະ ການລົງທຶນ ໂດຍສະເພາະ ການທ່ອງທ່ຽວ, ກະສິກຳ, ອຸດ ສາຫະກຳ, ການບໍລິການ ແລະ ອື່ນໆ.

ນອກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການເປັນປະ ທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ອິນໂດເນເຊຍ ຄັ້ງທີ 6 (JCBC-6) ເຊິ່ງຝ່າຍລາວ ຈະເປັນເຈົ້າພາບ ພາຍໃນປີ 2025 ໃນເວລາທີ່ສອງຝ່າຍມີຄວາມສະດວກ ເຊິ່ງແມ່ນກົນໄກທີ່ສຳຄັນໃນການຕິດຕາມ ແລະ ຊຸກຍູ້ການຮ່ວມມືຂອງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່.

ຂ່າວ-ພາບ: ກຕທ

ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ - 4 - ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ
ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ - 5 - ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ
ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ - 3 - ສປປ ລາວ ຂອບໃຈຕໍ່ການສະໜັບສະໜູນ ແລະ ການຮ່ວມມື ຈາກເລຂາທິ ການໃຫຍ່ອາຊຽນ