“ບໍ່ເອົາ WHO – ບໍ່ສົນໂລກຮ້ອນ” ສະຫລຸບ Day 1 ທ່ານ ທຣໍາ ລົງນາມຄໍາສັ່ງຫຍັງແດ່ ?


ໃນມື້ທໍາອິດຂອງການດໍາລົງຕໍາແໜ່ງປະທານາທິບໍດີສະໄໝທີ 2 ທ່ານ ໂດນັລ ທຣໍາ ສ້າງແຮງສັ່ນສະເທືອນຕໍ່ອາເມລິກາ ແລະ ທົ່ວໂລກ ດ້ວຍການໃຊ້ອໍານາດປະທານາທິບໍດີລົງນາມຄໍາສັ່ງພິເສດ (Executive Order) ຫລາຍສະບັບເຊັ່ນ: ການຖອນ 78 ນະໂຍບາຍຍຸກທ່ານ ໄບເດນ, ການເດີນໜ້າຄໍາສັ່ງກວາດລ້າງຜູ້ອົບພະຍົບຜິດກົດໝາຍ ແລະ ຖອນອາເມລິກາອອກຈາກຂໍ້ຕົກລົງປາຣີສ (Paris Agreement) ແລະ ອົງການອະນາໄມໂລກ (WHO). ນອກຈາກນີ້ ຍັງອະໄພຍະໂທດຜູ້ຖືກສົງໄສນັບພັນຄົນໃນເຫດການຈະລາຈອນບຸກລັດຖະສະພາໃນວັນທີ 6 ມັງກອນ 2021.
ໃນການກ່າວສູນທອນພົດຫລັງພິທີສາບານຕົນ, ທ່ານ ທຣໍາ ໃຫ້ຄໍາໝັ້ນວ່າ: ຈະພາອາເມລິກາເຂົ້າສູ່ຍຸກທອງ ແລະ ກອບກູ້ປະເທດຈາກສິ່ງທີ່ທ່ານອ້າງວ່າເປັນຍຸກຕົກຕໍ່າທີ່ເກີດຈາກນະໂຍບາຍຂອງອະດີດປະທານາທິບໍດີ ໂຈ ໄບເດນ. ພ້ອມປະກາດເປົ້າໝາຍທີ່ສ້າງຄວາມຮືຮາເຊັ່ນ: ການສົ່ງນັກບິນອະວະກາດອາເມລິກາສຽບທຸງຢູ່ເທິງດາວອັງຄານ, ປ່ຽນຊື່ອ່າວແມັກຊິກເປັນອ່າວອາເມລິກາ ແລະ ເນັ້ນເລື່ອງການຢຶດຄືນຄອງປານາມາ. ຂະນະທີ່ເນັ້ນເຖິງຄວາມສໍາຄັນໃນການສ້າງຄວາມສາມັກຄີ ແລະ ຮຽກຄວາມເຊື່ອໝັ້ນພາຍໃນປະເທດກັບຄືນມາ.
ແລະ ນີ້ຄືສິ່ງສໍາຄັນໃນ Day 1 ຂອງລັດຖະບານ ທຣໍາ 2.0
ຄໍາສັ່ງພິເສດສະເທືອນໂລກ
ພາຍຫລັງຮັບຕໍາແໜ່ງບໍ່ເທົ່າໃດຊົ່ວໂມງ ທ່ານ ທຣໍາ ລົງນາມຄໍາສັ່ງພິເສດຖອນ 78 ນະໂຍບາຍໃນຍຸກລັດຖະບານ ໄບເດນ ແລະ ການລົງນາມຄໍາສັ່ງອີກຫລາຍສະບັບ.
ໜຶ່ງໃນຄໍາສັ່ງພິເສດທີ່ສໍາຄັນ ແລະ ຖືກຕິດຕາມຈາກທົ່ວໂລກຄືການເລີ່ມຂະບວນການຖອນອາເມລິກາອອກຈາກການເປັນສະມາຊິກອົງການອະນາໄມໂລກ (World Health Organization: WHO) ແລະ ການຖອນອາເມລິກາອອກຈາກຂໍ້ຕົກລົງປາຣີສວ່າດ້ວຍການປ່ຽນແປງສະພາບອາກາດ ເຊິ່ງອາເມລິກາຖືເປັນປະເທດທີ່ມີບົດບາດສໍາຄັນ ແລະ ທ່າທີຂອງທ່ານ ທຣໍາ ຖືເປັນຄັ້ງທີ 2 ຫລັງຈາກທ່ານເຄີຍຖອນອາເມລິກາອອກຈາກຂໍ້ຕົກລົງນີ້ມາແລ້ວໃນປີ 2017.
ການຖອນຕົວຈາກຂໍ້ຕົກລົງປາຣີສສະທ້ອນເຖິງຄວາມບໍ່ໝັ້ນໃຈຂອງທ່ານ ທຣໍາ ກ່ຽວກັບສະພາບໂລກຮ້ອນ ເຊິ່ງທ່ານເອີ້ນວ່າເປັນການຫລອກລວງ ແລະ ສອດຄ່ອງກັບແຜນງານຂອງທ່ານ ໃນການປົດຂໍ້ຈໍາກັດໃຫ້ບໍລິສັດຂຸດເຈາະນໍ້າມັນ ແລະ ແກັສຂອງອາເມລິກາ ເພີ່ມເພີ່ມປະລິມານການຜະລິດໄດ້ຢ່າງເຕັມທີ່.
ສໍາລັບບັນຫາການຂຶ້ນພາສີຈີນ, ການາດາ ແລະ ແມັກຊິໂກ ເພື່ອຕອບໂຕ້ບັນຫາຜູ້ອົບພະຍົບ ແລະ ການຄ້າຢາເສບຕິດທີ່ທ່ານເຄີຍຂູ່ວ່າຈະດໍາເນີນງານນັບແຕ່ມື້ທໍາອິດທີ່ຮັບຕໍາແໜ່ງ ປາກົດວ່າບໍ່ມີການລົງນາມຄໍາສັ່ງໃນເລື່ອງນີ້ ໂດຍທ່ານ ທຣໍາ ກ່າວຕໍ່ນັກຂ່າວວ່າ: ພາຍຫລັງເຂົ້າໄປຫ້ອງເຮັດວຽກຮູບໄຂ່ໃນທໍານຽບຂາວວ່າ: “ກໍາລັງຄິດຈະຂຶ້ນພາສີນໍາເຂົ້າສິນຄ້າຈາກການາດາ ແລະ ແມັກຊິໂກເປັນ 25% ໃນວັນທີ 1 ກຸມພາ”.
ສ່ວນການຂຶ້ນພາສີນໍາເຂົ້າສິນຄ້າຈາກຈີນ, ທ່ານ ທຣໍາ ຊີ້ວ່າ: ອັດຕາພາສີທີ່ທ່ານເຄີຍເກັບໃນເວລາດໍາລົງຕໍາແໜ່ງປະທານາທິບໍດີສະໄໝທໍາອິດນັ້ນຍັງມີຜົນບັງຄັບໃຊ້ຢູ່.
ປັດກວາດບັນຫາພາຍໃນ
ທ່ານ ທຣໍາ ຍັງລົງນາມໃນຫລາຍຄໍາສັ່ງພິເສດເພື່ອແກ້ໄຂບັນຫາພາຍໃນປະເທດເຊັ່ນ:
- ຢຸດຄໍາສັ່ງລັດຖະບານ ໄບເດນ ໃນການໃຊ້ໜ່ວຍງານລັດເປັນອາວຸດຕໍ່ສັດຕູທາງການເມືອງ.
- ໃຫ້ໜ່ວຍງານລັດຖະບານກາງທັງໝົດແກ້ໄຂວິກິດຄ່າຄອງຊີບ.
- ຢຸດການອອກກົດລະບຽບລັດຖະກອນຈົນກວ່າເຈົ້າໜ້າທີ່ລັດຖະບານ ທຣໍາ ຈະເຂົ້າຄຸມອໍານາດ.
- ຢຸດການຈ້າງວຽກລັດຖະບານກາງ.
- ຄືນເສລີພາບໃນການເວົ້າ ແລະ ປ້ອງກັນລັດຖະບານເຊັນເຊີເສລີພາບໃນການເວົ້າ.
- ແຕ່ງຕັ້ງກະຊວງປະສິດທິພາບລັດຖະບານ (Department of Government Efficiency)
- ຈັບອະດີດເຈົ້າໜ້າທີ່ລັດຖະບານທີ່ຮັບຜິດຊອບການແຊກແຊງການເລືອກຕັ້ງ.
ທ່ານຍັງເດີນໜ້າຄວາມພະຍາຍາມກວາດລ້າງຜູ້ອົບພະຍົບຜິດກົດໝາຍຕາມຄໍາສັ່ງທີ່ໃຫ້ໄວ້ລະຫວ່າງຫາສຽງ ດ້ວຍການລົງນາມຄໍາສັ່ງຫລາຍສະບັບ ເຊິ່ງລວມທັງ:
- ປະກາດສະຖານະການສຸກເສີນລະດັບປະເທດຢູ່ຊາຍແດນທາງໃຕ້ຂອງອາເມລິກາ ເພື່ອກະຕຸ້ນໃຫ້ມີການສົ່ງຊັບພະຍາກອນຂອງກະຊວງປ້ອງກັນປະເທດ ແລະ ກອງກໍາລັງທະຫານຕິດອາວຸດໄປຊ່ວຍໃຫ້ການສ້າງກໍາແພງຊາຍແດນສໍາເລັດ.
- ຢຸດສິດພົນລະເມືອງໂດຍກໍາເນີດ (ຕ້ອງແກ້ໄຂລັດຖະທໍາມະນູນ)
- ກໍານົດໃຫ້ກຸ່ມຄ້າຢາເສບຕິດເປັນອົງການກໍ່ການຮ້າຍຕ່າງປະເທດ ເພື່ອເພີ່ມໂທດທາງການເງິນ ແລະ ຜົນທາງກົດໝາຍທີ່ຮຸນແຮງຂຶ້ນ.
ເຖິງຢ່າງໃດກໍຕາມ, ບັນຫາໃຫຍ່ທີ່ເຮັດໃຫ້ເກີດສຽງວິພາກວິຈານ ຄືການລົງນາມອະໄພຍະໂທດຜູ້ຖືກສົງໄສ 1,500 ກວ່າຄົນ ທີ່ກ່ຽວຂ້ອງໃນເຫດຈະລາຈົນບຸກອາຄານລັດຖະສະພາໃນວັນທີ 6 ມັງກອນ 2021 ໂດຍຄາດວ່າຈະສົ່ງຜົນເຮັດໃຫ້ເກີດຄວາມບໍ່ພໍໃຈໃນກຸ່ມຕໍາຫລວດ ແລະ ສສ ຈໍານວນຫລາຍ ທີ່ຊີວິດຕົກຢູ່ໃນຄວາມສ່ຽງຈາກເຫດການດັ່ງກ່າວ ເຊິ່ງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ແລະ ບາດເຈັບອີກນັບຮ້ອຍຄົນ.
ນອກຈາກນີ້, ທ່ານ ທຣໍາ ຍັງພະຍາຍາມຢຸດນະໂຍບາຍຕ່າງໆໃນຍຸກທ່ານ ໄບເດນ ທີ່ມີຈຸດມຸ້ງໝາຍເພື່ອສົ່ງເສີມຄວາມເທົ່າທຽມທາງເຊື້ອຊາດ ແລະ ປົກປ້ອງສິດຂອງກຸ່ມ LGBTQIA+ ໂດຍມີການລົງນາມຄໍາສັ່ງພິເສດໃຫ້ລັດຖະບານກາງອາເມລິກາຍອມຮັບເພດພຽງ 2 ເພດຄື: ເພດຊາຍ ແລະ ເພດຍິງ ເຊິ່ງບໍ່ສາມາດປ່ຽນແປງໄດ້.
ແລະ ກໍານົດໃຫ້ລັດຖະບານໃຊ້ຄໍາວ່າ: “ເພດ” ແທນ “ເພດສະພາບ” ພ້ອມທັງກໍານົດໃຫ້ເອກະສານປະຈໍາຕົວທີ່ອອກໂດຍລັດຖະບານ ລວມທັງໜັງສືເດີນທາງ ແລະ ວີຊາຕ້ອງອີງຕາມສິ່ງທີ່ລັດຖະບານເອີ້ນວ່າ: “ການຈໍາແນກທາງຊີວະວິທະຍາຂອງບຸກຄົນ”.
ສ່ວນກໍລະນີຂອງ TikTok ທີ່ເປັນບັນຫາຮ້ອນຈາກການຖືກສານອາເມລິກາສັ່ງຫ້າມ, ທ່ານ ທຣໍາ ໄດ້ລົງນາມໃນຄໍາສັ່ງພິເສດເພື່ອເລື່ອນການບັງຄັບໃຊ້ການຫ້າມ TikTok ອອກໄປອີກ 75 ວັນ.
ອ້າງອີງ:
- https://edition.cnn.com/interactive/politics/2025/donald-trump-inaugural-speech-dg/
- https://www.cbsnews.com/news/6-takeaways-from-trumps-inaugural-address/
- https://www.reuters.com/world/us/triumphant-trump-returns-white-house-launching-new-era-upheaval-2025-01-20/
- https://www.bbc.com/news/live/ce8jy9j91y5t