ລາວໄດ້ຮັບລາງວັນ ມາດຕະຖານການທ່ອງທ່ຽວອາຊຽນ ຕາມ 4 ມາດຕະຖານ

ວັນທີ 20 ມັງກອນ 2025 ນີ້, ທີ່ ລັດຈໍຮໍ ປະເທດມາເລເຊຍ ໄດ້ຈັດພິທີມອບ-ຮັບລາງວັນ ມາດຕະຖານການທ່ອງທ່ຽວອາຊຽນ ໃນງານມະຫາກຳການທ່ອງທ່ຽວອາຊຽນ 2025 ລວມມີ 4ມາດຕະຖານ ຄື: ມາດຕະຖານເຮືອນພັກແຮມອາຊຽນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານການບໍລິການສະປາອາຊຽນ ແລະ ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ.
ປີ 2025 ນີ້ ບັນດາປະເທດສະມາຊິກອາຊຽນ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ທັງໝົດ 154 ລາງວັນ ຄື:
- ລາງວັນມາດຕະຖານເຮືອນພັກແຮມອາຊຽນ ມີ 30 ລາງວັນ, ສຳລັບ ສປປ ລາວໄດ້ຮັບ 4 ລາງວັນ ປະກອບມີ: ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ, ບ້ານດອນໂຄ ເມືອງຊະນະສົມບູນ, ບ້ານດອນແດງ ເມືອງປະທຸມພອນ ແລະ ບ້ານໜອງຫລວງ ເມືອງປາກຊ່ອງ ແຂວງຈໍາປາສັກ.
- ລາງວັນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ມີ 41 ລາງ ວັນ,ໃນນັ້ນ ສປປ ລາວ ໄດ້ຮັບ 5 ລາງວັນມີຄື: ການລ່ອງຊົມສັດປ່າ ຢູ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເມືອງຫົວເມືອງ ແຂວງຫົວພັນ, ບ້ານທ່າແປ້ນ ນະຄອນຫຼວງພະບາງ,ບ້ານຊ່າງໄຫ ເມືອງປາກອູ ແຂວງຫຼວງພະບາງ, ບ້ານກອງລໍ ເມືອງຄູນຄໍາ ແຂວງຄໍາມ່ວນ ບ້ານນາລັນເໜືອ ເມືອງຫຼວງນໍ້າທາ ແຂວງຫລວງນໍ້າທາ.
- ລາງວັນມາດຕະຖານການບໍລິການສະປາອາຊຽນ ມີທັງໝົດ 42 ລາງວັນ, ສປປ ລາວ ໄດ້ຮັບ 5 ລາງວັນມີ: ຮ້ານສະປາໂຮງແຮມອາມານຕາກະນະຄອນຫຼວງພະບາງ, ຮ້ານບ້ານລາວສະປາຢູ່ ໂຮງແຮມມາຍບ້ານລາວ ແລະ ຮ້ານແມ່ຂອງ ສະປາ ຢູ່ໂຮງແຮມພູວ່າວ ແຂວງຫຼວງພະບາງແຂວງຫຼວງພະບາງ, ຮ້ານ Senses ສະປາ ຢູ່ໂຮງແຮມຄລາວພລາຊາ ແລະ ຮ້ານດາຫລາ ສະປາ ນະຄອນຫຼວງວຽງຈັນ.
- ລາງວັນມາດຕະຖານຫ້ອງນໍ້າສາທາລະນະອາຊຽນ ມີ 41 ລາງວັນ, ສປປ ລາວ ໄດ້ຮັບ 5 ລາງວັນ ມີ: ຫ້ອງນໍ້າສາທາລະນະໜອງສະພັງແລນ ນະຄອນຫລວງວຽງຈັນ, ຫ້ອງນໍ້າສາທາລະນະວັດຊຽງທອງ ແຂວງຫລວງພະບາງ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຮ້ານອາຫານເມົາເທິນວິວ ແຂວງຫລວງນໍ້າທາ, ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ຫ້ອງນໍ້າສາທາລະນະ ສະຖານທີ່ທ່ອງທ່ຽວຖໍ້ານອນ-ຖໍ້ານາງຟ້າ ເມືອງວັງວຽງ ແຂວງວຽງຈັນ.
ໃນງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2025 ຄັ້ງນີ້ ໄດ້ມີການມອບລາງວັນໃຫ້ພາກສ່ວນຕ່າງໆ ຈາກພາກລັດ ພາກທຸລະກິດ ແລະ ຜູ້ປະກອບການຂອງຊຸມຊົນທ້ອງຖິ່ນພາຍໃນບັນດາປະເທດສະມາຊິກອາຊຽນ ທີ່ສາມາດປະຕິບັດໄດ້ຕາມເງື່ອນໄຂຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນແຕ່ລະມາດຕະຖານການທ່ອງທ່ຽວອາຊຽນ.
ນອກຈາກນີ້, ສປປ ລາວ ຍັງໄດ້ຮັບອີກຈໍານວນ 10 ລາງວັນ ເຊິ່ງຈະມີການຈັດພິທີ ມອບລາງວັນເພີ່ມຢູ່ພາຍໃນປະເທດ ໃນເດືອນກຸມພາ 2025, ຜົນສໍາເລັດຂອງການຈັດຕັ້ງປະຕິບັດບັນດາມາດຕະຖານການທ່ອງທ່ຽວອາຊຽນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ໃນປີ 2025 ແມ່ນໄດ້ຮັບການ ນໍາພາ-ຊີ້ນໍາ ຈາກການນໍາຂັ້ນສູນກາງ ຂັ້ນແຂວງ ແລະ ການມີສ່ວນຮ່ວມຈາກ ພາກລັດ ພາກທຸລະກິດ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກລັດຖະບານລາວ ແລະ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 .
ວຽງຈັນໃໝ່/VientianeMai